ບຸນນະມັດສະການພະທາດຫຼວງວຽງຈັນ ເປັນບຸນທີ່ຍິ່ງໃຫຍ່ສຳລັບຄົນລາວ, ເປັນບ່ອນເຕົ້າໂຮມຈິດໃຈຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວພຸດ ຜູ້ທີ່ເຫຼື້ອມໃສໃນພະພຸດທະສາສະໜາ ໄດ້ມາຮ່ວມກັນເຮັດບຸນ, ຮັກສາສິນ ເຊິ່ງໃນແຕ່ລະປີ.
ນອກຈາກຈະມີກິດຈະກຳທາງສາສະໜາ ແລະ ວາງສະແດງສິນຄ້າແລ້ວ ຍັງມີກິດຈະກຳໜຶ່ງທີ່ຂາດບໍ່ໄດ້ ແລະ ເປັນປະເພນີທີ່ສຶບຕໍ່ມາແຕ່ດົນນານ ນັັ້ນກໍຄື: ກິລາ ຕີຄີ ເຊິ່ງແມ່ນກິດຈະກຳທີ່ມີຄວາມໝາຍ ແລະ ຂາດບໍ່ໄດ້ ໃນງານບຸນນະມັດສະການພະທາດຫຼວງ, ໃນເມື່ອກ່ອນແມ່ນມີກິລາ ຕີໝໍ້, ຫຼິ້ນໝາກເດິ, ຫຼິ້ນຜີຕາແຕກ, ເຊືອກດຶງແອວ, ເສັງຕີກອງ ແລະ ອື່ນໆ ເພື່ອຄົບງັນ ແຕ່ປັດຈຸບັນ ຍັງເຫຼືອແຕ່ ກິລາຕີຄີ ເຊິ່ງຈະຈັດຂຶ້ນຕອນບ່າຍຂອງມື້ເພັງ15 ຄໍ່າ ເດືອນ 12 ລາວ ຫຼັງຈາກຕັກບາດແລ້ວ.
ອຸປະກອນສຳລັບຕີຄີ ແມ່ນໃຊ້ເຫງົ້າໄມ້ໄຜ່ໂງະໆ ຄ້າຍຄືດ້າມຂວານ ມາເຮັດເປັນໄມ້ສຳລັບຕີ ມີຄວາມຍາວປະມານ 1 ວາ, ລູກຄີ ກໍຫຼໍ່ດ້ວຍຂາງປະສົມເຫຼັກ ແລະ ທອງ ໃຫ້ເປັນຮູບມົນໆ. ກ່ອນຈະເອົາລູກຄີລົງໄປແຂ່ງຂັນຕີຄີ ກໍ່ມີພິທີເຊີນລູກຄີລົງມາແຂ່ງຂັນ ແລ້ວຈັດແບ່ງນັກກິລາຕີຄີອອກເປັນສອງຝ່າຍຄື: ຝ່າຍໜຶ່ງເປັນຝ່າຍປົກຄອງ ແລະ ອີກຝ່າຍໜຶ່ງເປັນຝ່າຍພົນລະເມືອງ ໂດຍກຳນົດເອົາຝ່າຍລະ 20-30 ຄົນ ແລະ ມີການເຮັດພິທີທຳທາງສາສະໜາກ່ອນຈະແຂ່ງຂັນ.
ກິດຈະກຳຕີຄີ ຫຼື ກິລາຕີຄີ ເປັນກິດຈະກຳທີ່ຫາເບິ່ງໄດ້ຍາກ ເພາະເພີ່ນຈະຈັດຂຶ້ນສະເພາະມື້ສຸດທ້າຍຂອງບຸນນະມັດສະການພະທາດຫຼວງເທົ່ານັ້ນ, ໝາຍເຖິງການເຕົ້າໂຮມຄວາມສາມັກຄີ ຂອງທຸກຄົນໃນຊາດ, ສ້າງຄວາມມ່ວນຊື່ນ ແລະ ຮັກສາຮີດເກົ່າຄອງເດີ່ມທີ່ເຄີຍປະຕິບັດກັນມາແຕ່ບູຮານ ໃຫ້ຄົນຮຸ່ນໃໝ່ໄດ້ໄດ້ສືບທອດຕໍ່ໄປ.
ຄົນສະໄໝກ່ອນມີຄວາມເຊື່ອວ່າການຕີຄີ ແມ່ນການສ່ຽງທວາຍເຖິງເຫດການບ້ານ ເຊື່ອວ່າຖ້າຝ່າຍປົກຄອງຊະນະ ກໍທວາຍວ່າ ປີນັ້ນປະຊາຊົນພົນລະເມືອງບໍ່ຄ່ອຍຢູ່ດີ ຈະຖືກພວກຂຸນນາງບັງຄັບຂົ່ມເຫັງ, ແຕ່ຖ້າປີໃດພົນລະເມືອງຊະນະ ປີນັ້ນປະຊາຊົນຈະຢູ່ເຢັນເປັນສຸກ.
ການຫຼິ້ນກິລາຕີຄີ ແມ່ນຈະໃຊ້ໄມ້ໂງະໆນັ້ນຕີ ຫຼື ເກາະລູກຄີໄປຫາໂກນ ( ເຂດແດນ ) ທີ່ເພິ່ນກຳນົດໄວ້ຄື: ກວ້າງ 3 ວາ, ສູງ 2 ວາ, ແຕ່ຫາກບໍ່ມີຕາໜ່າງຄືໂກນເຕະບານ.
ຂ່າວ : ອະພິນຍາ
ພາບ : ພູເງິນ