ວາລະສານ National Geographic ເຊີ່ງເປັນວາລະສານຊື່ດັງ ແລະ ເປັນວາລະສານທີ່ມີຄົນອ່ານຫຼາຍ ທັງເປັນໜ້າເຊື່ອຖືໃນທົ່ວໂລກ ໄດ້ຄັດເລືອກປະເທດລາວເປັນໜື່ງໃນ 25 ປະເທດທີ່ໜ້າທ່ອງທ່ຽວທີ່ສຸດໃນປີໜ້າຄືປີ 2023. ບັນຊີລາຍຊື່ທີ່ດີທີ່ສຸດຕາມ National Geo graphic ຄັດເລືອກໃຫ້ເປັນຈຸດໝາຍປາຍທາງໃນການທ່ອງທ່ຽວປີ 2023 ການທ່ອງ ທ່ຽວໃນປະເທດລາວແມ່ນເນັ້ນເລື່ອງຄວາມອຸດົມສົມບູນ ແລະ ສວຍງາມທາງທໍາມະຊາດ ບວກກັບຮີດຄອງປະເພນີ ແລະວິຖີຊີວິດຂອງປະຊາຊົນລາວທີ່ຍັງຄົງຮັກສາໄວ້ຄວາມດັ່ງເດີມທີ່ຫາເບີ່ງຍາກໃນໂລກ ພ້ອມນັ້ນດ້ານອາຫານການກິນຢູ່ ປະເທດລາວແມ່ນຄວາມສົດ ແລະ ສະອາດອັນນີ້ເປັນສີ່ງທີ່ສາມາດດຶງດູດຄວາມສົນໃຈ ຂອງນັກທ່ອງທ່ຽວທີ່ໄດ້ເຂົ້າມາທ່ຽວຊົມປະເທດລາວ ແລ້ວກໍຢາກກັບຄືນມາຕື່ມອີກ.

ໂດຍລວມແລ້ວລາຍການ ປີ 2023 ແມ່ນການເດີນທາງເພື່ອການສຶກສາສໍາລັບທຸກລຸ້ນ (ຄອບຄົວ); ກິດຈະກໍາທີ່ຫນ້າຕື່ນເຕັ້ນໃນສະຖານທີ່ເຮັດໃຫ້ປະຫຼາດໃຈ (ຜະຈົນໄພ); ການສຳຫຼວດປະຫວັດສາດ ແລະ ມໍລະດົກ (ວັດທະນະທໍາ); ໄປປ່າທີ່ສວຍງາມ (ທໍາມະຊາດ) ແລະ ເດີນທາງເພື່ອອະນຸລັກຮັກສາຊຸມຊົນ, ການຕອບແທນ, ສະຖານທີ່ແບບຍືນຍົງ, ແລະ ອື່ນໆ.

ປັດໄຈຫຼັກທີ່ເຮັດໃຫ້ປະເທດລາວ ເປັນປະເທດໜຶ່ງດຽວໃນອາຊຽນທີ່ຕິດອັນດັບໃນ ‘ບັນຊີລາຍຊື່ເປັນຈຸດໜາຍປາຍທາງສຸດຍອດປະຈໍາປີ’​ ຍ້ອນ​ມີການທ່ອງທ່ຽວແບບອະນຸລັກທີ່ສົ່ງຜົນປະໂຫຍດໃຫ້ຊຸມຊົນ,​ ເປັນປະເທດທີ່ເຂົ້າເຖິງໄດ້ ເນື່ອງຈາກມີລົດໄຟລາວ-ຈີນ​ ເຖິງວ່າຈະເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ແຕ່ກໍເປັນປະເທດທີ່ເຂົ້າເຖິງໄດ້ງ່າຍ,​ ເປັນຈຸດໝາຍປາຍທາງດ້ານການກິນອາຫານ ເພາະເປັນອາຫານທີ່ຫຼາກຫຼາຍ ແລະ​ ສົດໃໝ່,​ ມີກິ່ນອາຍວັດທະນະທຳຂອງຕ່າງຊາດ ຫຼໍ່ຫຼອມລວມເຂົ້າຢ່າງກົມກືນ ແລະ​ ທີ່ສໍາຄັນ​ ການທ່ອງທ່ຽວແບບຊຸມຊົນທີ່ຍືນຍົງ​ ເຊິ່ງກົງກັບຫົວຂໍ້ຂອງການຈັດອັນດັບ ‘ຊຸມຊົນ’ ບ່ອນທີ່ມີການອະນຸລັກ.

ວາລະສານ​ດັ່ງກ່າວ​ ໄດ້ຄົ້ນຄ້ວາການທ່ອງທ່ຽວໃນປະເທດລາວ ໂດຍຜ່ານຄູ່ມືການທ່ອງທ່ຽວລາວຢູ່ໃນເວັບໄຊ ທ່ອງທ່ຽວລາວ​ ທີ່ແນະນໍາປະເທດລາວ ​ແລະ​ ສະຖານທີ່ທ່ອງທ່ຽວຈໍານວນຫລາຍຂອງຕົນໃຫ້ແກ່ຜູ້ອ່ານແລະນັກທ່ອງທ່ຽວ.

“ລາວເປັນປະເທດທີ່ບໍ່ມີທາງອອກສູ່ທະເລຂອງອາຊີຕາເວັນອອກສ່ຽງໃຕ້, ກົງກັນຂ້າມ​ ຊີວິດພັດໝູນວຽນຕິດພັນກັບແມ່ນ້ຳລຳເຊ. ຕາມ​ລວງ​ຍາວ​ຂອງ​ປະ​ເທດ​ ທີ່​ມີ​ພູ​ດ​ອຍ​ຕົ້ນຕໍ​ ມີແມ່​ນ້ຳ​ຂອງ​ໄຫຼຜ່ານ ​ເອື້ອອຳນວຍຕໍ່ການເຮັດນາ, ເຮັດສວນ, ລ້ຽງສັດ​ ຂອງປະຊາຊົນ ແລະ​ ມີແມ່ນ້ໍາເປັນບ່ອນ​ຢູ່​ອາ​ໄສ​ຂອງ​ປາ​ ທີ່​ສຳຄັນ​​ເປັນແຫຼ່ງນ້ໍາຫຼັກຂອງປະເທດ.

ໝູ່ບ້ານທີ່ຕັ້ງຢູ່ລຽບຕາມແມ່ນ້ຳ​ ເປັນເຈົ້າພາບຈັດໃຫ້ນັກເດີນທາງກັບຄືນໄປທ່ຽວຊົມສະຖາປັດຕະຍະກໍາອານານິຄົມຝຣັ່ງ,​ ພະລາຊະວັງ ແລະ ວັດວາອາຮາມທີ່ງົດງາມ, ພູມສັນຖານທີ່ໂດດເດັ່ນເຮັດໃຫ້ປະເທດລາວມີຄວາມຜາສຸກຈາກເສັ້ນທາງທ່ອງທ່ຽວທົ່ວໄປ ວາລະສານ​ National Geographic ກ່າວ.

LEAVE A REPLY

Please enter your comment!
Please enter your name here