Saturday, September 21, 2024
Homeແຈ້ງການສໍາຄັນເກີດແຜ່ນດິນໄຫວ ຄວາມແຮງ 2.1 ຣີກເຕີ ໃນບໍລິເວນແຂວງໄຊຍະບູລີ

ເກີດແຜ່ນດິນໄຫວ ຄວາມແຮງ 2.1 ຣີກເຕີ ໃນບໍລິເວນແຂວງໄຊຍະບູລີ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດ ແຜ່ນດິນໄຫວ ຈາກສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ໃນວັນທີ 09 ພະຈິກ 2022 ເວລາ 03:18 ໂມງ ໄດ້ພົບສັນຍານແຜ່ນດິນໄຫວ 01 ຄັ້ງ ໃນບໍລິເວນ ແຂວງໄຊຍະບູລີ ມີຈຸດສູນກາງຢູ່ເສັ້ນຂະໜານທີ 19.493 ອົງສາ ເໜືອ ແລະ ເສັ້ນແວງທີ 101.324 ອົງສາຕາເວັນອອກ ຄວາມແຮງສັ່ນ ສະເທືອນວັດແທກໄດ້ 2.1 ຣີກເຕີ ເຊິ່ງມີຄວາມເລິກຈາກເທິງໜ້າດິນ ປະມານ 04 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ບໍລິເວນບ້ານ ເສົາດຽວ ເມືອງໄຊສະຖານ ແຂວງໄຊຍະບູລີ ເຊີ່ງຈຸດເກິດແຜ່ນດິນໄຫວ ແມ່ນຫ່າງຈາກເທສະບານ ເມືອງໄຊສະຖານ ປະມານ 16 ກິໂລແມັດ. ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments