Friday, January 9, 2026
Home Blog

ຜູ້ຕາງໜ້າພິເສດຂອງສູນກາງພັກກອມມູນິດຫວຽດນາມເຂົ້າຢ້ຽມຂໍ່ານັບຊົມເຊີຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ

0

ໃນຕອນແລງຂອງວັນທີ 8 ມັງກອນ 2026, ທີ່ ສໍານັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ຮວາຍ ຈູງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຕາງໜ້າພິເສດຂອງ ສະຫາຍ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂອງ ສູນກາງພັກກອມມູນິດຫວຽດນາມ ທີ່ເດີນທາງມາຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ, ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈໄປຍັງ ສູນກາງພັກກອມມູນິດຫວຽດນາມ ແລະ ສະຫາຍເລຂາທິການໃຫຍ່ ໂຕ ເລິມ ທີ່ໄດ້ແຕ່ງຕັ້ງ ຜູ້ຕາງໜ້າພິເສດມາຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ແລະ ຖືໂອກາດນີ້ ຝາກຄວາມຂອບໃຈຢ່າງຈິງໃຈ ໂດຍຜ່ານ ສະຫາຍຜູ້ຕາງໜ້າພິເສດ ໄປຍັງ ສະຫາຍເລຂາທິການໃຫຍ່ ໂຕ ເລິມ ແລະ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ກໍຄື ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ສົ່ງສານອວຍພອນຊົມເຊີຍ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອ ກອງປະຊຸມໃຫຍ່ໃນຄັ້ງນີ້ ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ການມາອວຍພອນ ແລະ ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຂອງຄະນະ ຖືເປັນຄະນະຜູ້ແທນຕ່າງປະເທດ ທໍາອິດ ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຖືສໍາຄັນຂອງ ພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ມີຕໍ່ ພັກ ແລະ ປະຊາຊົນລາວບັນດາເຜົ່າ ກໍຄືຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ແຈ້ງໃຫ້ຊາບໂດຍສັງເຂບ ກ່ຽວກັບຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ທີ່ເປັນເຫດການປະຫວັດສາດທາງດ້ານການເມືອງ-ສັງຄົມ ອັນສໍາຄັນຍິ່ງ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງໄດ້ດຳເນີນຢ່າງຖືກຕ້ອງ ຕາມກົດລະບຽບຂອງພັກ ແລະ ຖືວ່າໄດ້ຮັບຜົນສໍາເລັດຢ່າງຈົບງາມ, ໃນນັ້ນ ບັນ ດາເອກະສານສໍາຄັນຂອງກອງປະຊຸມໄດ້ຖືກຮັບຮອງເອົາຢ່າງມີຄວາມເປັນເອກະພາບສູງ ໂດນສະເພາະແມ່ນໂຄງການການເມືອງ ສະບັບທີ III ຂອງພັກ, ໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໃນນັ້ນ ກໍາມະການສູນກາງພັກສົມບູນ ຈໍານວນ 73 ສະຫາຍ ແລະ ກໍາມະການສໍາຮອງສູນກາງພັກ ຈໍານວນ 15 ສະຫາຍ.

ສະຫາຍ ເລ ຮວາຍ ຈູງ ໄດ້ຕາງໜ້າໃຫ້ ສະຫາຍເລຂາທິການໃຫຍ່ ໂຕ ເລິມ ແລະ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະແດງຄວາມຊົມເຊີຍສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ອີກໜຶ່ງສະໄໝ ຊຶ່ງສະແດງໃຫ້ເຫັນເຖິງຄວາມໄວ້ວາງໃຈຢ່າງເລິກເຊິງຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວ ຕໍ່ການປະກອບສ່ວນອັນໃຫຍ່ຫຼວງ, ສະຕິປັນຍາ ແລະ ຄວາມມຸ່ງມາດປາຖະໜາຂອງ ສະຫາຍເລຂາທິການໃຫຍ່ ຕະຫຼອດໄລຍະທີ່ຜ່ານມາ ແລະ ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ຊຶ່ງເປັນເຫດການການເມືອງທີ່ສໍາຄັນ, ມີຄວາມໝາຍເລິກເຊິ່ງຕໍ່ກັບພາລະກິດສ້າງສາ ແລະ ພັດທະນາປະເທດຊາດຂອງລາວກໍຄື ຕໍ່ການເພີ່ມທະວີ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດຫວຽດນາມ-ລາວ. ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງນີ້ ຍັງເປັນຂີດໝາຍຂອງບາດກ້າວພັດທະນາໃໝ່ຂອງການປະຕິວັດລາວ, ຢືນຢັນກໍາລັງແຮງອັນໃຫຍ່ຫຼວງຂອງກ້ອນກໍາລັງມະຫາສາມັກຄີທົ່ວປວງຊົນ, ແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ, ມີຫຼັກການ ແລະ ສືບທອດ ເພື່ອເປົ້າໝາຍປົກປັກຮັກສາ ແລະ ສ້າງສາພັດທະນາປະເທດລາວໃຫ້ໝັ້ນຄົງ ເຂັ້ມແຂງ ຕາມທິດສັງຄົມນິຍົມ.

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ຕາງໜ້າໃຫ້ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ມີການຕິດຕາມຢ່າງໃກ້ຊິດ, ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ໝົດຈິດໝົດໃຈ ແລະ ໃຫ້ການສະໜັບສະໜູນຢ່າງຈິງໃຈ, ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນຜົນສໍາເລັດກອງປະຊຸມໃຫຍ່ຄັ້ງນີ້. ພ້ອມນີ້, ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດໄປຍັງ ສະຫາຍເລຂາທິການໃຫຍ່ ໂຕ ເລິມ, ສະຫາຍປະທານປະເທດ ເລືອງ ເກືອງ ແລະ ບັນດາສະຫາຍການນໍາຂັ້ນສູງ ພັກ, ລັດ ສສ ຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງ, ສືບຕໍ່ນຳພາປະເທດຊາດຫວຽດນາມ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ອວຍພອນສະຫາຍຫວຽດນາມ ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໃນທ້າຍເດືອນມັງກອນ ນີ້ ໃຫ້ໄດ້ຮັບຜົນສໍາເລັດຢ່າງມີໄຊ.

ໃນໂອກາດເດີນທາງມາ ສປປ ລາວ ໃນຄັ້ງນີ້, ສະຫາຍ ເລ ຮວາຍ ຈູງ ຍັງໄດ້ພົບປະກັບ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເພື່ອເປັນການສະແດງຄວາມຊົມເຊີຍ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຖືກເລືອກເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ. (ຂ່າວ: ຄຕພ)

ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ

0

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ປິດລົງດ້ວຍຜົນສຳເລັດ ພາຍຫລັງ ດຳເນີນມາແຕ່ວັນທີ 5-8 ມັງກອນ 2026 ຢູ່ນະຄອນຫລວງວຽງຈັນ ໂດຍມີຜູ້ແທນ ທັງໝົດ 835 ສະຫາຍ, ຍິງ 123 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກ ທັງໝົດ 421.865 ສະຫາຍ ຈາກທົ່ວປະເທດ ເຂົ້າຮ່ວມ. ພ້ອມນັ້ນ ຍັງມີແຂກຖືກເຊີນ ຈໍານວນ 391 ສະຫາຍ, ລວມຜູ້ເຂົ້າຮ່ວມກອງປະຊຸມໃຫຍ່ ທັງໝົດ 1.226 ສະຫາຍ.

ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າກອງເລຂາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຖະແຫລງຜົນສຳເລັດຂອງກອງປະຊຸມດັ່ງກ້າວ, ໃນວັນທີ 8 ມັງກອນ 2026 ໂດຍມີເນື້ອໃນສຳຄັນວ່າ: ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແມ່ນເຫດການທາງດ້ານການເມືອງ-ສັງຄົມ ອັນສຳຄັນຍິ່ງ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໄດ້ດຳເນີນ ຢ່າງຖືກຕ້ອງຕາມກົດລະບຽບຂອງພັກ ພາຍໃຕ້ບັນຍາກາດສ້າງສັນ ເອົາການເອົາງານ ມີຄວາມຮັບຜິດຊອບສູງ ແລະ ໄດ້ສິ້ນສຸດລົງ ດ້ວຍຜົນສຳເລັດອັນຈົບງາມ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”.

ບັນດາຜູ້ເຂົ້າຮ່ວມກອງປະຊຸມໃຫຍ່ທັງໝົດ ລ້ວນແຕ່ເຫັນເປັນເອກະພາບກັນວ່າ, ນີ້ແມ່ນກອງປະຊຸມໃຫຍ່ ທີ່ມີຄວາມສາມັກຄີເປັນເອກະພາບສູງ; ແມ່ນກອງປະຊຸມໃຫຍ່ແຫ່ງການຍູ້ແຮງພາລະກິດປ່ຽນແປງໃໝ່ ໃຫ້ເຂົ້າສູ່ລວງເລິກ ແລະ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານ; ແມ່ນກອງປະຊຸມໃຫຍ່ແຫ່ງໄຊຊະນະ, ແມ່ນກອງປະຊຸມໃຫຍ່ແຫ່ງການເສີມຂະຫຍາຍມານະຈິດປະຕິວັດ, ແມ່ນກອງປະຊຸມໃຫຍ່ແຫ່ງຄວາມເຊື່ອໝັ້ນ ຕໍ່ການສືບຕໍ່ກ້າວຂຶ້ນຂອງປະເທດຊາດ, ທົ່ວພັກ ແລະ ທົ່ວປວງຊົນລາວ ຕ່າງກໍຊື່ນຊົມຍິນດີ ແລະ ຕອບຮັບດ້ວຍບັນຍາ ກາດອັນຟົດຟື້ນ ຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງນີ້.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໄດ້ປະຕິບັດໜ້າທີ່ ຢ່າງຖືກຕ້ອງຕາມກົດລະບຽບຂອງພັກ ແລະ ໄດ້ພິຈາລະນາ, ຮັບຮອງເອົາເອກະສານສຳຄັນຂອງພັກ, ຂອງຊາດ ແລະ ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຂອງພັກ ຊຶ່ງມີລາຍລະອຽດ ດັ່ງນີ້: ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາໂຄງການການເມືອງ ສະບັບທີ 3 ຂອງພັກ ທີ່ສະເໜີໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຊຶ່ງເປັນເອກະສານສໍາຄັນ ທີ່ກໍານົດທິດພື້ນຖານໃຫ້ແກ່ການວາງຍຸດທະສາດ ແລະ ວິໄສທັດ ຂອງພັກ. ໂຄງການການເມືອງສະບັບນີ້, ໄດ້ຕີລາຄາການຈັດຕັ້ງປະຕິບັດໂຄງການການເມືອງ ສະບັບທີ 2 ກໍຄື ພັກນໍາພາ ເຮັດ ສໍາເລັດພາລະກິດປົດປ່ອຍຊາດ ແລະ ສ້າງພື້ນຖານ ຂອງລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ງສັງຄົມນິິຍົມ, ຊຶ່ງໄດ້ແບ່ງເປັນ 3 ໄລຍະ (ພັກນໍາພາ ພາລະກິດປົດປ່ອຍຊາດ, ພັກນໍາພາ ພາລະກິດປົກປັກຮັກສາ ແລະ ສ້າງສາປະ ເທດຊາດ ແລະ ພັກນໍາພາ ພາລະກິດປ່ຽນແປງໃໝ່). ພ້ອມທັງໄດ້ຍົກໃຫ້ເຫັນບັນດາບົດຮຽນ ແລະ ບັນຫາທີ່ເປັນລັກສະນະກົດເກນຂອງການປະຕິວັດລາວ 6 ປະການ. ພ້ອມນັ້ນ, ຍັງໄດ້ວາງຈຸດໝາຍ ຮອດປີ 2055 ກໍຄື ວັນສ້າງ ຕັ້ງພັກຄົບຮອບ 100 ປີ ແມ່ນສູ້ຊົນສ້າງປະເທດເຮົາເປັນປະເທດກໍາລັງພັດທະນາ, ມີລາຍຮັບປານກາງສູງ ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກຳລັງການຜະ ລິດ ໄດ້ຮັບການພັດທະນາຮອບດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ມີພື້ນຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜຳສຳລານ. ພ້ອມທັງ ໄດ້ກໍານົດ 11 ເນື້ອໃນພື້ນຖານຂອງການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ.

ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ເປັນເອກະສານສັນຮັບຮອງເອົາລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຊຶ່ງໄດ້ຕີລາຄາ ຢ່າງກວມລວມ ແລະ ເລິກເຊິ່ງ ກັບໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ໃນ 5 ປີ ຜ່ານມາ ທີ່ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນ ໄດ້ໂດຍພື້ນຖານ, ເສດຖະກິດ-ສັງຄົມ ຍັງຮັກສາທ່ວງທ່າເຕີບໂຕຕໍ່ເນື່ອງ, ບັນຫາເຄັ່ງຮ້ອນເສດຖະກິດ-ການເງິນ ໄດ້ຮັບການແກ້ໄຂ ແລະ ຜ່ອນຄາຍລົງເທື່ອລະກ້າວ.

ກອງປະຊຸມໃຫຍ່ ຍັງໄດ້ເປັນເອກະພາບ ພາວະວິໄສ ຕໍ່ຂໍ້ຄົງຄ້າງ, ຂໍ້ຂາດຕົກບົກພ່ອງ ໃນການນໍາພາ-ຊີ້ນໍາຂອງພັກ ກໍຄື ການຈັດຕັ້ງປະຕິບັດໜ້າທີ່, ວຽກງານຈຸດສຸມໃນບາງດ້ານ ທີ່ບໍ່ສາມາດບັນລຸຜົນຕາມຄາດໝາຍທີ່ວາງອອກ, ພ້ອມທັງຊີ້ໃຫ້ເຫັນສາເຫດຕົ້ນຕໍ ເພື່ອກໍານົດທິດທາງມາດຕະການແກ້ໄຂ ທີ່ສອດຄ່ອງ ແລະ ແທດເໝາະ, ພ້ອມທັງເລັ່ງທວງ ໃຫ້ດໍາເນີນການແກ້ໄຂຂໍ້ຄົງຄ້າງທີ່ຜ່ານ ຢ່າງຈິງຈັງ ເພື່ອຮັບປະກັນໃຫ້ແກ່ການຫັນປ່ຽນໃໝ່ ຢ່າງຕັ້ງໜ້າຫລາຍຂຶ້ນ. ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາ 6 ບົດຮຽນ ທີ່ຖອດຖອນໄດ້ ຈາກພຶດຕິກໍາ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄື ພຶດຕິກໍາຕົວຈິງ ໃນການນໍາພາ ຂອງພັກເຮົາ ໃນ 5 ປີ ຜ່ານມາ ເພື່ອເປັນບ່ອນອີງສໍາຄັນໃນການປັບປຸງການນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ໃນຕໍ່ໜ້າ.

ເພື່ອສືບຕໍ່ພາລະກິດອັນສໍາຄັນ ໃຫ້ບັນລຸຕາມຄາດໝາຍ ທີ່ວາງອອກ, ກອງປະຊຸມໃຫຍ່ ໄດ້ຢືນຢັນຄວາມຕັດສິນໃຈ ທີ່ຈະສືບຕໍ່ນໍາພາປະເທດຊາດ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ ບົນພື້ນຖານຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ເສີມຂະຫຍາຍກໍາລັງແຮງຂອງຊາດ, ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ຮອດປີ 2030 ໃຫ້ມີພື້ນຖານ ແລະ ທ່ວງທ່າທີ່ໜັກແໜ້ນ ໃຫ້ແກ່ການພັດທະນາ ພາຍຫລັງປະເທດຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ສືບຕໍ່ບູລະນະລະບອບປະ ຊາທິປະໄຕປະຊາຊົນ, ຍົກລະດັບການສ້າງປະຖົມປັດໄຈ ໃຫ້ແກ່ການກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ ໃນຊຸມປີຕໍ່ໜ້າ. ໂດຍສະເພາະ ໃນ 5 ປີ ຕໍ່ໜ້ານີ້, ກອງປະຊຸມໃຫຍ່ ໄດ້ເອກະພາບຮັບຮອງເອົາ 11 ທິດທາງໃຫຍ່ ເພື່ອສູ້ຊົນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນ ຂອງລາຍງານການເມືອງ ໃຫ້ມີຜົນສໍາເລັດຕົວຈິງ.

ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຊຶ່ງແມ່ນແຜນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ເປັນແຜນງານ, ໂຄງການລະດັບຊາດ, ລວມທັງຂອບການລົງທຶນສໍາລັບໂຄງການເຫລົ່ານັ້ນ, ໃນນັ້ນ ໄດ້ກໍານົດອອກເປັນ 6 ເປົ້າໝາຍໃຫຍ່ ເພື່ອສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ຄື: ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ດ້ວຍການນໍາໃຊ້ທ່າແຮງເພື່ອເຮັດໃຫ້ເສດຖະກິດ ມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ໂດຍຍູ້ການເຕີບໂຕເສດຖະກິດແຫ່ງຊາດ ໃຫ້ບັນລຸ 6% ຕໍ່ປີ ຂຶ້ນໄປ; ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງຂຶ້ນ ແລະ ສາມາດຮູ້ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ; ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນ, ຕົວເມືອງ ແລະ ເຂດຊົນນະບົດ ໄດ້ຮັບການພັດທະນາ ຢ່າງສົມຄູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ຫລຸດລົງເທື່ອລະກ້າວ; ປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ໃຫ້ມີຄວາມຍືນຍົງ ແລະ ສາມາດກຽມພ້ອມຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຕ່າງໆ; ການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ສາກົນ ຢ່າງກວ້າງຂວາງ ແລະ ມີປະສິດທິຜົນ; ການຄຸ້ມຄອງ-ບໍລິຫານລັດໃຫ້ມີປະສິດທິພາບ, ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຍຸຕິທໍາ ແລະ ສີວິໄລ.

ກອງປະຊຸມໃຫຍ່ ຍັງໄດ້ພິຈາລະນາ ແລະ ຮັບຮອງ ກົດລະບຽບພັກ ສະໄໝທີ XII, ເພື່ອໃຫ້ສອດຄ່ອງ, ຮອງຮັບການຈັດຕັ້ງປະຕິບັດແນວທາງການເມືອງຂອງພັກ, ຊຸກຍູ້ວຽກງານກໍ່ສ້າງພັກ ເຮັດໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີຄວາມສາມາດພຽງພໍໃນການນໍາພາພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນໄລຍະໃໝ່ ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ.

ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ຮັບຮອງເອົາບົດສໍາຫລວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຊຶ່ງໄດ້ຕີລາຄາສູງ ຕໍ່ຄວາມບາກບັ່ນພະຍາຍາມອັນຕັ້ງໜ້າ ແລະ ຄວາມເປັນເຈົ້າການປະດິດສ້າງໃນການເສີມຂະຫຍາຍມູນເຊື້ອ ແລະ ບົດຮຽນອັນປະເສີດຂອງພັກ ໃນການເພີ່ມທະວີຄວາມສາມັກຄີ ເປັນເອກະພາບຢູ່ພາຍໃນພັກ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ດໍາເນີນການປັບປຸງ-ດັດແປງກົນໄກນໍາພາ-ຊີ້ນໍາຂອງສູນກາງພັກ ແລະ ຄະນະພັກແຕ່ລະຂັ້ນ, ປຸກລະດົມທົ່ວພັກ ແລະ ທົ່ວປວງຊົນເຂົ້າຮ່ວມຈັດຕັ້ງປະຕິ ບັດແນວທາງການເມືອງຂອງພັກ ໃຫ້ມີຜົນສໍາເລັດ.

ພ້ອມນີ້, ກອງປະຊຸມໃຫຍ່ ຍັງໄດ້ເປັນເອກະສັນ ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຊຶ່ງປະກອບດ້ວຍກໍາມະການສົມບູນ 73 ສະຫາຍ ແລະ ກໍາມະການສໍາຮອງ 15 ສະຫາຍ ເພື່ອເປັນແກ່ນ ສານນໍາພາທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ມີຜົນສໍາເລັດ, ສ້າງບາດກ້າວບຸກທະລຸ ໃນການສ້າງການຫັນປ່ຽນທີ່ແຂງແຮງ ໃນການພັດທະ ນາ ແລະ ພາປະເທດຊາດ ກ້າວຂຶ້ນຢ່າງໜັກແໜ້ນຕໍ່ໄປ.

ໃນກອງປະຊຸມຄົບຄະນະຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຍັງໄດ້ເປັນເອກະພາບເລືອກຕັ້ງກໍາມະການກົມການເມືອງສູນກາງພັກ, ຈໍານວນ 13 ສະຫາຍ, ເລືອກເອົາກໍາມະການຄະນະເລຂາທິການສູນກາງພັກ 11 ສະຫາຍ. ກອງປະຊຸມ ໄດ້ເປັນເອກະພາບ ຢ່າງສູງເລືອກເອົາ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ. ພ້ອມກັນນັ້ນ, ກໍໄດ້ເລືອກເອົາ ສະຫາຍ ວິໄລ ຫລ້າຄຳຟອງ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ. ພ້ອມທັງເລືອກປະທານ, ຮອງປະທານຄະນະກວດກາສູນກາງພັກ ປະກອບດ້ວຍ 6 ສະຫາຍ ໂດຍແມ່ນ ສະຫາຍ ວັນໄຊ ພອງສະຫວັນ ເປັນປະທານ.

ກອງປະຊຸມໃຫຍ່ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດ, ຜູ້ປະກອບການຜະລິດ-ບໍລິການ ແລະ ປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນ ໃນຂອບເຂດທົ່ວປະເທດ ແລະ ພີ່ ນ້ອງເຊື້ອຊາດລາວຜູ້ຮັກຊາດທີ່ດໍາລົງຊີວິດ ແລະ ທໍາມາຫາກິນຢູ່ຕ່າງປະເທດ ກໍຄື ຊາວຕ່າງປະເທດທີ່ອາໄສຢູ່ ສປປ ລາວ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອສ້າງພື້ນຖານອັນໜັກແໜ້ນ ແລະ ທ່ວງທ່າໃໝ່ ໃຫ້ແກ່ການນໍາເອົາປະເທດເຮົາສືບຕໍ່ກ້າວຂຶ້ນສູ່ຈຸດໝາຍທີ່ວາງໄວ້.

ກອງປະຊຸມ ຍັງໄດ້ສະແດງຄວາມຂອບອົກຂອບໃຈ ຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນ ຢ່າງເລິກເຊິ່ງ ມາຍັງບັນດາພັກອ້າຍນ້ອງ, ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍ ເຫລືອອັນລໍ້າຄ່າ ແກ່ພາລະກິດພັດທະນາ ແລະ ສ້າງສາປະເທດຊາດຂອງປະຊາຊົນເຮົາ ຕະຫລອດໄລຍະເວລາທີ່ຜ່ານມາ.

ກອງປະຊຸມໄດ້ຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ ຈົ່ງເຊີດຊູຄວາມເປັນແບບ ຢ່າງນໍາໜ້າໃນທຸກດ້ານ, ນໍາພາມະຫາຊົນປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XII ໃຫ້ປະກົດຜົນເປັນຈິງ. ພ້ອມກັນນີ້, ກໍຮຽກຮ້ອງມາຍັງພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນ ແລະ ພີ່ນ້ອງເຊື້ອຊາດລາວຜູ້ຮັກຊາດທີ່ດໍາລົງຊີວິດ ແລະ ທໍາມາຫາກິນຢູ່ຕ່າງປະເທດ ຈົ່ງເຊີດຊູນໍ້າໃຈຮັກຊາດ, ເສີມຂະຫຍາຍມານະຈິດບາກບັ່ນບຸກບືນເຂົ້າໃສ່ການປະຕິບັດໜ້າທີ່, ທໍາມາຫາກິນ ແລະ ສ້າງສາ, ບູລະນະລະບອບປະຊາທິປະໄຕປະຊາຊົນກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ຢ່າງໜັກແໜ້ນ.

ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ

0

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ດໍາເນີນຢ່າງເປັນ ທາງການ ແຕ່ວັນທີ 6 ເຖິງວັນທີ 8 ເດືອນມັງກອນ 2026 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຄໍາຂວັນ “ຍົກສູງບົດບາດ ການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະ ໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”.

ກອງປະຊຸມໃຫຍ່ຄັ້ງນີ້ ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 835 ສະຫາຍ, ຍິງ 123 ສະຫາຍ, ຊຶ່ງເປັນຕົວແທນ ໃຫ້ແກ່ສະມາຊິກພັກທັງໝົດ ໃນທົ່ວປະເທດ 421.865 ສະຫາຍ, ພ້ອມແຂກຖືກເຊີນ ເຂົ້າຮ່ວມຈໍານວນ 391 ສະຫາຍ.

ກອງປະຊຸມໃຫຍ່ ໄດ້ດໍາເນີນພາຍໃຕ້ບັນຍາກາດແຫ່ງຄວາມສາມັກຄີ ເປັນເອກະພາບ, ຄວາມຟົດຟື້ນປະ ຕິວັດ ແລະ ດ້ວຍຄວາມຮັບຜິດຊອບການເມືອງອັນສູງສົ່ງ ຂອງຜູ້ແທນກອງປະຊຸມໃຫຍ່, ຄຽງຄູ່ກັບຄວາມສົນໃຈ ແລະ ການຕິດຕາມຢ່າງໃກ້ຊິດຂອງທົ່ວສັງຄົມ. ກອງປະຊຸມໃຫຍ່ໄດ້ຄົ້ນຄວ້າ, ຕົກລົງຮັບຮອງເອົາບັນຫາສໍາຄັນຂອງ ພັກ ແລະ ຂອງຊາດ ດ້ວຍຄວາມເອກະພາບສູງ ແລະ ໄດ້ສິ້ນສຸດລົງ ດ້ວຍຜົນສໍາເລັດອັນຈົບງາມ.

I. ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ຮັບຮອງເອົາໂຄງການການເມືອງຂອງພັກ ສະ ບັບທີ III ກ່ຽວກັບ ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ເຊິ່ງເປັນເອກະສານສໍາຄັນ, ແມ່ນທິດສະດີປະຕິ ວັດຂອງພັກ, ເປັນທວນໄຟເຍືອງທາງໃຫ້ແກ່ພັກ ແລະ ທົ່ວປວງຊົນໃນພາລະກິດປົກປັກຮັກສາ ແລະ ພັດທະນາປະ ເທດຊາດ. ໂຄງການການເມືອງ ເປັນຂີດໝາຍສຳຄັນປະຫວັດສາດ, ສ່ອງແສງໃຫ້ເຫັນຢ່າງມີຊີວິດຊີວາ ເຖິງການ ເຕີບໃຫຍ່ຂະຫຍາຍຕົວ ຂອງພັກເຮົາຕະຫລອດໄລຍະ 70 ປີ ແຫ່ງການນໍາພາ ພາລະກິດຕໍ່ສູ້ກູ້ຊາດ, ນໍາພາ ພາລະ ກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື ນໍາພາພາລະກິດປ່ຽນແປງໃໝ່. ພ້ອມກັນນັ້ນ, ໄດ້ຍົກໃຫ້ເຫັນ 6 ບົດຮຽນ ທີ່ມີລັກສະນະກົດເກນຂອງການປະຕິວັດລາວ. ໂຄງການການເມືອງ ສະບັບນີ້, ກຳນົດຈຸດໝາຍ ແລະ ບາດ ກ້າວເດີນທີ່ເປັນພື້ນຖານ ໃຫ້ແກ່ການສ້າງບາດລ້ຽວທີ່ແຂງແຮງ ທັງເປັນຍຸດທະສາດ ແລະ ວິໄສທັດຂອງພັກ ໃນພາ ລະກິດການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ. ຮອດປີ 2055 ວັນສ້າງຕັ້ງພັກ ຄົບຮອບ 100 ປີ ສູ້ຊົນສ້າງປະເທດເຮົາ ເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງສູງ ຫຍັບເຂົ້າໃກ້ປະເທດທີ່ມີ ລາຍຮັບສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກຳລັງການຜະລິດ ໄດ້ຮັບການພັດ ທະນາຮອບດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ມີພື້ນຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜຳສຳລານ. ເພື່ອບັນລຸຈຸດໝາຍດັ່ງກ່າວ ໂຄງການການເມືືອງ ໄດ້ກໍານົດເອົາ 11 ເນື້ອໃນພື້ນຖານຂອງການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ.

II. ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ເປັນເອກະພາບສູງຮັບຮອງເອົາ ລາຍງານການເມືອງ ທີ່ໄດ້ຕີລາຄາ ຢ່າງເລິກເຊິ່ງ, ກົງໄປກົງມາຕໍ່ໝາກຜົນແຫ່ງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ໃນ 5 ປີ ຜ່ານມາ ພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານສູນກາງພັກ ປະເທດຊາດຂອງພວກເຮົາ ສາມາດຜ່ານຜ່າຄວາມຫຍຸ້ງ ຍາກ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນ ໄດ້ໂດຍພື້ນຖານ, ເສດຖະກິດ-ສັງຄົມ ຍັງຮັກສາທ່ວງທ່າເຕີບໂຕຕໍ່ເນື່ອງ, ເສດຖະກິດມະຫາພາກ ມີສະຖຽນລະພາບ, ສາມາດຄວບຄຸມໄດ້ໄພເງິນເຟີ້, ການດຸ່ນດ່ຽງທາງດ້ານເສດຖະກິດຟື້ນຕົວ ແລະ ມີພື້ນຖານດີຂຶ້ນ, ບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໄດ້ຮັບການແກ້ໄຂ ແລະ ຜ່ອນຄາຍລົງ ເທື່ອລະກ້າວ.

ພ້ອມກັນນັ້ນ, ໄດ້ຕີລາຄາຢ່າງພາວະວິໄສ ຕໍ່ຂໍ້ຄົງຄ້າງ, ຂໍ້ຂາດຕົກບົກພ່ອງ ຈຳນວນໜຶ່ງ ແລະ ຖອດໄດ້ 6 ບົດຮຽນແຫ່ງການນໍາພາ ຜ່ານພຶດຕິກໍາຕົວຈິງໃນໄລຍະ 5 ປີ ຜ່ານມາ ເພື່ອເປັນບ່ອນອີງສໍາຄັນ ໃນການປັບປຸງການ ນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກ ໃນຊຸມປີຕໍ່ໜ້າ.

ເພື່ອສືບຕໍ່ຍູ້ແຮງພາລະກິດບູລະນະ ລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິ ຍົມ, ກອງປະຊຸມໃຫຍ່ ໄດ້ວາງທິດທາງເພື່ອຜັນຂະຫຍາຍເນື້ອໃນ ຂອງໂຄງການການເມືອງຂອງພັກ ສະບັບທີ 3 ໃຫ້ເປັນລະບົບ, ຕໍ່ເນື່ອງ, ໜັກແໜ້ນ; ວາງທິດທາງໄລຍະແຕ່ປີ 2026-2035 ສ້າງບັນດາປະຖົມປັດໄຈທີ່ຍູ້ແຮງ ການບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໄດ້ຮັບການຍົກລະດັບຂຶ້ນ ຢ່າງໜັກແໜ້ນ, ມີຄວາມສາມັກຄີທົ່ວ ປວງຊົນ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ. ອໍານາດ ອະທິປະໄຕແຫ່ງຊາດໄດ້ຮັບການປົກປັກຮັກສາໄວ້ໄດ້ຢ່າງໝັ້ນຄົງ, ພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ; ເສດຖະກິດມະຫາພາກ ມີສະຖຽນລະພາບ ສຸມໃສ່ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃຫ້ ເຂັ້ມແຂງ, ປະເທດຊາດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ, ຮັບປະກັນຄວາມໝັ້ນຄົງ. ກອງປະຊຸມ ໃຫຍ່ ໄດ້ຮັບຮອງເອົາ 11 ຂົງເຂດວຽກງານ ທີ່ມີຄວາມໜັກແໜ້ນ, ເຂັ້ມແຂງ.

III. ກອງປະຊຸມໃຫຍ່ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍລັດຖະບານ ທີ່ຕັ້ງໜ້າປະຕິບັດ ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຍາດໄດ້ຮັບຜົນສໍາເລັດເປັນຢ່າງດີ, ພ້ອມນັ້ນ ກໍສະແດງຄວາມເຫັນດີ ເຫັນພ້ອມ ແລະ ສະໜັບສະໜູນ ແຜນພັດທະນເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໂດຍສະ ເພາະ 6 ເປົ້າໝາຍໃຫຍ່ ຄື :

1) ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ດ້ວຍການນໍາໃຊ້ທ່າແຮງເພື່ອເຮັດໃຫ້ເສດຖະກິດມີສະ ຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ແນໃສ່ຍູ້ແຮງການເຕີບໂຕ ເສດຖະກິດແຫ່ງຊາດ ໃຫ້ບັນລຸ 6% ຕໍ່ປີ ຂຶ້ນໄປ.

2) ພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງຂຶ້ນ ແລະ ສາມາດຮູ້ນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ.

3) ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຕົວເມືອງ ແລະ ຊົນນະບົດ ໄດ້ຮັບການພັດທະ ນາ ຢ່າງສົມຄູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ຫລຸດລົງເທື່ອລະກ້າວ.

4) ປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ ແລະ ສາມາດ ກຽມພ້ອມຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຕ່າງໆ.

5) ການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ສາກົນ ຢ່າງກວ້າງຂວາງ ແລະ ມີປະສິດ ທິຜົນ.

6) ພັດທະນາການຄຸ້ມຄອງ-ບໍລິຫານລັດ ໃຫ້ມີປະສິດທິພາບ, ການເມືອງມີສະຖຽນລະພາບ, ສັງຄົມ ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຍຸຕິທໍາ ແລະ ສີວິໄລ.

IV. ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາກົດລະບຽບພັກປະຊາຊົນປະຕິວັດລາວ (ສະບັບປັບປຸງ) ເພື່ອໃຫ້ ສອດຄ່ອງ, ຮັບຮອງການຈັດຕັ້ງປະຕິບັດແນວທາງການເມືອງ, ຮັບປະກັນ ຄວາມສາມັກຄີ ເປັນເອກະພາບໃນທົ່ວ ພັກ; ຍູ້ແຮງວຽກງານກໍ່ສ້າງພັກ, ເຮັດໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຍົກສູງຄວາມສາມາດ ນໍາພາ ແລະ ບົດບາດທີ່ເຂັ້ມແຂງປົກປັກຮັກສາໝາກຜົນຂອງການປະຕິວັດ ໄວ້ໃຫ້ໝັ້ນຄົງ ພັດທະນາຂຶ້ນສູ່ຄຸນນະ ພາບໃໝ່.

V. ກອງປະຊຸມໃຫຍ່ໄດ້ພິຈາລະນາ ແລະ ຮັບຮອງເອົາ ບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານ ງານສູນກາງພັກ ສະໄໝທີ XI ຊຶ່ງໄດ້ຕີລາຄາສູງຕໍ່ຄວາມບາກບັ່ນພະຍາຍາມ ແລະ ຄວາມເປັນເຈົ້າການປະດິດສ້າງ ໃນການເສີມຂະຫຍາຍມູນເຊື້ອ ແລະ ບົດຮຽນຂອງພັກ ໃນການເພີ່ມທະວີຄວາມສາມັກຄີ ເປັນເອກະພາບສູງ ພາຍ ໃນພັກ, ເຊີດຊູຄວາມຮັບຜິດຊອບຕໍ່ປະເທດຊາດ ແລະ ປະຊາຊົນ, ຕັດສິນໃຈສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກທີ່ຜະເຊີນ ຢູ່ຢ່າງເດັດດ່ຽວ ສາມາດນຳພາ-ຊີ້ນຳ ບົນຈິດໃຈສ້າງການຫັນປ່ຽນແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ທີ່ກອງປະຊຸມ ໃຫຍ່ ຄັ້ງທີ XI ວາງອອກໄດ້ເປັນຢ່າງດີ.

ກອງປະຊຸມໃຫຍ່ ເລັ່ງທວງໃຫ້ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຈົ່ງໄດ້ອອກ ແຮງເພື່ອເສີມ ຂະຫຍາຍຈຸດດີ ຢ່າງແຂງແຮງ, ພ້ອມທັງວາງມາດຕະການເດັດດ່ຽວຈໍາກັດ, ແກ້ໄຂຂໍ້ຂາດຕົກຈຸດບົກພ່ອງ ແລະ ຂໍ້ ຄົງຄ້າງທີ່ຜ່ານມາ ຢ່າງຈິງຈັງ, ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າ ຂອງຄະນະບໍລິຫານງານ ສູນກາງພັກ ໃຫ້ສູງເດັ່ນຂຶ້ນ.

VI. ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຊຶ່ງປະ ກອບດ້ວຍກໍາ ມະການສົມບູນ ຈໍານວນ 73 ສະຫາຍ ແລະ ກໍາມະການສໍາຮອງ ຈໍານວນ 15 ສະຫາຍ ເພື່ອເປັນແກ່ນສານແຫ່ງ ຄວາມສາມັກຄີ ແລະ ສະຕິປັນຍາຂອງພັກເຮົານໍາພາທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວ ທັງຊາດ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ມີຜົນສໍາເລັດຕົວຈິງ.

ກອງປະຊຸມຄົບຄະນະຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ເປັນເອກະ ພາບເລືອກຕັ້ງເອົາກໍາມະການກົມການເມືອງສູນກາງພັກ ຈໍານວນ 13 ສະຫາຍ; ໄດ້ເລືອກເອົາກໍາມະການຄະນະເລຂາທິ ການສູນກາງພັກ ຈໍານວນ 11 ສະຫາຍ; ກອງປະຊຸມ ໄດ້ເປັນເອກະພາບສູງ ເລືອກເອົາ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ອີກວາລະໜຶ່ງ; ໄດ້ເລືອກເອົາ ສະຫາຍ ພົອ ວິໄລ ຫລ້າຄຳຟອງ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ; ໄດ້ເລືອກເອົາ ສະຫາຍ ວັນໄຊ ພອງສະຫວັນ ເປັນປະທານກວດກາ ແລະ ຮອງປະທານກວດກາ ຈໍານວນ 6 ສະຫາຍ.

ເພື່ອເຮັດໃຫ້ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ຮັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ, ກອງປະຊຸມໃຫຍ່ ໄດ້ມອບໝາຍໜ້າທີ່ໃຫ້ຄະນະບໍລິຫານງານສູນກາງພັກ ກໍຄື ຄະນະພັກ ທຸກຂັ້ນ ເປັນເຈົ້າການຄົ້ນຄວ້າ, ກໍາແໜ້ນ, ເຊື່ອມຊຶມ ແລະ ຜັນຂະຫຍາຍ ເປັນແຜນດໍາເນີນງານຂອງຕົນ ຢ່າງລະ ອຽດ, ມີການຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ໃຫ້ແທດເຖິງ ແລະ ເປັນປະຈໍາ ໂດຍມີການນໍາ ພາ-ຊີ້ນໍາ ຢ່າງແຂງແຮງ ແລະ ລວມສູນຈາກສູນກາງພັກ.

ກອງປະຊຸມໃຫຍ່ ໄດ້ຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກ, ພະນັກງານ, ນັກຮົບ, ປະຊາຊົນ ລາວບັນດາເຜົ່າ, ບັນດາຊັ້ນຄົນ ແລະ ພີ່ນ້ອງເຊື້ອຊາດລາວຜູ້ຮັກຊາດທີ່ດໍາລົງຊີວິດ ແລະ ທໍາມາຫາກິນຢູ່ຕ່າງປະເທດ ຈົ່ງເຊີດຊູນໍ້າໃຈຮັກຊາດ, ເສີມຂະຫຍາຍມານະຈິດປະຕິວັດ ບາກບັ່ນສຸມໃສ່ການປະຕິບັດໜ້າທີ່, ທໍາມາຫາກິນ ແລະ ສ້າງສາ, ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ.

ສູນທອນພົດກ່າວປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ

0

– ຂໍນ້ອມນະມັດສະການ ພະເຖຣານຸເຖຣະ

– ຮຽນ ຄະນະປະທານ

– ບັນດາສະຫາຍຜູ້ແທນ ແລະ ແຂກ ທີ່ຮັກແພງ.

ນັບແຕ່ວັນທີ 6 ມັງກອນ 2026 ເປັນຕົ້ນມາ, ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນ ລາວ ມີຄວາມຍິນດີຊົມຊື່ນຫັນໜ້າເຂົ້າສູ່ກອງປະຊຸມໃຫຍ່ ແລະ ພ້ອມກັນຕິດຕາມ ຢ່າງຈົດຈໍ່ ຕໍ່ການດໍາເນີນກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຊຶ່ງແມ່ນເຫດການ ການເມືອງສໍາຄັນອີກ ບັ້ນໜຶ່ງ ບັນທຶກໄວ້ໃນໜ້າປະຫວັດສາດ ຂອງພັກເຮົາ ກໍຄື ຂອງຊາດເຮົາ.

ດ້ວຍຄວາມຮັບຜິດຊອບການເມືອງອັນສູງສົ່ງ ຂອງສະຫາຍຜູ້ແທນ, ມາຮອດເວລານີ້ ກອງປະຊຸມໃຫຍ່ໃກ້ ຈະສິ້ນສຸດລົງ ດ້ວຍຜົນສໍາເລັດຢ່າງສະຫງ່າງາມ.

ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າພິຈາລະນາຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບຢ່າງສົມບູນ ແລະ ເປັນເອກະສັນ ຕົກລົງ ແລະ ຮັບຮອງເອົາທຸກໆບັນຫາ ທີ່ຍົກຂຶ້ນໃນລະບຽບວາລະ ຂອງກອງປະຊຸມໃຫຍ່ ທຸກປະ ການ. ພິເສດແມ່ນການ ຮັບຮອງເອົາໂຄງການການເມືອງ ຂອງພັກ ສະບັບທີ III ຊຶ່ງຈະເປັນໂຄງການການເມືອງ ທີ່ຊີ້ທາງເດີນໃຫ້ພັກເຮົາ, ປວງຊົນລາວບັນດາເຜົ່າ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ, ເປັນລະບອບ ການເມືອງ ທີ່ໄດ້ມາຈາກປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ ນັ້ນໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ. ນັ້ນ ເປັນການຢືນຢັນຕື່ມອີກ ກ່ຽວກັບຄວາມເດັດດ່ຽວໜຽວແໜ້ນ ຕໍ່ອຸດົມການອັນສູງສຸດຂອງພັກ ກໍຄື ຄວາມຕັດສິນ ໃຈຍຶດໝັ້ນ ຢ່າງສະເໝີຕົ້ນສະເໝີປາຍ ຕໍ່ທາດແທ້ປະຕິວັດ ແລະ ມູນເຊື້ອອັນສະຫງ່າງາມ ຂອງພັກເຮົາ ໃນການນໍາ ພາປະເທດຊາດ ສູ່ຄວາມວັດທະນະຖາວອນ.

ເພື່ອເຮັດໃຫ້ໂຄງການການເມືອງຂອງພັກ ໄດ້ຮັບການຈັດຕັ້ງຜັນຂະຫຍາຍສູ່ລວງເລິກນັ້ນ ກອງປະຊຸມໃຫຍ່ ຄັ້ງນີ້ ໄດ້ຮັບຮອງເອົາທັດສະນະ, ເນື້ອໃນການຕີລາຄາໝາກຜົນຂອງການ ປະຕິບັດແນວທາງປ່ຽນແປງໃໝ່ ຮອບ ດ້ານ ມີຫລັກການຂອງພັກເຮົາ ໃນເກືອບ 40 ປີ ຜ່ານມາ ແລະ ການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ເພື່ອສະຫລຸບຖອດ ຖອນບົດຮຽນ ແລະ ສືບຕໍ່ວາງຈຸດໝາຍ ເພື່ອນໍາພາພາລະກິດປະຕິວັດ ຮອດປີ 2055, ຍຸດທະສາດພັດທະນາ ໄລຍະ 10 ປີ (2026-2035) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ X (2026-2030) ໃຫ້ມີພື້ນຖານອັນໜັກແໜ້ນ ສໍາລັບບາດກ້າວເດີນຕໍ່ໄປ ຂອງປະເທດຊາດ, ນັ້ນຖືເປັນຂີດໝາຍສໍາຄັນປະຫວັດສາດ ທີ່ພັກເຮົາ ກໍຄື ການນໍາພັກເຮົາຮຸ່ນນີ້ ໄດ້ມີຄວາມມຸ່ງໝັ້ນ ແລະ ສ້າງພື້ນຖານປະໄວ້ໃຫ້ຮຸ່ນສືບທອດ ຂອງພັກເຮົາ ສືບຕໍ່ດໍາເນີນພາລະກິດປະຕິວັດ ສູ່ຈຸດໝາຍທີ່ວາງ ໄວ ຢ່າງໜັກແໜ້ນ.

ບັນດາສະຫາຍ ທີ່ຮັກແພງ

ກອງປະຊຸມໃຫຍ່ຂອງພັກເຮົາ ໄດ້ເປັນເອກະພາບໃນລະດັບສູງ ຮັບຮອງເອົາກົດລະບຽບຂອງພັກ ສະບັບ ປັບປຸງ ຊຶ່ງເປັນທໍາມະນູນ, ແມ່ນແນວທາງການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກເຮົາ ທີ່ໄດ້ຮັບການບູລະນະ ໃຫ້ສອດຄ່ອງກັບໂຄງການ ການເມືອງ ກໍຄື ແນວທາງການເມືອງ ໃນເງື່ອນໄຂໃໝ່ ທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກ.

ອັນສໍາຄັນໜຶ່ງ, ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກຊຸດໃໝ່ ທີ່ມີການສົມທົບ ຢ່າງກົມກຽວ ຂອງໂຄງປະກອບບຸກຄະລາກອນ ທີ່ເໝາະສົມ ລະຫວາງຮຸ່ນຄົນ, ອາຍຸກະສຽນ, ເພດ, ເຜົ່າ, ບັນ ລຸໄດ້ຕາມມາດຕະຖານ ແລະ ເງື່ອນໄຂທີ່ວາງອອກ, ເປັນຜູ້ມີມານະຈິດປະຕິວັດບຸກ. ກອງປະຊຸມໃຫຍ່ ຂອງພວກ ເຮົາເຊື່ອໝັ້ນວ່າ ບັນດາສະຫາຍກໍາມະການສູນກາງພັກຊຸດນີ້ ຈະສືບຕໍ່ເປັນຄະນະນໍາຍຸດທະສາດ ທີ່ເຂັ້ມແຂງ ຂອງ ພັກ ສາມາດປະຕິບັດໜ້າທີ່ການເມືອງ ຂອງຕົນໄດ້ເປັນຢ່າງດີ.

ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເຂົ້າໃຈດີວ່າ ນີ້ແມ່ນການມອບໝາຍພາລະອັນໜັກໜ່ວງ, ຮອບດ້ານຈາກທົ່ວພັກ ໃຫ້ສືບຕໍ່ແບກຫາບພາລະກິດປະຕິວັດ ຂອງພັກເຮົາ ໃນອີກ 5 ປີຕໍ່ໜ້າ, ທັງເປັນຫລັກແຫລ່ງ ແກ່ນສານ ແຫ່ງຄວາມສາມັກຄີເປັນ ເອກະພາບພາຍໃນພັກ ແລະ ໃນສັງຄົມ, ນໍາພາ-ຊີ້ນໍາການຈັດຕັ້ງ ປະຕິບັດມະຕິ XII ຂອງພັກ ໃຫ້ບັນລຸຄາດໝາຍ ທີ່ວາງໄວ້.

– ຄະນະປະທານ ທີ່ນັບຖື

– ບັນດາສະຫາຍ ທີ່ຮັກແພງທັງຫລາຍ

ກອງປະຊຸມໃຫຍ່ ຂອງພັກເຮົາ ໄດ້ຮັບຜົນສໍາເລັດຢ່າງຈົບງາມ, ອັນໄດ້ຢັ້ງຢືນ ຢ່າງຈະແຈ້ງເຖິງຄວາມສາ ມັກຄີເປັນເອກະພາບສູງ ແລະ ຄວາມຮັບຜິດຊອບ ຢ່າງເຕັມປ່ຽມ ຂອງພັກເຮົາ ໃນການຕົກລົງບັນຫາທີ່ສໍາຄັນ ແລະ ເປັນພື້ນຖານຂອງພັກ, ຂອງການປະຕິວັດ ແລະ ຊາຕາກຳ ຂອງປະເທດຊາດ.

ຜົນສໍາເລັດ ຂອງກອງປະຊຸມໃຫຍ່ ໄດ້ຢືນຢັນເຖິງມານະຈິດ ປະຕິວັດອັນໜຽວແໜ້ນ ແລະ ທັດສະນະ ຫລັກໝັ້ນຊົນຊັ້ນກໍາມະກອນ ຂອງພັກເຮົາ ທີ່ຍາມໃດກໍຈົງຮັກພັກດີ ຕໍ່ຜົນປະໂຫຍດຂອງຊາດ ແລະ ຄວາມມຸ່ງ ມາດປາຖະໜາ ຂອງປະຊາຊົນບັນດາເຜົ່າ. ພ້ອມກັນນັ້ນ, ກໍສອງແສງໃຫ້ເຫັນເຖິງຄວາມບຸກບືນສູ້ຊົນ ແລະ ຄວາມ ຮັບຜິດຊອບສູງຂອງຜູ້ແທນກອງປະຊຸມໃຫຍ່ທຸກສະຫາຍ ກໍຄື ທຸກພາກສ່ວນທີ່ໄດ້ຕັ້ງໜ້າກະກຽມ ເຮັດໃຫ້ກອງປະ ຊຸມໃຫຍ່ ຄັ້ງນີ້ ສາມາດດໍາເນີນໄປດ້ວຍດີ.

ກອງປະຊຸມໃຫຍ່ ຂໍສະແດງຄວາມຂອບອົກຂອບໃຈ ຕໍ່ທຸກ ພາກສ່ວນ, ພະນັກງານ, ສະມາຊິກພັກ, ນັກ ປະຕິວັດອາວຸໂສ, ຕົວແທນຂອງປະຊາຊົນບັນດາເຜົ່າ ແລະ ບັນດາຊັ້ນຄົນ, ພາກທຸລະກິດ ທັງພາກລັດ, ເອກະຊົນ ພາຍໃນ ລວມໄປເຖິງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສື່ມວນຊົນ ທີ່ໄດ້ປະກອບສ່ວນ ຢ່າງຕັ້ງໜ້າ ເຂົ້າໃນການກະກຽມວຽກຮອບດ້ານ ໃຫ້ແກ່ກອງປະຊຸມໃຫຍ່ຄັ້ງນີ້ ແລະ ໄດ້ນໍາເອົາການສະໜັບສະໜູນອູ້ມຊູ ທາງ ດ້ານວັດຖຸ ແລະ ຈິດໃຈ ມາສູ່ກອງປະຊຸມໃຫຍ່ ຂອງພວກເຮົາ.

ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ໄປຍັງບັນດາພັກອ້າຍນ້ອງ ແລະ ພັກການເມືອງຕ່າງໆ ໃນທົ່ວໂລກ ທີ່ ໄດ້ສົ່ງສານອວຍພອນ ສະແດງຄວາມຂໍ່ານັບຊົມເຊີຍ ແລະ ໃຫ້ການສະໜັບສະໜູນ ຕໍ່ກອງປະຊຸມໃຫຍ່ ຂອງພັກ ພວກເຮົາໃນຄັ້ງນີ້ ທີ່ສະແດງອອກເຖິງນໍ້າໃຈສາກົນອັນຜ່ອງໃສ ແລະ ເປັນການປຸກລະດົມໃຫ້ ກໍາລັງໃຈອັນໃຫຍ່ ຫລວງຕໍ່ກອງປະຊຸມໃຫຍ່ ແລະ ຕໍ່ພັກປະຊາຊົນ ປະຕິວັດລາວ ຂອງພວກເຮົາ.

ບັນດາສະຫາຍ ທີ່ຮັກແພງທັງຫລາຍ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກເຮົາ ໄດ້ສໍາເລັດລົງ ຢ່າງຈົບງາມແລ້ວ, ແຕ່ພວກ ເຮົາ ຍັງຕ້ອງມີຄວາມຮັບຜິດຊອບສູງ ແລະ ເອົາຈິງເອົາຈັງຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍ ທີ່ກອງປະຊຸມໃຫຍ່ຄັ້ງນີ້ ວາງອອກ ໃຫ້ປະກົດຜົນເປັນຈິງ.

ພັກເຮົາຍັງມີເສັ້ນທາງກ້າວເດີນທີ່ຍາວໄກ, ອຸດົມການ ແລະ ຈຸດໝາຍສັງຄົມນິຍົມ ບໍ່ອາດເກີດເປັນຈິງໄດ້ ດ້ວຍຕົວມັນເອງ ຖ້າບໍ່ມີສະມາຊິກພັກ ທີ່ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນຫລັກແຫລ່ງ, ເປັນຜູ້ນໍາພາ. ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງທົ່ວພັກ ໂດຍສະເພາະ ບັນດາສະຫາຍກຳມະການສູນກາງພັກ ສະໄໝ ທີ XII ທີ່ໄດ້ຮັບຄວາມ ໄວ້ວາງໃຈຈາກກອງປະຊຸມໃຫຍ່ຄັ້ງນີ້ ຈົ່ງເຊີດຊູມານະຈິດປະຕິວັດ, ຄວາມຮັບຜິດຊອບການເມືອງ, ຍົກສູງຄວາມ ເປັນແບບຢ່າງນໍາໜ້າ; ຝຶກຝົນຫລໍ່ຫລອມຕົນເອງຮອບດ້ານ; ປັບປຸງແບບແຜນການນໍາພາ-ແບບແຜນວິທີເຮັດວຽກ ທີ່ຖືກຕ້ອງ, ສອດຄ່ອງ ແລະ ແທດກັບຕົວຈິງ ເພື່ອນໍາພາການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ ທີ່ກອງ ປະຊຸມ ໃຫຍ່ຄັ້ງນີ້ວາງອອກ ໃຫ້ມີຜົນສໍາເລັດ.

ຄະນະພັກແຕ່ລະຂັ້ນ ຈົ່ງພ້ອມກັນເສີມຂະຫຍາຍຄວາມເປັນເຈົ້າການ ໃນການຜັນຂະຫຍາຍແນວທາງ, ແຜນນະໂຍບາຍ ທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກ ຢ່າງປະດິດສ້າງ ແລະ ປຸກລະດົມ ມະຫາຊົນ ຍູ້ແຮງຂະບວນ ການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ຕໍ່ເນື່ອງ ເພື່ອເລັ່ງໃສ່ສ້າງການແຂ່ງຂັນ ແລະ ການສ້າງກໍາລັງແຮງ ໃຫ້ແກ່ການພັດທະນາປະເທດຊາດ ໃນຊຸມປີຕໍ່ໜ້າ.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍແນວທາງປ່ຽນແປງໃໝ່ອັນຖືກຕ້ອງ ກໍຄື ບົດຮຽນພຶດຕິກຳ ຕົວຈິງ ທີ່ໄດ້ຜ່ານການທົດສອບ ແລະ ໄດ້ຮັບຜົນຢ່າງດີມາແລ້ວ, ບວກກັບແນວທາງທີ່ກອງປະຊຸມໃຫຍ່ຄັ້ງນີ້ ຂອງ ພັກວາງອອກ, ດ້ວຍການເສີມຂະຫຍາຍມູນເຊື້ອອັນດີງາມ ຂອງພັກ ແລະ ຂອງຊາດ ຕິດພັນກັບການຍົກສູງນໍ້າໃຈ ຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງປວງຊົນລາວທັງຊາດ; ດ້ວຍ ການສະໜັບສະໜູນຮ່ວມມື ຂອງປະເທດອ້າຍນ້ອງເພື່ອນມິດຜູ້ຢູ່ໃກ້ ແລະ ຢູ່ໄກໃນໂລກ, ອົງການຈັດຕັ້ງສາກົນ ຕ່າງໆພາລະກຳປະຫວັດສາດ ຂອງພັກເຮົາ ທີ່ຕອບສະໜອງຄວາມມຸ່ງຫວັງ ຂອງປະຊາຊົນລາວບັນດາເຜົ່າ ທີ່ຈະນໍາ ເອົາປະເທດຊາດກ້າວຂຶ້ນສູ່ຈຸດໝາຍປາຍທາງນັ້ນ ຈະໄດ້ຮັບການປະຕິບັດທີ່ມີຜົນສໍາເລັດ ຢ່າງແນ່ນອນ.

ໃນທ່າມກາງບັນຍາກາດ ມີຄວາມໝາຍສໍາຄັນປະຫວັດສາດ ແລະ ປ່ຽມລົ້ນໄປດ້ວຍນໍ້າໃຈຟົດຟື້ນປະຕິວັດ ບຸກ, ໃນນາມຄະນະປະທານ, ຂ້າພະເຈົ້າ ຂໍປະກາດປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະ ຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ຢ່າງເປັນທາງການ ນັບແຕ່ເວລານີ້ເປັນຕົ້ນໄປ.

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ

0

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນຕອນບ່າຍຂອງວັນທີ 8 ມັງກອນ 2026 ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ໂດຍມີສະມາຊິກພັກສົມບູນ ທັງໝົດ 834 ສະຫາຍ, ຍິງ 123 ສະຫາຍ ທີ່ເປັນຕົວແທນໃຫ້ ແກ່ສະມາຊິກພັກທົ່ວປະເທດ 421.865 ສະຫາຍ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ກ່າວສູນທອນພົດອັດກອງປະຊຸມ ໂດຍມີບາງຕອນສຳຄັນວ່າ: ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ຄົ້ນຄວ້າພິຈາລະນາຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບຢ່າງສົມບູນ ແລະ ເປັນເອກະສັນຕົກລົງ ແລະ ຮັບຮອງເອົາທຸກໆບັນຫາ ພິເສດໄດ້ຮັບຮອງເອົາໂຄງການການເມືອງຂອງພັກ ສະບັບທີ III ເຊິ່ງຈະເປັນໂຄງການການເມືອງ ທີ່ຊີ້ທາງເດີນໃຫ້ພັກເຮົາ, ປວງຊົນລາວບັນດາເຜົ່າ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ, ເປັນລະບອບການເມືອງ ທີ່ໄດ້ມາຈາກປະຊາຊົນ ໂດຍປະຊາຊົນເພື່ອປະຊາຊົນ ນັ້ນໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ. ນັ້ນເປັນການຢືນຢັນຕື່ມອີກ ກ່ຽວກັບຄວາມເດັດດ່ຽວໜຽວແໜ້ນຕໍ່ອຸດົມການອັນສູງສຸດຂອງພັກ ກໍຄື ຄວາມຕັດສິນໃຈຍຶດໝັ້ນ ຢ່າງສະເໝີຕົ້ນສະເໝີປາຍ ຕໍ່ທາດແທ້ປະຕິວັດ ແລະ ມູນເຊື້ອອັນສະຫງ່າງາມຂອງພັກເຮົາ ໃນການນໍາພາປະເທດຊາດ ສູ່ຄວາມວັດທະນະຖາວອນ.

ເພື່ອເຮັດໃຫ້ໂຄງການການເມືອງຂອງພັກ ໄດ້ຮັບການຈັດຕັ້ງຜັນຂະຫຍາຍສູ່ລວງເລິກນັ້ນ ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ຮັບຮອງເອົາທັດສະນະ, ເນື້ອໃນການຕີລາຄາໝາກຜົນ ຂອງການປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານ ມີຫລັກການ ຂອງພັກໃນເກືອບ 40 ປີ ຜ່ານມາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ເພື່ອສະຫລຸບຖອດຖອນບົດຮຽນ ແລະ ສືບຕໍ່ວາງຈຸດໝາຍ ເພື່ອນໍາພາພາລະກິດປະຕິວັດ ຮອດປີ 2055, ຍຸດທະສາດພັດທະນາ ໄລຍະ 10 ປີ (2026-2035) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໃຫ້ມີພື້ນຖານອັນໜັກແໜ້ນ ສຳລັບບາດກ້າວເດີນຕໍ່ໄປ ຂອງປະເທດຊາດ. ນັ້ນຖືເປັນຂີດໝາຍສຳຄັນປະຫວັດສາດ ທີ່ພັກເຮົາ ກໍຄື ການນຳພັກເຮົາຮຸ່ນນີ້ໄດ້ມີຄວາມມຸ່ງໝັ້ນ ແລະ ສ້າງພື້ນຖານປະໄວ້ໃຫ້ຮຸ່ນສືບທອດຂອງພັກເຮົາ ສືບຕໍ່ດຳເນີນພາລະກິດປະຕິວັດ ສູ່ຈຸດໝາຍທີ່ວາງໄວ້ ຢ່າງໜັກແໜ້ນ.

ກອງປະຊຸມໃຫຍ່ຂອງພັກໄດ້ເປັນເອກະພາບໃນລະດັບສູງ ຮັບຮອງເອົາກົດລະບຽບຂອງພັກ ສະບັບປັບປຸງ ເຊິ່ງເປັນທຳມະນູນ, ແມ່ນແນວທາງການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ ທີ່ໄດ້ຮັບການບູລະນະ ໃຫ້ສອດຄ່ອງກັບໂຄງການການເມືອງ ກໍຄື ແນວທາງການເມືອງ ໃນເງື່ອນໄຂໃໝ່ ທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກ.

ກອງປະຊຸມເປັນເອກະສັນ ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເຊິ່ງປະກອບດ້ວຍກໍາມະການສົມບູນ 73 ສະຫາຍ ແລະ ກໍາມະການ ສໍາຮອງ 15 ສະຫາຍ ເພື່ອເປັນແກ່ນສານນໍາພາທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ມີຜົນສໍາເລັດ, ສ້າງບາດກ້າວບຸກທະລຸ ໃນການສ້າງການຫັນປ່ຽນທີ່ແຂງແຮງ ໃນການພັດທະນາ ແລະ ພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນຕໍ່ໄປ. ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເປັນເອກະພາບເລືອກຕັ້ງ ກໍາມະການກົມການເມືອງສູນກາງພັກ 13 ສະຫາຍ, ເລືອກເອົາກໍາມະການຄະນະເລຂາທິການສູນກາງພັກ 11 ສະຫາຍ. ກອງປະຊຸມໄດ້ເປັນເອກະພາບຢ່າງສູງເລືອກເອົາ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກ; ພ້ອມກັນນັ້ນ ກໍ່ໄດ້ເລືອກເອົາ ສະຫາຍ ວິໄລ ຫລ້າຄຳຟອງ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ສະຫາຍ ວັນໄຊ ພອງສະຫວັນ ເປັນປະທານຄະນະກວດກາສູນກາງພັກ ແລະ ເລືອກເອົາຮອງປະທານຄະນະກວດກາສູນກາງພັກອີກ 6 ສະຫາຍ.

ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ມື້ທີ 2 ປ່ອນບັດເລືອກເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII

0

ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໃນມື້ທີ 2 ໃນວັນທີ 7 ມັງກອນ 2026 ນີ້, ຜູ້ແທນກອງປະຊຸມໃຫຍ່ ທັງໝົດ 835 ສະຫາຍ, ຍິງ 123 ສະຫາຍ ໄດ້ຮັບຟັງຫລາຍບັນຫາສໍາຄັນຂອງພັກ ແລະ ໄດ້ພ້ອມກັນປ່ອນບັດຄັດເລືອກເອົາຄະນະບໍລິຫານງານສູນກາງພັກສະໄໝທີ XII ຊຶ່ງກຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ບັນດາຜູ້ແທນກອງປະຊຸມໃຫຍ່ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າໃນການປະຕິບັດໜ້າທີ່ຕາມວາລະ ຢ່າງເຂັ້ມງວດ.

ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ຕາງໜ້າກອງເລຂາກອງປະຊຸມໃຫຍ່ ໄດ້ແຈ້ງຜົນການດຳເນີນກອງປະຊຸມ ໃນມື້ທີ 2 ວ່າ: ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໃນມື້ທີ 2 ໃນພາກເຊົ້າ ໄດ້ຮັບຟັງການລາຍງານບົດສຳຫລວດການນຳພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຫລັງຈາກນັ້ນ, ສະຫາຍ ເລຂາທິການໃຫຍ່ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ຂຶ້ນກ່າວລາໜ້າທີ່ ແລະ ໄດ້ມອບໃຫ້ຜູ້ແທນກອງປະຊຸມດຳເນີນການເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດທີ XII.

ພ້ອມນັ້ນ, ກອງປະຊຸມຍັງໄດ້ຮັບຟັງ ການຂຶ້ນຜ່ານມາດຖານ, ເງື່ອນໄຂ ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XII, ພ້ອມທັງໄດ້ແບ່ງໜ່ວຍຄົ້ນຄວ້າຢ່າງລະອຽດ, ຈະແຈ້ງ ເພື່ອເຮັດໃຫ້ປະຫວັດຂອງຜູ້ລົງສະໝັກເລືອກຕັ້ງ ແຕ່ລະສະຫາຍ ມີຄວາມຈະແຈ້ງ ແລະ ຊັດເຈນ.

ສ່ວນໃນພາກບ່າຍ ກອງປະຊຸມ ໄດ້ດຳເນີນການປ່ອນບັດເລືອກເອົາຄະນະບໍລິຫານງານສູນກາງພັກຊຸດໃໝ່ ຊຶ່ງໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ນວ ຈະນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ມາຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ

0

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 7 ມັງກອນ 2026 ນີ້, ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ເຈົ້າຄອງນະຄອນຫລວງວຽງຈັນ (ນວ) ໄດ້ຍົກໃຫ້ເຫັນບາງທັດສະນະວ່າ: ໃນຖານະທີ່ ນະຄອນຫລວງວຽງຈັນ ເປັນຫົວໃຈ ແລະ ເປັນໃບໜ້າໃບຕາຂອງປະເທດ ຂ້າພະເຈົ້າ ກໍຄື ນະຄອນຫລວງວຽງຈັນ ຈະນຳເອົາເນື້ອໃນຈິດໃຈ ຂອງກອງປະຊຸມໃຫຍ່ຄັ້ງນີ້, ມາຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ ໂດຍສະເພາະແມ່ນ ດ້ານເສດຖະກິດ ຈະສຸມໃສ່ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃຫ້ເຂັ້ມແຂງ ໂດຍຕັ້ງເປົ້າໝາຍ ການຂະຫຍາຍຕົວຂອງ GDP ໃຫ້ໄດ້ໃນລະດັບ 8% ຂຶ້ນໄປ, ດ້ານພື້ນຖານໂຄງລ່າງ ຈະພັດທະນາຕົວເມືອງໃຫ້ມີຄວາມທັນສະໄໝ, ສີວິໄລ ແລະ ຈະສົ່ງເສີມການທ່ອງທ່ຽວ, ການຄ້າ-ການລົງທຶນ ແລະ ການອະນຸລັກວັດທະນະທຳ-ຮີດຄອງປະເພນີອັນດີງາມ ຂອງຊາດລາວເຮົາໃຫ້ຄົງຢູ່ຄູ່ຄົນລາວຕະຫລອດໄປ.

ສະຫາຍ ອາດສະພັງທອງ ສີພັນດອນ ໄດ້ກ່າວອີກວ່າ: ໃນນາມເປັນຕົວແທນໃຫ້ແກ່ສະມາຊິກພັກຫລາຍກວ່າ 25.000 ສະຫາຍ ທົ່ວນະຄອນຫລວງວຽງຈັນ ສະແດງຄວາມເຊື່ອໝັ້ນຕໍ່ກັບບັນດາຄາດໝາຍ ແລະ ທິດທາງແຜນການພັດທະນາ ທີ່ຈະກາຍເປັນເຂັມທິດເຍືອງທາງ ໃຫ້ແກ່ການສ້າງສາພັດທະນາປະເທດຊາດໃນໄລຍະໃໝ່, ຊຶ່ງກອງປະຊຸມໃຫຍ່ໃນຄັ້ງນີ້, ແມ່ນເຫດການທາງປະຫວັດສາດທີ່ສຳຄັນຢ່າງຍິ່ງໃນການສັງລວມ ແລະ ຕີລາຄາການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະ 5 ປີ ຜ່ານມາ. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ຮັບຮອງເອົາເອກະສານສຳຄັນ 4 ສະບັບ ເປັນຕົ້ນ ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ແລະ ການປັບປຸງກົດລະບຽບຂອງພັກ ເພື່ອເປັນບ່ອນອີງໃນການກ້າວໄປຂ້າງໜ້າຢ່າງໝັ້ນຄົງ.

ສະຫາຍ ອາດສະພັງທອງ ສີພັນດອນ ຍັງໄດ້ຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ-ລັດຖະກອນ, ທະ ຫານ, ຕຳຫລວດ ແລະ ຊາວນະຄອນຫລວງວຽງຈັນ ທຸກຊັ້ນຄົນ ຈົ່ງຍົກສູງຄວາມເປັນເຈົ້າການ ແລະ ສາມັກຄີເປັນປຶກແຜ່ນ ເພື່ອຮັບຕ້ອນຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ພ້ອມກັນ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ໃຫ້ກາຍເປັນຜົນງານຕົວຈິງ ໃນທຸກຂົງເຂດວຽກງານເພື່ອສ້າງສາ ນະຄອນຫລວງວຽງຈັນ ໃຫ້ກາຍເປັນຕົວເມືອງທີ່ໜ້າຢູ່ ແລະ ພັດທະນາຢ່າງຍືນຍົງ.

ພະຍາກອນອາກາດ ປະຈໍາເຊົ້າວັນທີ 07 ມັງກອນ 2026

0

ມວນອາກາດໜາວເຢັນທີີ່ປະເທດຈີນ ໄດ້ມີກໍາລັງແຮງເພີີ່ມຂືື້ນຈະແຜ່ລົງມາປົກຄຸມຢູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມຈະມີກໍາລັງປານກາງພັດປົກຄຸມ, ຊຶ່ງຈະເຮັດໃຫ້

ອາກາດຈະເຢັນ ຫາ ໜາວເຢັນລົງຕືີ່ມອີກຢູ່ໃນແຕ່ລະພາກ ແລະ ອາກາດຈະໜາວເຢັນຫລາຍຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມຢູ່ທົົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິີ່ນ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 07/01/2026 ຫາ ເວລາ 07 ໂມງ ຂອງວັນທີ 08/01/2026 ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ຫາ ໜາວເຢັນຫລາຍ, ພ້ອມມີໝອກໜາປົກຫຸ້ມຢູ່ທົົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິີ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີີ່ການປົກຫຸ້ມຂອງຝົນເທົົ່າກັບ 15% ອຸນຫະພູມໃນລະຫວ່າງ 06–20 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງ ຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ, ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງທ້ອງຖິີ່ນ ອຸນຫະພູມໃນລະຫວ່າງ 10–28 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມໃນລະຫວ່າງ 17–28 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົົ່ວໄປ ແລະ ມີລົມພັດແຮງຢູ່ເກືອບທົົ່ວໄປ ອຸນຫະພູມໃນລະຫວ່າງ 11–29 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນ ຫາ ໜາວເຢັນຫລາຍ, ພ້ອມມີໝອກໜາປົກຫຸ້ມຢູ່ທົົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມໃນລະຫວ່າງ 09–25 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິີ່ນ ອຸນຫະພູມໃນລະຫວ່າງ 14–31 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດໜາວເຢັນຫລາຍ, ພ້ອມມີໝອກໜາປົກຫຸ້ມຢູ່ທົົ່ວໄປໃນຕອນເຊົ້າ ພ້ອມມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 05–20 ອົງສາ.

ອົງຄະນະພັກແຂວງອຸດົມໄຊ ກໍານົດວິໄສທັດ-ຍຸດທະສາດ ແລະ ແຜນພັດທະນາແຂວງຕາາມທິດ 4 ໃຈກາງ

0

ອົງຄະນະພັກແຂວງອຸດົມໄຊ ໄດ້ກໍານົດວິໄສທັດ ຍຸດທະສາດ ແລະ ແຜນການ ໃນການພັດທະນາແຂວງອຸດົມໄຊ ຕາມທິດ 4 ໃຈກາງ ຄື: ໃຈກາງທາງດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໃຈກາງທາງດ້ານເສດຖະກິດ, ໃຈກາງທາງດ້ານວັດທະນະທໍາ-ສັງຄົມ ແລະ ໃຈກາງການບໍລິການ ແລະ ການທ່ອງທ່ຽວ ໂດຍສະເພາະດ້ານເສດຖະກິດ ແມ່ນໄດ້ສຸມໃສ່ ພັດທະນາຕາມ 4 ທ່າແຮງຫລັກຄື: ພັດທະນາດ້ານກະສິກໍາ ຕິດພັນກັບການປຸງແຕ່ງ ແລະ ການສົ່ງອອກ ພັດທະນາດ້ານອຸດສາຫະກໍາປຸງແຕ່ງ ແລະ ພະລັງງານສະອາດ, ພັດທະນາ ດ້ານການບໍລິ ການ-ການທ່ອງທ່ຽວ ແລະ ພັດທະນາ ດ້ານການຂົນສົ່ງທາງບົກ ເຊື່ອມຕໍ່ເສັ້ນທາງລົດໄຟ ລາວ-ຈີນ.

ສະຫາຍ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງອຸດົມໄຊ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 6 ມັງກອນ 2026 ໃນຫົວຂໍ້: “ບົດຮຽນການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ຢູ່ແຂວງອຸດົມໄຊ” ໂດຍສະຫາຍ ໄດ້ຍົກໃຫ້ເຫັນຜົນງານ ແລະ ຜົນສຳເລັດ ທີ່ແຂວງອຸດົມໄຊ ຍາດມາໄດ້ຕະຫລອດໄລຍະ 5 ປີ (2021-2025) ຜ່ານມາ, ຊຶ່ງແຂວງອຸດົມໄຊ ໄດ້ສຸມໃສ່ຄົ້ນຄວ້າ, ກໍານົດນະໂຍບາຍຕ່າງໆ ຂອງແຂວງບົນພື້ນຖານກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ, ໄດ້ສ້າງເງື່ອນໄຂສະພາບແວດລ້ອມ ເອື້ອອໍານວຍຄວາມສະດວກ ໂດຍສະເພາະແມ່ນການສ້າງບັນຊີຮຽກການລົງທຶນ; ໄດ້ປັບປຸງ, ແກ້ໄຂພື້ນຖານໂຄງລ່າງເສັ້ນທາງຄົມມະນາຄົມ, ຕາຂ່າຍໄຟຟ້າທີ່ຈໍາເປັນ, ແກ້ໄຂບັນຫາທີ່ດິນເພື່ອຮອງຮັບໃຫ້ແກ່ການລົງທຶນ, ໄດ້ຈັດກອງປະຊຸມພົບປະພາກທຸລະກິດ ພາຍໃນ ແລະ ຕ່າງປະເທດ ເພື່ອເຜີຍແຜ່, ສະໜອງຂໍ້ມູນ, ແລກປ່ຽນຄໍາຄິດເຫັນດ້ານຕ່າງໆ ພ້ອມທັງລະດົມການລົງທຶນເປັນປົກກະຕິ (ປີລະ 2 ຄັ້ງ) ແລະ ໄດ້ປະສານສົມທົບພາກສ່ວນກ່ຽວຂ້ອງຂັ້ນສູນກາງ ຍາດແຍ່ງດຶງດູດການລົງທຶນລາຍໃຫຍ່ ຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ຢູ່ແຂວງອຸດົມໄຊ ໃນຂົງເຂດເສດຖະກິດ, ວັດທະນະທໍາ-ສັງຄົມ ໂດຍສະເພາະ ແມ່ນຕາມ 4 ທ່າແຮງຫລັກ ໄດ້ທັງໝົດ 501 ໂຄງການ, ມູນຄ່າການລົງທຶນທັງໝົດ 12.114,74 ຕື້ກີບ, ປະຕິບັດໄດ້ລື່ນແຜນ 4 ເທົ່າຕົວ ຂອງການລົງທຶນ. ພ້ອມກັນນີ້, ກໍໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສໍາຫລວດ ແລະ ສຶກສາຄວາມເປັນໄປໄດ້ ໃນການລົງທຶນພັດທະນາດ້ານຕ່າງໆ ຢູ່ແຂວງອຸດົມໄຊ ຈໍານວນ 29 ໂຄງການ, ອັນພົ້ນເດັ່ນ ແມ່ນການລົງທຶນດ້ານການຜະລິດກະສິກຳ (ປູກ, ລ້ຽງ) ເປັນສິນຄ້າສະໜອງພາຍໃນ ແລະ ສົ່ງອອກ, ການລົງທຶນໂຄງການຂະໜາດໃຫຍ່ ໃນດ້ານອຸດສາຫະກຳປຸງແຕ່ງ, ພະລັງງານສະອາດ ແລະ ການຂົນສົ່ງ ຊຶ່ງການລົງທຶນດັ່ງກ່າວໄດ້ປະກອບສ່ວນຢ່າງໃຫຍ່ຫລວງແກ່ການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ໂດຍສະເພາະແມ່ນ ສ້າງລາຍຮັບ, ສ້າງວຽກເຮັດງານທຳ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ຢ່າງຫລວງຫລາຍ, ໂຄງປະກອບເສດຖະ ກິດຂອງແຂວງມີການຫັນປ່ຽນຢ່າງຕັ້ງໜ້າ.

ຄຽງຄູ່ກັນນີ້, ຄະນະພັກ-ຄະນະກຳມະການປົກຄອງແຂວງອຸດົມໄຊ ຈະສຸມໃສ່ສ້າງສະພາບແວດລ້ອມດ້ານຕ່າງໆ, ເງື່ອນໄຂອໍານວຍຄວາມສະດວກແກ່ການລົງທຶນ ພາຍໃນ ແລະ ຕ່າງປະເທດ ໂດຍເລີ່ມຈາກປັບປຸງດ້ານນະ ໂຍບາຍຕ່າງໆຂອງແຂວງ ຕໍ່ກັບການລົງທຶນໃຫ້ສອດຄ່ອງ ບົນພື້ນຖານກົດໝາຍ ແລະ ລະບຽບການຂອງຂັ້ນເທິງວາງອອກ, ສືບຕໍ່ປັບປຸງກົນໄກຜ່ານປະຕູດຽວ, ແກ້ໄຂສິ່ງອັດຕັນໃຫ້ຄ່ອງຕົວ, ຫລຸດຜ່ອນຂັ້ນຂອດໃຫ້ໜ້ອຍລົງ, ສຸມໃສ່ແກ້ໄຂບັນຫາທີ່ດິນຮອງຮັບແກ່ການລົງທຶນ, ເລັ່ງກໍ່ສ້າງພື້ນຖານໂຄງລ່າງຖະໜົນຫົນທາງ ເປັນຕົ້ນ ທາງຫລວງແຫ່ງຊາດ 2E, 2W ເປັນທາງເຊື່ອມຕໍ່ຕາເວັນອອກຫາຕາເວັນຕົກ ທີ່ພວມປັບປຸງກໍ່ສ້າງໃຫ້ສໍາເລັດຕາມແຜນ ແຕ່ນີ້ຮອດປີ 2028, ປັບປຸງສ້ອມແປງທາງຫລວງແຫ່ງຊາດ 13 ເໜືອ, ທາງຫລວງທ້ອງຖິ່ນ ໃຫ້ຢູ່ໃນສະພາບທີ່ດີ ເພື່ອເຊື່ອມຕໍ່ກັບເສັ້ນທາງລົດໄຟ ລາວ-ຈີນ; ສືບຕໍ່ຍູ້ແຮງ, ຄຸ້ມຄອງຈັດຕັ້ງປະຕິບັດໂຄງການລົງທຶນຂະໜາດນ້ອຍ, ກາງ, ໃຫຍ່ ທີ່ພວມຈັດຕັ້ງປະຕິບັດ ໂດຍສະເພາະ ແມ່ນໂຄງການລົງທຶນຜະລິດກະສິກໍາ ທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ, ໂຄງການພັດທະນາດ້ານອຸດສາຫະກໍາປຸງແຕ່ງ ແລະ ພະລັງງານສະອາດ ເຊັ່ນ: ໂຮງງານປຸງແຕ່ງຊີມັງອຸດົມໄຊຈຽງເກີ, ນິຄົມອຸດສາຫະກໍາທັນສະໄໝຂອງບໍລິສັດອໍາມະຕະຢູ່ເມືອງນາໝໍ້, ໂຄງການພະລັງງານສະອາດ ໄຟຟ້າແສງຕາເວັນ ແລະ ພະລັງງານລົມຂອງບໍລິສັດ CGN, ເຂື່ອນໄຟຟ້າແມ່ນໍ້າຂອງ ຢູ່ເມືອງປາກແບງ, ໂຄງການລົງທຶນ ພັດທະນາການບໍລິການ ແລະ ທ່ອງທ່ຽວ, ໂຄງການລົງທຶນ ພັດທະນາຂົນສົ່ງສິນຄ້າ ເຊື່ອມຕໍ່ເສັ້ນທາງລົດໄຟ ລາວ-ຈີນ ແລະ ອື່ນໆ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ພ້ອມທັງສຸມໃສ່ສ້າງ, ປັບປຸງບັນຊີຮຽກການລົງທຶນແຕ່ລະຂະແໜງການ, ຂົງເຂດວຽກງານ ໃຫ້ຈະແຈ້ງຕາມທິດທາງສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໂດຍສະເພາະແມ່ນ ຂົງເຂດເສດຖະກິດ ຕາມ 4 ທ່າແຮງຫລັກ ຄື: ດ້ານກະສິກໍາ ຕິດພັນກັບການປຸງແຕ່ງ, ດ້ານອຸດສະຫະກໍາປຸງແຕ່ງ ແລະ ພະລັງງານສະອາດ, ດ້ານການບໍລິການ ແລະ ການທ່ອງທ່ຽວ ແລະ ດ້ານການຂົນສົ່ງ ໃຫ້ຄົບຖ້ວນ ຈະ ແຈ້ງ. ພ້ອມທັງເຜີຍແຜ່, ໂຄສະນາຂໍ້ມູນຂ່າວສານ ດ້ວຍຫລາຍວິທີ ຜ່ານຊ່ອງທາງຂອງສື່ຕ່າງໆ ເພື່ອລະດົມ, ດຶງດູດການລົງທຶນ ຈາກພາຍໃນ ແລະ ຕ່າງປະເທດ ມາລົງທຶນຢູ່ແຂວງອຸດົມໄຊ ໃຫ້ນັບມື້ນັບຫລາຍຂຶ້ນ.

ບາງທັດສະນະຂອງຜູ້ແທນສົມບູນແຂວງຫລວງນ້ຳທາ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

0

ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ວັນທີ 7 ມັງກອນ 2026 ນີ້, ສະຫາຍ ວົງມະນີ ເພື່ອປະຊາ ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງຫລວງນ້ຳທາ ໄດ້ສະແດງຄວາມພາກພູມໃຈ ທີ່ໄດ້ຕາງໜ້າໃຫ້ຄະນະພັກ, ສະມາຊິກພັກ ທົ່ວແຂວງຫລວງນ້ຳທາ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ໃນຄັ້ງນີ້, ຊຶ່ງເປັນເຫດການການເມືອງ ທີ່ສຳຄັນໜຶ່ງຂອງພັກ-ຂອງຊາດ ຊຶ່ງຈະໄດ້ທົບທວນຄືນຜົນຂອງການຜັນຂະຫຍາຍມະຕິ ຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກຳນົດແນວທາງ, ນະໂຍບາຍ ແລະ ແຜນປະຕິບັດງານ ຂອງພັກ ແລະ ຂອງປະເທດ ໃນ 5 ປີຕໍ່ໜ້າ ເພື່ອສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ຂອງພັກ ສູ່ລວງເລິກຕໍ່ໆໄປ. ອັນພົ້ນເດັ່ນ ກອງປະຊຸມ ໃນຄັ້ງນີ້, ຍັງຈະໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກຊຸດໃໝ່ ເພື່ອສືບຕໍ່ນຳພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ສືບຕໍ່ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ ໃນ 5 ປີຕໍ່ໜ້າ.

ສະຫາຍ ວົງມະນີ ເພື່ອປະຊາ ຍັງໄດ້ຢືນຢັນວ່າ: ພາຫລັງສໍາເລັດກອງປະຊຸມ, ຈະນຳເອົາເນື້ອໃນຈິດໃຈ ທີ່ຕິດພັນກັບວຽກງານວິຊາສະເພາະ ທີ່ຕົນຮັບຜິດຊອບ ເປັນຕົ້ນ ດ້ານການພັດທະນະນາຊັບພະຍາກອນມະນຸດ, ດ້ານການສຶກສາ, ກິລາ, ສາທາລະນະສຸກ, ວຽກງານວັດທະນະທຳ ແລະ ການທ່ອງທ່ຽວ, ວຽກງານສະຫວັດດີການສັງຄົມ ແລະ ອື່ນໆ ໄປເຜີຍແຜ່ໃຫ້ບັນດາພະແນກການ, ອົງການ, ຕະຫລອດຮອດປະຊາຊົນ ພາຍໃນແຂວງຫລວງນ້ຳທາ ໄດ້ຮັບຮູ້ ແລະ ເຂົ້າໃຈ ຢ່າງທົ່ວເຖິງ ແນໃສ່ເຮັດໃຫ້ວຽກງານດັ່ງກ່າວ, ໃຫ້ເຂົ້າສູ່ຕົວຈິງ, ເກີດດອກອອກຜົນ ແລະ ອື່ນໆ.

ໂອກາດນີ້, ສະຫາຍ ວົງມະນີ ເພື່ອປະຊາ ຍັງໄດ້ຮຽກຮ້ອງໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕ່ຳຫລວດ, ພໍ່ຄ້າຊາວຂາຍ, ຜູ້ປະກອບການ, ນັກທຸລະກິດ ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ທັງສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໃຫ້ເອົາໃຈໃສ່ຕິດຕາມຜົນສຳເລັດ ແລະ ຕ້ອງກຳໄດ້ເນື້ອໃນຈິດໃຈ ຂອງກອງປະຊຸມຄັ້ງນີ້ ໃຫ້ແທດເຖິງ ເພື່ອນຳໄປຜັນຂະຫຍາຍເຂົ້າໃນວຽກງານຂອງຕົນ ໃຫ້ເກີດດອກອອກຜົນ ແລະ ມີຜົນສຳເລັດອັນຈົບງາມ.