Sunday, September 22, 2024
Homeຂ່າວຕ່າງປະເທດສປຊ ກ່າວເຕືອນ ໂລກພວມຢູ່ໃກ້ກັບໄພພິບັດດ້ານດິນຟ້າອາກາດ

ສປຊ ກ່າວເຕືອນ ໂລກພວມຢູ່ໃກ້ກັບໄພພິບັດດ້ານດິນຟ້າອາກາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການເຮັດວຽກມື້ທີ 2 ຂອງກອງປະຊຸມ ຄັ້ງທີ 27 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP27) ທີ່ດຳເນີນຢູ່ປະເທດເອຢິບ ໃນວັນທີ 7 ພະຈິກ ຜ່ານມາ, ທ່ານ ອັນໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ ສປຊ ໄດ້ກ່າວປາໄສເນັ້ນໜັກກ່າວເຕືອນກ່ຽວກັບສະພາບການວິກິດການທາງດ້ານດິນຟ້າອາກາດໃນປັດຈຸບັນ ແລະ ກ່າວເຕືອນ ບັນດາປະເທດພວມຢືນຢູ່ຕໍ່ໜ້າການເລືອກເຟັ້ນທີ່ຮ້າຍແຮງ ລະຫວ່າງ ຝ່າຍໜຶ່ງແມ່ນການຮ່ວມມືເພື່ອຫຼຸດຜ່ອນການປ່ອຍອາຍພິດລົງ ແລະ ຝ່າຍໜຶ່ງແມ່ນພວມເຮັດໃຫ້ອະນາຄົດຕົກເຂົ້າສູ່ໄພພິບັດດ້ານດິນຟ້າອາກາດ.

ຂ່າວລະບຸວ່າ: ທ່ານ ອັນໂຕນີໂອ ກູເຕີເຣສ ຮຽກຮ້ອງໃຫ້ຕ້ອງມີສົນທິສັນຍາລະຫວ່າງບັນດາປະເທດຮັ່ງມີ ແລະ ບັນດາປະເທດທີ່ທຸກຍາກ ເພື່ອຊຸກຍູ້ໄວວິວັດການຫັນປ່ຽນຈາກເຊື້ອໄຟຟອດຊິວ ແລະ ເພີ່ມຄວາມໄວໃນການແຈກຢາຍແຫຼ່ງການເງິນທີ່ຈຳເປັນເພື່ອຮັບປະກັນວ່າ ບັນດາປະເທດທີ່ທຸກຍາກຈະຫຼຸດຜ່ອນການປ່ອຍອາຍພິດ ແລະ ຮັບມືກັບບັນດາຜົນກະທົບທີ່ບໍ່ສາມາດຫຼີກລ່ຽງໄດ້ຂອງສະພາບການໂລກອຸ່ນຂຶ້ນໃນປັດຈຸບັນ. ທ່ານຍັງຮຽກຮ້ອງໃຫ້ບັນດາປະເທດເຫັນດີເປັນເອກະພາບຢຸດຕິການນຳໃຊ້ຖ່ານຫີນໃນຂອບເຂດທົ່ວໂລກ ໃນປີ 2040 ຊຶ່ງແມ່ນໜຶ່ງໃນບັນດາເຊື້ອໄຟທີ່ມີທາດກາກບອນຫຼາຍທີ່ສຸດ. ໃນນັ້ນ, ບັນດາປະເທດສະມາຊິກອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ອາດຈະບັນລຸໄດ້ເປົ້າໝາຍດັ່ງກ່າວໄວກວ່າແມ່ນໃນປີ 2030.

ໃນວັນດຽວກັນ, ທ່ານນາງ ຄຣິສຕາລິນາ ຈໍເຈຍວາ ຜູ້ອຳນວຍການໃຫຍ່ ກອງທຶນການເງິນສາກົນ (IMF) ໃຫ້ຮູ້ວ່າ: ຕ້ອງກຳນົດລາຄາກາກບອນ ສະເລ່ຍຢ່າງໜ້ອຍສຸດແມ່ນ 75 ໂດລາ/ໂຕນ ທົ່ວໂລກ ໃນທ້າຍທົດສະວັດນີ້ ເພື່ອບັນລຸໄດ້ບັນດາເປົ້າໝາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໃນໂລກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments