Saturday, September 21, 2024
Homeຂ່າວຕ່າງປະເທດສື່ມວນຊົນຕ່າງປະເທດ ຮຽນຮູ້ກ່ຽວກັບພັກກອມມູນິດຈີນຜ່ານຫໍພິພິດຕະພັນທີ່ຊຽງໄຮ້

ສື່ມວນຊົນຕ່າງປະເທດ ຮຽນຮູ້ກ່ຽວກັບພັກກອມມູນິດຈີນຜ່ານຫໍພິພິດຕະພັນທີ່ຊຽງໄຮ້

ວັນທີ 7 ພະຈິກ 2022, ສື່ມວນຊົນຕ່າງປະເທດ ເກືອບ 100 ຄົນ ຈາກຫລາຍກວ່າ 50 ປະເທດ ໄດ້ເຂົ້າຢ້ຽມຊົມຫໍພິພິດຕະພັນຂອງພັກກອມມູນິດຈີນຢູ່ນະຄອນຊຽງໄຮ້, ສປ ຈີນ ພາຍຫລັງເຂົ້າຮ່ວມເຄື່ອນໄຫວເກັບກຳຂ່າວໃນງານວາງສະແດງສິນຄ້ານໍາເຂົ້າສາກົນຈີນ ຄັ້ງທີ 5 ທີ່ຈັດຂຶ້ນໃນລະຫວ່າງວັນທີ 5-10 ພະຈິກນີ້.

ຫໍພິພິດຕະພັນດັ່ງກ່າວ, ເມື່ອກ່ອນເຄີຍໃຊ້ເປັນສະຖານ ທີ່ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 1 ຂອງພັກກອມມູນິດຈີນ ໃນປີ 1921 ໂດຍໄດ້ນໍາເອົາບັນດາຮູບ ພາບ, ປື້ມບັນທຶກເຫດການ ແລະ ອື່ນໆ ທີ່ສະແດງໃຫ້ເຫັນກ່ຽວກັບການເຄື່ອນໄຫວຂອງບັນດາການນໍາ ກໍຄື ການເຄື່ອນໄຫວວຽກງານຂອງພັກກອມມູນິດຈີນທີ່ໄດ້ນໍາພາປະຊາຊົນຈີນຕໍ່ສູ້ກູ້ຊາດໃນເມື່ອກ່ອນຈົນສາມາດຍາດໄດ້ໄຊຊະນະ, ລວມເຖີງບັນດາຜົນສໍາເລັດໃນການສ້າງສາ ແລະ ພັດທະນາປະເທດຈີນໃນແຕ່ລະໄລຍະຈົນມາຮອດປັດຈຸບັນນີ້ ພາຍໃຕ້ການນໍາພາຂອງພັກກອມມູນິດຈີນ ໄດ້ຮັບຜົນສໍາເລັດຢ່າງຕໍ່ເນື່ອງ, ທັງທາງດ້ານເສດຖະກິດ-ສັງ ຄົມ, ການແກ້ໄຂຄວາມທຸກຍາກ, ດ້ານວິທະຍາສາດ, ການພົວພັນຮ່ວມມືກັບຕ່າງປະເທດ ແລະ ອື່ນໆ.

ສິ່ງສໍາຄັນ ພັກກອມມູນິດຈີນ ໄດ້ສໍາເລັດການນໍາພາປະເທດຈີນບັນລຸໄດ້ຜົນສໍາເລັດເປົ້າໝາຍ 100 ປີ ເຫດການທີ 1 ແລະ ພວມສືບຕໍ່ຈັດຕັ້ງປະຕິບັດເປົ້າໝາຍ 100 ປີ ເຫດການທີ 2 ເຊີ່ງຖືເປັນຜົນສໍາເລັດ ແລະ ໄຊຊະນະ ອັນເປັນປະຫວັດສາດທີ່ຍິ່ງໃຫຍ່ຂອງພັກກອມມູນິດຈີນ ຍາດມາໄດ້ຕະຫລອດໄລ ຍະ 101 ປີ ຜ່ານມານີ້.

ທັງນີ້, ເພື່ອແນໃສ່ເຮັດໃຫ້ສື່ມວນຊົນຕ່າງປະເທດ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊີ່ງກວ່າເກົ່າກ່ຽວກັບຄວາມເປັນມາຂອງພັກກອມມູນິດຈີນ ກໍຄື ຜົນສໍາເລັດໃນການສ້າງສາ ແລະ ພັດທະນາປະເທດຈີນ ພາຍໃຕ້ການນໍາພາຂອງພັກກອມມູນິດຈີນ ຕະຫລອດໄລຍະຫນຶ່ງສະຕະວັດກວ່າຜ່ານມາ, ລວມເຖີງແນວທາງນະໂຍບາຍຂອງພັກກອມມູນິດຈີນ ທີ່ມີຕໍ່ຕ່າງປະເທດ ກໍຄື ການເປີດກວ້າງພົວພັນຮ່ວມມືກັບພາຍນອກບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ເຊີ່ງຈີນຢືນຢັນຈະສືບຕໍ່ເປີດກວ້າງການພົວພັນຮ່ວມມືກັບພາຍນອກໃຫ້ນັບມື້ຫລາຍຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນຈີນ ກໍຄື ປະຊາ ຊົນໃນທົ່ວໂລກນັບມື້ດີຂຶ້ນຢ່າງບໍ່ຢຸດຢັ້ງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments