ພິທີປິດຊຸດຝຶກອົບຮົມບຳລຸງຄວາມຮູ້ກ່ຽວກັບວຽກງານຊົນເຜົ່າ ໃຫ້ພະນັກງານແນວລາວສ້າງຊາດຂັ້ນສູນກາງ, ທ້ອງຖິ່ນ ແລະ ມອບໃບຢັ້ງຢືນ ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ສຳນັກງານຄະນະກຳມະການຊົນເຜົ່າ ແຫ່ງ ສສ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ໃນວັນທີ 10 ພະຈິກ ຜ່ານມາ. ເປັນກຽດເຂົ້າຮ່ວມມີ ທ່ານ ເລ ເຊິນ ຮາຍ ກຳມະການຄະນະພັກ ຮອງລັດຖະມົນຕີ ຮອງຫົວໜ້າຄະນະກຳມະການຊົນເຜົ່າແຫ່ງ ສສ ຫວຽດນາມ, ທ່ານ ເຈິນຈຸງ ຜູ້ອຳນວຍການສະຖາບັນຄະນະກຳມະການຊົນເຜົ່າ, ມີຜູ້ຕາງໜ້າສະຖານທູດ ສປປ ລາວ ປະຈຳ ສສ ຫວຽດນາມ, ທ່ານ ຄະນອງລິດ ສີສົມບູນ ກຳມະການພັກ ຄະນະປະຈຳ ຫົວໜ້າກົມສາສະໜາ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ.

ໂອກາດນີ້, ໃນພິທີໄດ້ສະຫຼຸບຕີລາຄາ, ດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ຊຸດຝຶກອົບຮົມຄັ້ງນີ້ໄດ້ຮຽນພາກທິດສະດີ ຈຳນວນ 5 ຫົວຂໍ້ ແລະ ການທັດສະນະສຶກສາຢູ່ເກືອລໍ່, ຢ້ຽມຊົມອານຸສອນສະຖານບ້ານເກີດຂອງ ທ່ານປະທານ ໂຮ່ຈິມິນ, ພົບປະແລກປ່ຽນກ່ຽວກັບການປະຕິບັດນະໂຍບາຍຊົນເຜົ່າ ຢູ່ແຂວງເຫງະອານ, ທັດສະນະສຶກສາ, ຢ້ຽມຊົມສະຖານທີ່ທ່ອງທ່ຽວປາພິເສດ ຢູ່ບ້ານເກີ້ມເລື່ອງ, ແລກປ່ຽນບົດຮຽນຢູ່ເມື່ອງເກີ້ມທຸ້ຍ ແຂວງແທງຮ໋ວາ, ທີ່ນະຄອນຫຼວງຮ່າໂນ້ຍ ຢ້ຽມຊົມສຸສານພິພິທະພັນທ່ານປະທານໂຮ່ຈິມິນ, ແລກປ່ຽນບົດຮຽນກັບກົມນະໂຍບາຍຊົນເຜົ່າ, ກົມໂຄສະນາ ແລະ ກົມຊົນເຜົ່າສ່ວນໜ້ອຍ ຂອງຄະນະກຳມະການຊົນເຜົ່າ;

ຊຸດຝຶກອົບຮົມຄັ້ງນີ້, ເປັນໜຶ່ງໃນກິດຈະກຳເພື່ອປະກອບສ່ວນ ໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ເວົ້າລວມ, ເວົ້າສະເພາະ ແມ່ນໃນຂົງເຂດວຽກງານແນວລາວສ້າງຊາດ ໃຫ້ມີຄວາມແໜ້ນແຟ້ນ, ເປັນຂະບວນຟົດຟືນ-ຕໍ່ເນື່ອງ; ໃນນີ້ ທັງເປັນການຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມື ລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະກຳມະການຊົນເຜົ່າ ແຫ່ງລັດຖະບານ ສສ ຫວຽດນາມ ແຕ່ປີ 2022-2030 ກ່ຽວກັບວຽກງານຊົນເຜົ່າ ໃຫ້ເກີດດອກອອກຜົນ ແລະ ມີຜົນສຳເລັດຢ່າງຈົບງາມ.

ຂ່າວ-ພາບ: ຈິດຕະພົງ ໂພທິລັກ

LEAVE A REPLY

Please enter your comment!
Please enter your name here