ເນື່ອງ​ໃນ​ໂອ​ກາດ​ການ​ເປີດ​ນຳ​ໃຊ້​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນຄົບ​ຮອບ 1 ປີ, ວັນ​ທີ 8 ພະ​ຈິກນີ້ ໂຄງ​ການ​ບັນ​ທຶກ​ຄວາມ​ຮັກ​ແພງ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ ທີ່​ມີວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ FM93 ແລະ​ ສະ​ມາ​ຄົມ​ນັກ​ປະ​ພັນ​ລາວ ເປັນ​ເຈົ້າ​ພາບ​ນັ້ນໄດ້​ຈັດ​ພິ​ທີ​ເລີ່ມ​ໂຄງ​ການ​ຢູ່​ທີ່​ນະ​ຄອນ​ຫຼວງວຽງ​ຈັນ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ພິ​ທີ​ມີ ທ່ານ​ໂພ​ສີ ແກ້ວ​ມະ​ນີ​ວົງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ​ ທ່ອງ​ທ່ຽວລາວ, ທ່ານ ບົວເງິນ ຊາພູວົງ ປະທານສະມາຄົມສິລະປິນແຫ່ງຊາດລາວ, ຄະນະກຳມະການສະມາຄົມມິດຕະພາບລາວ-ຈີນ, ທ່ານ ທອງເດີນ ຄຳມະນີ ຮອງ​ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ລົດ​ໄຟ​ລາວ​ຈີນ, ທ່ານ​ ທອງ​ໃບ ໂພ​ທິ​ສານປະ​ທານ​ສະ​ມາ​ຄົມ​ນັກ​ປະ​ພັນ​ລາວ ພ້ອມ​ກັບ​ນັກ​ປະ​ພັນ, ນັກ​ກະ​ວີ, ນັກ​ຖ່າຍ​ພາບ ແລະ​ ນັກ​ແຕ້ມ​ຜູ້​ມີ​ຊື່​ສຽງ​ຂອງ​ລາວ​ທັງ​ໝົດ 50 ກວ່າ​ທ່ານ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ.

ໃນ​ພິ​ທີ​ເປີດ​ໂຄງ​ການ​ດັ່ງ​ກ່າວ, ທ່ານ​ ໂພ​ສີ ແກ້ວ​ມະ​ນີ​ວົງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ​ ແລະ​ທ່ອງ​ທ່ຽວລາວ​ ກ່າວ​ວ່າ: ໃນ​ເວ​ລາ 10 ກວ່າ​ວັນ​ຕໍ່​ໜ້ານີ້, ນັກ​ປະ​ພັນ, ນັກ​ກະ​ວີ, ນັກ​ຖ່າຍ​ພາບ, ນັກ​ແຕ້ມ ແລະ​ ນັກ​ຂ່າວ​ລາວ ລວມ​ປະ​ມານ 30 ທ່ານ​ຈະ​ເດີນ​ທາງ​ໂດຍ​ລົດ​ໄຟ​ລາວ-​ຈີນ ເພື່ອ​ເອົາ​ປະ​ສົບ​ການ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທີ່​ຢູ່​ອາ​ໄສ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ສາຍນີ້ແລ້ວ​ປະ​ດິດ​ແຕ່ງ​ຜົນ​ງານ​ທີ່​ກ່ຽວ​ຂ້ອງ ປະ​ກາດ​ຜ່ານ​ທາງ​ໜ້າ​ເພດ​ເຟ​ບຸກ​ຂອງວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ FM93 ຄື: cri-fm93 ແລະ ໜ້າ​ແວັບ​ໄຊ​ພາ​ສາ​ລາວ: [email protected] ກໍ່​ຄື​ສື່​ຕ່າງໆ​ຂອງ​ຝ່າຍ​ລາວ. ນອກນີ້ຜົນ​ງານ​ດີ​ເດັ່ນ​ຂອງ​ບັນ​ດາ​ທ່ານ​ຍັງ​ຈະ​ຮັບ​ການ​ຄັດ​ເລືອກ ແລະ​ ຮຽບ​ຮຽງ​ໃຫ້​ເປັນ​ປື້ມ ເພື່ອ​ພິມ​ຈຳ​ໜ່າຍ​ໃນ​ເດືອນ​ເມ​ສາ​ປີ​ໜ້າ ເພື່ອ​ເປັນ​ການ​ສະ​ເຫຼີມ​ສະ​ຫຼອງ​ການ​ສະ​ເໜີ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ ໜຶ່ງ​ເສັ້ນ​ທາງ​” ຄົບ​ຮອບ 10 ປີ.

ທ່ານ ບົວເງິນຊາ ພູວົງ ກໍໄດ້ກ່າວວ່າ: ນັບວ່າເປັນໂຄງການທຳອິດຂອງນັກປະພັນລາວເຮົາທີ່ຈະໄດ້ຝົນປາຍປາກກາພັນລະນາໃຫ້ເຫັນເຖິງຜົນປະໂຫຍດທີ່ຊາດ ແລະປະຊາຊົນລາວ, ນັບທັງປະຊາຊາດໃນອາຊຽນ ແລະ ໃນໂລກໄດ້ຮັບຜົນປະໂຫຍດໃນການເດີນທາງຜ່ານທາງລົດໄຟລາວ-ຈີນ ຢ່າງສະດວກສະບາຍ. ໃນປະຫວັດສາດລາວຕະຫຼອດໄລຍະຜ່ານມາຍັງບໍ່ເຄີຍມີທາງລົດໄຟທີ່ສວຍງາມສະດວກສະບາຍຄືແນວນີ້, ອັນນີ້ແມ່ນສະແດງເຖິງຜົນງານຂອງພັກ ແລະ ລັດຖະບານລາວ ກໍຄືລະບອບໃໝ່ຂອງພວກເຮົາທີ່ຍາມໃດກໍຍຶດໝັ້ນຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນແມ່ນເພື່ອນມິດຍຸດທະສາດທີ່ໝັ້ນຄົງຍາວນານ, ລາວ-ຈີນ ກາຍເປັນຄູ່ຮວ່ມຊາຕາກຳອັນດຽວກັນຕະຫຼອດໄປ.

ສຳລັບປະທານສະມາຄົມນັກປະພັນລາວກ່າວວ່າ: ໃນຕະຫຼອດໄລຍະຂອງການເດີນທາງທາງລົດໄຟທີ່ຍາວໄກເຕັມໄປດ້ວຍບັນຍາກາດທີ່ຕື່ນເຕັ້ນ ຄຶກຄື້ນ ຟົດຟື້ນ ແລະ ມ່ວນຊື່ນໃນຄັ້ງນີ້ ບັນດານັກປະພັນນັກກະວີທັງໝົດຈະໄດ້ສໍາຜັດກັບເຫດການຕົວຈິງຜ່ານ 5 ແຂວງທີ່ແລວທາງລົດໄຟລາວ-ຈີນ ຜ່ານເປັນຕົ້ນ: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຫຼວງພະບາງ, ອຸດົມໄຊ ແລະ ຫຼວງນໍ້າທາ, ສໍາພາດ ແລະ ເກັບກໍາຂໍ້ມູນຕາມສະຖານນີຕ່າງໆ ຢູ່ແຕ່ລະແຂວງ ເພື່ອນໍາມາຂຽນເປັນບົດປະພັນວັນນະຄະດີ: ກະວີ, ບົດບັນທຶກ ແລະ ບົດເລື່ອງສັ້ນ. ພວກເຮົາຄາດຄະເນໄວ້ວ່າ ຜ່ານການເຄື່ອນໄຫວໂຄງການໃນຄັ້ງນີ້ ຈະໄດ້ບົດເລື່ອງທັງໝົດ 15-20 ບົດ ຊຶ່ງທັງໝົດນີ້ ທາງສະຖານີວິທະຍຸໂທລະພາບສູນກາງຈີນປະຈໍາລາວ ຜູ້ເປັນເຈົ້າຂອງໂຄງການຈະໄດ້ທໍາການຮິບໂຮມ ແລະ ຈັດພິມເປັນປຶ້ມ ເພື່ອໂຄສະນາເຜີຍແຜ່ຕໍ່ໄປ.

ສະເພາະທ່ານຮອງ​ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ລົດ​ໄຟ​ລາວ-​ຈີນກ່າວວ່າ: ເກືອບ ​1 ​ປີ​​ຜ່ານ​ມາ, ເສັ້ນ​ທາງ​ລົດ​ໄຟ ຈີນ-​ລາວ ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ໃຫຍ່ຫຼວງເຂົ້າ​ໃນ​ການ​ອອກ​ເດີນ​ທາງ​ຂອງ​ປະ​ຊາ​ຊົນ, ກາ​ນ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ເສດ​ຖະ​ກິດ​ການ​ຄ້າ ແລະ ​ດ້ານ​ອື່ນໆ ນັບ​ມາ​ຮອດ​ປັດ​ຈຸ​ບັນ, ຕອນ​ທາງ​ຄຸນ​ໝິງ-ວຽງ​ຈັນ​ຂອງເສັ້ນ​ທາງ​ລົດ​ໄຟ ຈີນ-​ລາວ ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 7,5 ລ້ານເທື່ອຄົນ, ​ໄດ້ຂົນສົ່ງສິນຄ້າ 9,86 ລ້ານໂຕນ, ປະເພດສິນຄ້າໄດ້ເພີ່ມຈາກ 100 ກວ່າປະເພດໃນເບື້ອງຕົ້ນ ເປັນຕົ້ນຝຸ່ນເຄມີ ແລະ ສິນຄ້າຕ່າງໆຂຶ້ນເປັນຫຼາຍກວ່າ 1.200 ປະເພດ ເປັນຕົ້ນເຄື່ອງເອເລັກໂຕຣນິກ, ເຄື່ອງຜະລິດໄຟຟ້າດ້ວຍພະລັງງານແສງອາທິດ ແລະ ໝາກໄມ້ແຊ່ເຢັນ. ນອກນີ້, ເສັ້ນທາງລົດໄຟ ຈີນ-ລາວ ຍັງໄດ້ຄົ້ນ​ຄວ້າແລະບັນລຸຮູບແບບ​ໃໝ່​ແຫ່ງການຂົນສົ່ງສາກົນດ້ວຍເສັ້ນທາງລົດໄຟ ເຊັ່ນ: “ຂະບວນລົດໄຟດ່ວນຂົນສົ່ງສິນຄ້າ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ+ການຄ້າເອເລັກໂຕຣນິກຂ້າມຊາດ” “ເສັ້ນທາງລົດໄຟຈີນ-ລາວ+ຂະບວນລົດໄຟ​ດ່ວນຈີນ-ເອີຣົບ” ແລະ ອື່ນໆ ເພີ່ມທະວີປະສິດທິຜົນການເປີດກວ້າງຜົນ​ປະ​ໂຫຍດແລະຄວາມສາມາດດ້ານການຂົນສົ່ງສິນຄ້າຂ້າມຊາດ.

ທ່ານນາງ ແສງແກ້ວ (MO XiaoLing) ຫົວໜ້າສະຖານີວິທະຍຸໂທລະພາບສູນກາງຈີນ (CMG)ປະຈຳລາວ ກໍໄດ້ມີຄຳເຫັນວ່າ: ສະຖານີວິທະຍຸໂທລະພາບສູນກາງຈີນປະຈຳລາວຮ່ວມມືກັບສະມາຄົມນັກປະພັນລາວ ຈັດໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນນີ້ກໍແມ່ນຫວັງຢາກຜ່ານໂຄງການນີ້ ເຮັດໃຫ້ຄົນຮູ້ຈັກເສັ້ນທາງລົດໄຟລາວ-ຈີນຫຼາຍຂຶ້ນ, ໃຫ້ຄົນທັງຫຼາຍສາມາດໄດ້ເຫັນທິວທັດທີ່ສວຍງາມ ​ແລະ ​ໄດ້​ຮູ້​ເລື່ອງ​ລາວ​ທີ່​ກະ​ຕຸ້ນ​ໃຈ​ຢູ່​ຕາມ​ເສັ້ນ​ທາງ​ລົດໄຟສາຍນີ້, ເຮັດ​ໃຫ້​ຄົນ​ຈີນ​ ​ຄົນ​ລາວ ກໍຄື​ ​ປະ​ຊາ​ຊົນ​ໃນ​ທົ່ວ​ໂລກ ​ໄດ້​ມາ​ຂີ່​ລົດ​ໄຟ​ສາຍນີ້ ມາ​ສໍາ​ຜັດ​ຕົວຈິງ ແລະ​ເກີດ​ມີ​ຄວາມ​ມັກ​ຮັກ​ຕໍ່​ເສັ້ນ​ທາງ​ລົດ​ໄຟ​ສາຍນີ້.

ຂ້າພະເຈົ້າມີຄວາມພາກພູມໃຈທີ່ເຫັນວ່າ, ໂຄງການນີ້ກຳລັງໄດ້ດຳເນີນໄປໃນສະພາບທີ່ທັງສອງປະເທດມີຜົນສຳເລັດໃນຫຼາຍດ້ານຮວ່ມກັນ ແລະ ພາຍຫຼັງມີການນໍາໃຊ້ເສັ້ນທາງລົດໄຟລາວ-ຈີນເປັນຕົ້ນມາ ຍິ່ງເຮັດໃຫ້ຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈກັນຂອງທັງສອງປະເທດຍິ່ງຮັດແໜ້ນຂື້ນຕື່ມ ແລະ ເປັນສິ່ງທີ່ບໍ່ອາດຕັດແຍກອອກຈາກກັນໄດ້ຂອງການພົວພັນລະຫວ່າງລາວ ແລະ ຈີນ ວິທະຍຸສາກົນແຫ່ງປະເທດຈີນ (CRI) ໃນເມື່ອກ່ອນ ກໍຄືສະຖານີວິທະຍຸ-ໂທລະພາບສູນກາງຈີນ (CMG) ໃນປັດຈຸບັນແມ່ນພາກສວ່ນໜຶ່ງຂອງຂົວຕໍ່ສາຍສຳພັນລາວ-ຈີນ ໃຫ້ສືບຕໍ່ໝັ້ນໜຽວທົນທານຕະຫຼອດໄປ, ໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນກໍແມ່ນໂຄງການໜຶ່ງຂອງຫຼາຍໆ ໂຄງການ ທີ່ສະຖານີວິທະຍຸ-ໂທລະພາບສູນກາງຈີນ ໄດ້ຮວ່ມກັນຈັດຂື້ນຢູ່ ສປປລາວ ແນໃສ່ເສີມຂະຫຍາຍສາຍພົວພັນອັນເປັນມູນເຊື້ອອັນດີງາມຂອງສອງປະເທດໃຫ້ຂະຫຍາຍຕົວໄປຢ່າງບໍ່ຢຸດຢັ້ງ.

LEAVE A REPLY

Please enter your comment!
Please enter your name here