Home ຂ່າວການເມືອງ ຮອງປະທານສະພາແຫ່ງຊາດ ສຳເລັດການເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນຳໄອປາ ແລະ ຜູ້ນຳອາຊຽນ

ຮອງປະທານສະພາແຫ່ງຊາດ ສຳເລັດການເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນຳໄອປາ ແລະ ຜູ້ນຳອາຊຽນ

0

ເມື່ອບໍ່ດົນມານີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມພົບປະ ລະຫວ່າງຜູ້ນຳສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫລື AIPA ແລະ ຜູ້ນໍາອາຊຽນ ໃນລະຫວ່າງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ທີ່ ພະນົມເປັນ ຣາຊະອານາຈັກກໍາປູເຈຍ. ກອງປະຊຸມດັ່ງກ່າວ, ເປັນກົນໄກປະຈຳ ລະຫວ່າງໄອປາ ແລະ ອາຊຽນ ຊຶ່ງເປີດໂອກາດໃຫ້ຜູ້ນໍາສອງອົງການ ໄດ້ມີການພົບປະ ແລະ ປຶກສາຫາລືກັນ ເພື່ອສະໜັບສະໜູນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຂໍ້ລິເລີ່ມຕ່າງໆຂອງອາຊຽນ.

ກ່ອນການເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນໍາໄອປາ ແລະ ອາຊຽນ ຄັ້ງນີ້, ຄະນະຜູ້ແທນຈາກສະມາຊິກໄອປາ ທີ່ນໍາໂດຍຂັ້ນປະທານ, ຮອງປະທານ ແລະ ສະມາຊິກສະພາແຫ່ງຊາດ ຈາກ 8 ປະເທດຄື: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ຫວຽດນາມ, ສິງກະໂປ, ຟີລິບປິນ ແລະ ໄທ ພ້ອມດ້ວຍເລຂາທິການໃຫຍ່ໄອປາ ໄດ້ມີກອງປະຊຸມປຶກສາຫາລື ແລະ ກະກຽມເນື້ອໃນສານຂອງຜູ້ນຳໄອປາ ເຖິງຜູ້ນຳອາຊຽນ. ໃນກອງປະຊຸມດັ່ງກ່າວ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຫົວໜ້າຄະນະຜູ້ແທນລາວ ໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ຮ່າງສານຂອງຜູ້ນຳໄອປາ ທີ່ຈະສະເໜີໃນກອງປະຊຸມພົບປະລະຫວ່າງຜູ້ນຳໄອປາ ແລະ ອາຊຽນ ໂດຍທ່ານໄດ້ເນັ້ນເຖິງການເສີມສ້າງການເຊື່ອມຈອດດ້ານການຄົມມະນາຄົມ ແລະ ການເຊື່ອມໂຍງດ້ານດ້ານໂລຈິສຕິກໃນພາກພື້ນອາຊຽນ.

ໃນກອງປະຊຸມພົບປະກັນນັ້ນຜູ້ນຳໄອປາ ແລະ ຜູ້ນຳອາຊຽນ, ບັນດາທ່ານນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ, ຄະນະຜູ້ແທນຂອງລັດຖະບານ ແລະ ສະພາແຫ່ງຊາດ ຈາກບັນດາປະເທດສະມາຊິກອາຊຽນ ພ້ອມດ້ວຍເລຂາທິການໃຫຍ່ອາຊຽນ ແລະ ເລຂາທິການໃຫຍ່ໄອປາ ໄດ້ປຶກສາຫາລືຫລາຍບັນຫາທີ່ສຳຄັນ ທີ່ເປັນສິ່ງທ້າທາຍ ແລະ ມີຄວາມກັງວົນຮ່ວມກັນຂອງພາກພື້ນ ແລະ ຂອງໂລກ, ຜູ້ນຳໄອປາໄດ້ສະແດງຄວາມຊົມເຊີຍ ຕໍ່ຜູ້ນຳອາຊຽນ ໃນການຮ່ວມມືກັນຈັດຕັ້ງປະຕິບັດໜ້າທີ່ວຽກງານ, ເຮັດໃຫ້ອາຊຽນມີສະຖຽນລະພາບ, ມີການເຕີບໃຫຍ່ເຂັ້ມແຂງ, ສາມາດຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ລວມໄປເຖິງການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເປັນຢ່າງດີ. ພ້ອມກັນນັ້ນ, ຍັງໄດ້ສະເໜີໃຫ້ຜູ້ນໍາອາຊຽນ ສົ່ງເສີມການພັດທະນາທີ່ຖືເອົາປະຊາຊົນເປັນໃຈກາງ ແລະ ຮັບປະກັນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ປີ 2030; ໃຫ້ຄວາມສຳຄັນຕໍ່ການນຳໃຊ້ພະລັງງານສະອາດ ແລະ ການລົງທຶນທີ່ເປັນມິດຕໍ່ສິ່ງແວດລ້ອມ; ຍົກລະດັບພາກພື້ນອາ ຊຽນ ໃນການຮັບມືກັບບັນຫາສຸກເສີນຕ່າງໆ; ສົ່ງເສີມການຮ່ວມມື, ການເຊື່ອມໂຍງເຊື່ອມຈອດ, ສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ເພື່ອເຮັດໃຫ້ເກີດຄວາມຍືນຍົງ ແລະ ຈະເລີນຮຸ່ງເຮືອງໃນອາຊຽນ.

ໃນໂອກາດດຽວກັນ, ຜູ້ນຳອາຊຽນ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ການປະຕິບັດພາລະບົດບາດ ແລະ ໜ້າທີ່ ຂອງຜູ້ນໍາບັນດາສະມາຊິກໄອປາ ໃນການຊຸກຍູ້ສົ່ງເສີມວຽກງານຕ່າງໆຂອງອາຊຽນ ໂດຍສະເພາະແມ່ນການປະຕິ ບັດໜ້າທີ່ທາງດ້ານນິຕິບັນຍັດ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມຕ່າງໆຂອງອາຊຽນ. ພ້ອມດຽວກັນນັ້ນ, ຜູ້ນຳອາຊຽນ ໄດ້ຮັບເອົາຂໍ້ສະເໜີຂອງຜູ້ນຳໄອປາ ໂດຍຈະສືບຕໍ່ສົ່ງເສີມການຮ່ວມມື ແລະ ປະສານງານກັນຢ່າງໃກ້ ຊິດລະຫວ່າງລັດຖະບານ ແລະ ລັດຖະບານ, ລັດຖະບານ ແລະ ລັດຖະສະພາ ຂອງບັນດາປະເທດສະມາຊິກອາຊຽນ ລວມໄປເຖິງຄູ່ຮ່ວມເຈລະຈາ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ວັດທະນາຖາວອນຂອງອາຊຽນ ໃນຕໍ່ໜ້າ.

ນອກຈາກນັ້ນ, ທາງເຈົ້າພາບ ຍັງໄດ້ຈັດໃຫ້ຄະນະຜູ້ແທນສະພາແຫ່ງຊາດລາວ ໄປຢ້ຽມຢາມພື້ນຖານເສດຖະກິດ ທີ່ທ່າເຮືອສີຫານຸວິວ ຊຶ່ງເປັນທ່າເຮືອທີ່ໃຫຍ່ ແລະ ເປັນຈຸດບໍລິການສົ່ງອອກ-ນຳເຂົ້າ ສິນຄ້າຈາກທົ່ວໂລກ.

ຂ່າວ-ພາບ: ສະພາແຫ່ງຊາດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version