ໃນວັນທີ 8 ພະຈິກ 2022 ນີ້, ກົງກັບມື້ຂຶ້ນ 15 ຄ່ຳເດືອນ 12, ເປັນມື້ສຸດ ທ້າຍຂອງບຸນນະມັດສະການພະທາດຫລວງວຽງຈັນ ມວນຊົນຊາວນະຄອນຫລວງວຽງຈັນ ກໍຄື ພຸດທະສາສະນິກະຊົນໄດ້ພ້ອມພຽງກັນ ໃສ່ບາດຖະຫວາຍສັງຄະທານ ແດ່ພະສົງສາມະເນນ ຢູ່ເດີ່ນທາດຫລວງ ໂດຍມີບັນດາການນໍາພັກ, ລັດ ນຳໂດຍທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ເຂົ້າຮ່ວມນຳໜ້າ ໃສ່ບາດຖະຫວາຍສັງຄະທານ ດ້ວຍບັນຍາກາດອັນຄຶກຄື້ນ.

ການໃສ່ບາດຢາດນ້ຳໃນງານບຸນນະມັດສະການພະທາດວຽງຈັນ ເປັນປະເພນີ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ ເຊິ່ງປະຊາຊົນລາວບັນດາເຜົ່າ ໄດ້ປະຕິບັດກັນມາ ໃນທຸກໆປີໃນມື້ສຸດທ້າຍຂອງງານ ເພື່ອອຸທິດສ່ວນບຸນສ່ວນກຸສົນ ໃຫ້ສຳພະເວສີ(ຜີເຜດ) ຫລື ໃຫ້ຍາດຕິພີ່ນ້ອງ, ເຈົ້າກຳນາຍເວນ, ຜີບໍ່ມີຍາດ, ເພື່ອນມິດສະຫາຍ ທີ່ໄດ້ລ່ວງລັບໄປແລ້ວ.

ໃນຕອນບ່າຍ ຂອງວັນດຽວກັນ ໄດ້ມີພິທີແຫ່ລູກຄີ ແລະ ແຂ່ງຂັນກິລາພື້ນບ້ານຕີຄີ, ສ່ວນໃນຕອນແລງໄດ້ມີພິທີວຽນທຽນ ແລະ ຈູດທູບທຽນ, ບັ້ງໄຟ ເພື່ອສັກກະລະບູຊາອົງພະທາດຫລວງວຽງຈັນ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

LEAVE A REPLY

Please enter your comment!
Please enter your name here