ເພື່ອຕອບສະໜອງຕາມຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານທີ່ເພີ່ມຂຶ້ນພ້ອມທັງອໍານວຍຄວາມສະດວກ ສະບາຍ ໃນການເດີນທາງຂອງຜູ້ມາທ່ຽວ-ຊົມໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ ພ.ສ 2565. ບໍລິສັດທາງລົດໄຟລາວ-ຈີນ ໄດ້ເພີ່ມຂະບວນລົດໄຟບໍລິການຜູ້ໂດຍສານ EMU ສອງຂະບວນຕໍ່ໃສ່ກັນຄື: ຖ້ຽວ C 84/3 ແລະ ຖ້ຽວ C 92/1 ແລ່ນໄປ-ກັບເລີ່ມແຕ່ວັນທີ 4-8 ພະຈິກ 2022.

ຕາຕະລາງແລ່ນລົດໄຟ EMU ຖ້ຽວ C 92/1 ສອງຂະບວນຕໍ່ໃສ່ກັນຖ້ຽວ C 92 ອອກຈາກສະຖານີນະຄອນຫຼວງວຽງຈັນ ໃນເວລາ 9:20 ໂມງ, ຮອດສະຖານີວັງວຽງ 10:15 ໂມງ ແລະ ຮອດສະຖານີປາຍທາງຫຼວງພະບາງ ເວລາ 11:13 ໂມງ. ສ່ວນ C 91 ອອກຈາກສະຖານີຕົ້ນທາງຫຼວງພະບາງເວລາ 11:40 ໂມງ,​ ຮອດສະຖານີວັງວຽງເວລາ 12:32 ໂມງ ແລະ ຮອດສະຖານີປາຍທາງນະຄອນຫຼວງວຽງຈັນເວລາ 13:33 ໂມງ.

ສຳລັບຕາຕະລາງແລ່ນລົດໄຟ EMU ຖ້ຽວ C 84/3 ສອງຂະບວນຕໍ່ໃສ່ກັນຖ້ຽວ C 84 ອອກຈາກສະຖານີຕົ້ນທາງນະຄອນຫຼວງວຽງຈັນ, ເວລາ 15:05 ໂມງ, ຮອດສະຖານີວັງວຽງ 16:11 ໂມງ ແລະ ຮອດສະຖານີປາຍທາງຫຼວງພະບາງເວລາ 17:10 ໂມງ. ສ່ວນຖ້ຽວ C 83 ອອກຈາກສະຖາຫຼວງພະບາງ 18:20, ຮອດສະຖານີວັງວຽງໃນເວລາ 19:12 ໂມງ ແລະ ຮອດສະຖານີປາຍທາງນະຄອນຫຼວງວຽງຈັນ ເວລາ 20:13 ໂມງ. ສະນັ້ນ, ຈຶ່ງເຊີນຊວນຜູ້ທີ່ຕ້ອງການເດີນທາງມາທ່ຽວໃນງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້, ໃນລະຫວ່າງແຂວງດັ່ງກ່າວໂດຍຜ່ານທາງລົດໄຟລາວ-ຈີນ, ກໍສາມາດມາຂຶ້ນລົດໄຟໄດ້ຕາມວັນເວລາດັ່ງກ່າວ.

(ຂໍ້ມູນ: ຊີອາໄອ)

LEAVE A REPLY

Please enter your comment!
Please enter your name here