ເມື່ອບໍ່ດົນມານີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ທ່ານ ນາງ Sera Koulabdara ຫົວໜ້າອົງການມໍລະດົກສົງຄາມ Legacies of War ປະຈຳ ສະຫະລັດອາເມຣິກາ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຫົວໜ້າກົມ ແລະ ຫ້ອງການ ສູນກາງແນວລາວສ້າງຊາດ.

ທ່ານຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະໃນຄັ້ງນີ້. ພ້ອມກັນນັ້ນ ທ່ານ ນາງ Sera Koulabdara ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ຈັນເພັງ ສຸດທິວົງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ລາຍງານຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ໃຫ້ຊາບ. ໂອກາດນີ້ ໄດ້ມີການປຶກສາຫາລືກ່ຽວກັບວຽກງານລະເບີດບໍ່ທັນແຕກ, ບຸກຄົນທີ່ໄດ້ຮັບຜົນກະທົບໂດຍກົງຈາກລະເບີດບໍ່ທັນແຕກ ແລະ ຝົນເຫຼືອງ ຢູ່ ສປປ ລາວ ເພື່ອເປັນການຊຸກຍູ້ການຈັດສັນງົບປະມານສຳລັບໂຄງການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ແລະ ຜົນກະທົບຈາກຝົນເຫຼືອງທີ່ຍັງຕົກຄ້າງຢູ່ ສປປ ລາວ. ພ້ອມກັນນັ້ນຍັງໄດ້ປຶກສາຫາລືກ່ຽວກັບວຽກງານສາທາລະນະສຸກ, ວຽກງານການສຶກສາ ເປັນຕົ້ນແມ່ນທາງອົງການມໍລະດົກສົງຄາມ ຈະຈັດສັນງົບປະມານຈຳນວນໜຶ່ງເພື່ອພັດທະນາເສັ້ນທາງ ແລະ ສ້າງໂຮງຮຽນ ຢູ່ເຂດຊົນນະບົດ.

(ຂ່າວ-ພາບ: ສນຊ)

LEAVE A REPLY

Please enter your comment!
Please enter your name here