Home ຂ່າວຕ່າງປະເທດ ມື້ທຳອິດຂອງກອງປະຊຸມສຸດຍອດຄັ້ງທີ 17 ຂອງກຸ່ມ G20 ຢູ່ເກາະບາຫລີ ທ່ານ ສີຈິ້ນຜິງ ໄດ້ເນັ້ນໜັກເຖິງເລື່ອງນີ້

ມື້ທຳອິດຂອງກອງປະຊຸມສຸດຍອດຄັ້ງທີ 17 ຂອງກຸ່ມ G20 ຢູ່ເກາະບາຫລີ ທ່ານ ສີຈິ້ນຜິງ ໄດ້ເນັ້ນໜັກເຖິງເລື່ອງນີ້

0

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ວັນທີ 15 ພະຈິກ 2022, ກອງປະຊຸມສຸດຍອດ ຄັ້ງທີ 17 ຂອງກຸ່ມ G20 ໄດ້ຈັດຂຶ້ນຢູ່ເກາະບາຫລີ ປະເທດອິນໂດເນເຊຍ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມກອງປະຊຸມພ້ອມທັງໄດ້ກ່າວຄຳປາໄສທີ່ມີຫົວຂໍ້ວ່າ “ຮ່ວມກັນຕ້ອນຮັບສິ່ງທ້າທາຍຈາກຍຸກສະໄໝ ຮ່ວມກັນສ້າງອະນາຄົດອັນດີງາມ”.

ປັດຈຸບັນນີ້, ການແພ່ລະບາດຂອງພະຍາດໂຄວິດ-19 ແມ່ນເກີດຂຶ້ນເລື້ອຍໆ, ຄວາມບອບບາງທາງເສດຖະກິດໂລກພົ້ນເດັ່ນຂຶ້ນກວ່າເກົ່າ, ສະພາບການທາງການເມືອງໃນພາກພື້ນເຄັ່ງຕຶງຂຶ້ນ, ການບໍລິຫານໂລກຂາດແຄນຢ່າງໜັກໜ່ວງ ວິກິດການຫລາຍດ້ານເຊັ່ນ: ສະບຽງອາຫານ, ພະລັງງານ ແລະອື່ນໆສະຫລັບສັບຊ້ອນກັນ, ການພັດທະນາຂອງມວນມະນຸດພວມຜະເຊີນກັບສິ່ງທ້າທາຍອັນໜັກໜ່ວງ. ພາຍໃຕ້ສະພາບການແບບນີ້, ກອງປະຊຸມສຸດຍອດ ຄັ້ງທີ 17 ຂອງກຸ່ມ G20 ຈຶ່ງໄດ້ກຳນົດຫົວຂໍ້ຫລັກວ່າ “ຮ່ວມກັນຟື້ນຟູຄືນໃໝ່, ຟື້ນຟູຄືນໃໝ່ຢ່າງແຂງແຮງ”.

ຄຳວ່າ ການພັດທະນາ ແມ່ນຄຳສັບສຳຄັນທີ່ພົ້ນເດັ່ນທີ່ສຸດໃນຄຳປາໄສຂອງທ່ານ ສີຈິ້ນຜິງໃນກອງປະຊຸມສຸດຍອດຄັ້ງນີ້, ແມ່ນແຮງຂັບເຄື່ອນສຳຄັນທີ່ສຸດໃນການບັນລຸເປົ້າໝາຍທີ່ ຮ່ວມກັນຟື້ນຟູຄືນໃໝ່, ຟື້ນຟູຄືນໃໝ່ຢ່າງແຂງແຮງ. ທ່ານ ສີຈິ້ນຜິງ ສະເໜີວ່າ ຄວນຊຸກຍູ້ການພັດທະນາຂອງໂລກທີ່ມີລັກສະນະກວມລວມກວ່າເກົ່າ, ໃຫ້ຜົນປະໂຫຍດຢ່າງທົ່ວເຖິງກວ່າເກົ່າ ແລະ ມີຄວາມເຂັ້ມແຂງກວ່າເກົ່າ. ການພັດທະນາຮ່ວມກັນຂອງປະເທດຕ່າງໆຈຶ່ງແມ່ນການພັດທະນາທີ່ແທ້ຈິງ. ຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນລະພາບຂອງໂລກບໍ່ອາດສາມາດສ້າງຂຶ້ນໄດ້ຢູ່ບົນພື້ນຖານທີ່ຜູ້ທຸກຍາກຍິ່ງທຸກຍາກກວ່າເກົ່າ, ຜູ້ຮັ່ງມີຍິ່ງຮັ່ງມີກວ່າເກົ່າ. ແຕ່ລະປະເທດລ້ວນແຕ່ຢາກມີຊີວິດການເປັນຢູ່ທີ່ດີ, ຄວາມທັນສະໄໝບໍ່ແມ່ນສິດພິເສດຂອງປະເທດໃດໜຶ່ງ. ປະເທດທີ່ພັດທະນາໄປກ່ອນຄວນຊ່ວຍເຫລືອການພັດທະນາຂອງປະເທດອື່ນຢ່າງຈິງໃຈ, ສະໜອງຜະລິດຕະພັນສາທາລະນະຂອງໂລກຫລາຍກວ່າເກົ່າ.

ໃນການກ່າວຄຳປາໄສຄັ້ງນີ້, ທ່ານ ສີຈິ້ນຜິງ ໄດ້ເນັ້ນເຖິງສິ່ງທ້າທາຍອັນຮີບດ່ວນທີ່ສຸດໃນຂົງເຂດການພັດທະນາຂອງໂລກ ຄື ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ. ທ່ານກ່າວວ່າ ຄວາມສ່ຽງໃນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານຂອງປະເທດພວມພັດທະນາມີຄວາມພົ້ນເດັ່ນຫລາຍກວ່າ, ກຸ່ມ G20 ຄວນສຸມໃສ່ເລື່ອງນີ້ ແລະໃຫ້ການສະໜັບສະໜູນທີ່ຈຳເປັນໃນດ້ານການຜະລິດ, ສະສົມ, ເງິນທຶນ, ເຕັກໂນໂລຊີ ແລະ ອື່ນໆ.

ກອງປະຊຸມສຸດຍອດ ຄັ້ງທີ 17 ຂອງກຸ່ມ G20 ໄດ້ສ້າງເວທີແລກປ່ຽນຂອງກອງປະຊຸມຫລາຍຝ່າຍ, ໄດ້ສ້າງໂອກາດທີ່ຫາຍາກໃຫ້ແກ່ການພົບປະສອງຝ່າຍລະຫວ່າງຜູ້ນຳປະເທດຕ່າງໆ.

ວັນທີ 15 ພະຈິກ 2022 ນີ້, ຫລັງຈາກພົບປະກັບທ່ານ ໂຈ ໄບເດັນ ປະທານາທິບໍດີ ອາເມຣິກາ, ທ່ານ ສີຈິ້ນຜິງ ຍັງໄດ້ພົບປະກັບຜູ້ນຳ 8 ປະເທດທີ່ໄປເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ 17 ຂອງກຸ່ມ G20 ຢູ່ເກາະບາຫລີ. ການເຮັດແນວໃດເພື່ອຖອດຖອນບົດຮຽນຈາກອະດີດ ຈ້ອງມອງອະນາຄົດ, ສືບທອດພາລະກິດໃນອະດີດ ແລະ ບຸກເບີກເສັ້ນທາງໃນອະນາຄົດ, ນີ້ກໍຄືຫົວຂໍ້ສຳຄັນອັນໜຶ່ງໃນການພົບປະລະຫວ່າງທ່ານປະທານ ສີຈິ້ນຜິງ ກັບຜູ້ນຳປະເທດທີ່ກ່ຽວຂ້ອງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version