ວັນທີ 4 ເດືອນພະຈິກ ປີ 2022 ລັດຖະບານສະຫະລັດອາເມລິກາ ໄດ້ມອບວັກຊີນໄຟເຊີກັນພະຍາດ ໂຄວິດ​-19 ສຳລັບເດັກຈຳນວນ 201,600 ໂດສ໌ ໃຫ້ເເກ່ລັດຖະບານເເຫ່ງ ສປປ ລາວ ໂດຍຜ່ານ COVAX Facility ເພຶ່ອປະກອບສ່ວນເຂົ້າໃນຂະບວນການສັກວັກຊີນກັນພະຍາດດັ່ງກ່າວໃຫ້ກັບເດັກນ້ອຍອາຍຸ 5-11 ປີ ໃນ ສປປ ລາວ. ການປະກອບສ່ວນວັກຊີນໃນຄັ້ງນີ້ເປັນສ່ວນໜື່ງຂອງຄວາມພະຍາຍາມຂອງ COVAX Facility ໃນການຮັບປະກັນການເຂົ້າເຖີງວັກຊີນຢ່າງເທົ່າ​ທຽມ​ໃນທົ່ວໂລກ ແລະ ໃນການຟື້ນຟູເສດຖະກິດ ແລະ ສັງຄົມຈາກຜົນກະທົບຂອງການລະບາດຂອງພະຍາດໂຄວິດ-19.

ໃນ​ພິທີ​ມອບ​ຮັບວັກຊີນດັ່ງກ່າວ​ທີ່​ນະຄອນຫຼວງ​ວຽງ​ຈັນໃນ​ມື້​ນີ້, ພະນະທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ໄດ້ສະເເດງຄວາມຂອບໃຈຕໍ່ ພະນະທ່ານ ດຣ. ປີເຕີ ເຮມອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ, ສໍາລັບການປະກອບສ່ວນໃນຄັ້ງນີ້ ແລະ ໄດ້ເນັ້ນໜັກເຖິງສາຍພົວພັນ​ທາງ​ການ​ທູດ​ລະຫວ່າງທັງ​ສອງ​ປະ​ເທດ: “ການມາເຖິງຂອງວັກຊີນເຫຼົ່ານີ້ ສະເເດງໃຫ້ເຫັນເຖິງສາຍພົວພັນ​ທີ່ເຂັ້ມແຂງລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ໃນວຽກງານຫຼາຍໆຂົງເຂດ, ລວມເຖີງວຽກງານດ້ານສາທາລະນະສຸກໃນໄລຍະການລະບາດຂອງພະຍາດ ໂຄວິດ-19”.

ພະນະທ່ານ ດຣ. ປີເຕີ ເຮມອນ ກໍ່ໄດ້ສະເເດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງ ສປປ ລາວ ໃນການຮັບມືກັບການລະບາດຂອງພະຍາດ ໂຄວິດ-19: “ລັດຖະບານສະຫະລັດອາເມລິກາ ພູມໃຈທີ່ໄດ້ໃຫ້ການສະໜັບສະໜູນເເກ່ ລັດຖະບານເເຫ່ງ ສປປ ລາວ ໂດຍການປະກອບສ່ວນຄັ້ງຫຼ້າສຸດນີ້, ເຊິ່ງພວກເຮົາຫວັງວ່າຈະຊ່ວຍໃນການຮັບປະກັນຄວາມປອດໄພຂອງເດັກນ້ອຍ ເເລະ ນັກຮຽນເພຶ່ອໃຫ້ພວກເຂົາສາມາດສຶືບຕໍ່ການຮຽນຢູ່ໃນໂຮງຮຽນໄດ້ຢ່າງຕໍ່ເນື່ອງໃນສົກຮຽນໃໝ່ນີ້. ສະຫະລັດອາເມລິກາ ຈະສຶບຕໍ່ຢືນຄຽງຂ້າງ ສປປ ລາວ ໃນວຽກງານການຮັບມືກັບພະຍາດ ໂຄວິດ-19 ເເລະ ການສະໜັບສະໜຸນການຟື້ນຕົວ ຂອງ ສປປ ລາວ ຈາກຜົນກະທົບຂອງພະຍາດດັ່ງກ່າວ.”

ນອກຈາກການສະໜັບສະໜູນວັກຊີນຈຳນວນທັ້ງມົດຫຼາຍກວ່າ 2.9 ລ້ານ ໂດສ໌ ໃຫ້ເເກ່ ລັດຖະບານເເຫ່ງ ສປປ ລາວ ເເລ້ວ, ລັດຖະບານສະຫະລັດອາເມລິກາ, ໂດຍຜ່ານອົງການ USAID, ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດ, ກະຊວງປ້ອງກັນປະເທດຂອງສະຫະລັດ, ອົງການຢູນິເຊັບ ແລະ ອົງການອະນາໄມໂລກ, ຍັງໄດ້ເຮັດວຽກເພື່ອເສີມສ້າງຄວາມສາມາດຂອງ ສປປ ລາວ ໃນການຂົນສົ່ງ ເເລະ ແຈກ​ຢາຍ ວັກຊີນເຫຼົ່ານີ້ໃນທົ່ວປະເທດ, ການຮັບປະກັນຄວາມປອດໄພໃຫ້ແກ່ພະນັກງານສາທາລະນະສຸກດ້ວຍການສະໜອງອຸປະກອນ​ປ້ອງ​ກັນ​ສ່ວນ​ບຸກຄົນ (PPE), ​ການ​ເຝົ້າ​ລະ​ວັງ​ພະ​ຍາດ​ໃນ​ປະ​ເທດ ແລະ ການ​ສະ​ໜອງ​ອຸ​ປະ​ກອນ​ເພື່ອ​ປັບ​ປຸງ​ການ​ຈົດ​ທະ​ບຽນ​ສັກວັກຊີນ ​ແລະ ​ໃຫ້ບໍລິການສັກ​ວັກ​ຊີ​ນຢ່າງ​ປອດ​ໄພ ອີກເຊັ່ນດຽວກັນ.

ພິທີມອບຮັບວັກຊີນຈຳນວນດັ່ງກ່າວກໍຍັງໃຫ້ກຽດເຂົ້າຮ່ວມໂດຍ ທ່ານນາງ ດຣ. ຍິງ-ຮູ ເຈັກກະລີນ ໂລ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ, ພ້ອມດ້ວຍ ທ່ານນາງ ດຣ. ເພຍ ເຣເບັນໂລ ບຣິດໂຕ, ຜູ້ຕາງໜ້າອົງການ ຢູນິເຊັບ ປະຈຳ ສປປ ລາວ.

ທ່ານນາງ ດຣ. ຍິງ-ຮູ ເຈັກກະລີນ ໂລ ກໍ່ໄດ້ໃຫ້ຄຳເຫັນດັ່ງກ່າວ: “ວິກິດການສາທາລະນະສຸກທີ່ເກີດຂຶ້ນຈາກການລະບາດຂອງພະຍາດ ໂຄວິດ-19 ນັ້ນໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ຊີວິດຂອງຫຼາຍໆຄອບຄົວໃນ ສປປ ລາວ ແລະ ທົ່ວໂລກ. ວັກຊີນຍັງຄົງມີຄວາມສຳຄັນໃນການແກ້ໄຂຜົນກະທົບເຫຼົ່ານີ້ ແລະ ຈະຊ່ວຍຮັກສາຊີວິດຂອງປະຊາຊົນ, ໂດຍສະເພາະບັນດາກຸ່ມຄົນທີ່ມີຄວາມສ່ຽງທີ່ສຸດ”. ວັກຊີນທັງໝົດທີ່ນຳໃຊ້ຢູ່ໃນ ສປປ ລາວ ເເມ່ນໄດ້ຮັບການອະນຸມັດຈາກ ອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກ ແລະ ໄດ້ຮັບການຢັ້ງຢືນວ່າປອດໄພ ແລະ ມີປະສິດທິພາບໃນການປ້ອງກັນພະຍາດຮ້າຍແຮງຈາກ ໂຄວິດ-19.ທ່ານນາງ ດຣ. ເພຍ ເຣເບັນໂລ ບຣິດໂຕ ກໍ່ໄດ້ກ່າວວ່າ: “ການສັກວັກຊີນໃຫ້ກັບເດັກນ້ອຍອາຍຸ 5 ປີຂື້ນໄປ ແມ່ນເປັນຄວາມພະຍາຍາມຫຼ້າສຸດຂອງພວກເຮົາພາຍໄຕ້ COVAX ເພື່ອທີ່ຈະສະໜັບສະໜູນການເຂົ້າເຖີງວັກຊີນຢ່າງເທົ່າ​ທຽມ ເເລະ ການສັກວັກຊີນຢ່າງຄົບຖ້ວນ ​ສຳລັບປະຊາຊົນລາວ, ໂດຍເນັ້ນໃສ່ບັນດາເດັກນ້ອຍ ເເລະ ໄວໜຸ່ມ ເປັນພິເສດ. ການສັກວັກຊີນໃຫ້ກັບເດັກນ້ອຍເປັນບາດກ້າວທີ່ສຳຄັນເພື່ອປົກປ້ອງການຮຽນຂອງເດັກໃນຫ້ອງຮຽນ ແລະ ຈະຊ່ວຍສົ່ງເສິີມການຟື້ນຟູການສູນເສຍການຮຽນທີ່ເກີດຂຶ້ນໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19. ການປະກອບສ່ວນຂອງສະຫະລັດອາເມລິການັ້ນກໍ່ເປັນອີກບາດກ້າວອັນສໍາຄັນໃນການຮັບປະກັນຄວາມສະເໝີພາບໃນການເຂົ້າເຖີງວັກຊີນ, ໂດຍສະເພາະສຳລັບເດັກນ້ອຍ ແລະໄວໜຸ່ມ.”

COVAX ແມ່ນການນຳພາຮ່ວມກັນ ໂດຍ CEPI, Gavi ເຊີ່ງແມ່ນ​ພັນທະມິດດ້ານ​ວັກຊີນ, ແລະ ອົງການອະນາໄມໂລກ, ໂດຍມີອົງການຢູນິເຊັບ ເປັນຄູ່ຮ່ວມຈັດສົ່ງສໍາຄັນ. COVAX ຍັງເຮັດວຽກຮ່ວມກັບ ທະນາຄານໂລກ, ອົງການຈັດຕັ້ງສັງຄົມ​, ຜູ້ຜະລິດ, ແລະ ບັນດາຄູ່ຮ່ວມງານອື່ນໆອີກ. COVAX ແມ່ນສ່ວນໜຶ່ງຂອງແຜນງານການເຂົ້າເຖິງເຄື່ອງມື ໂຄວິດ-19 (ACT) ເຊີ່ງແມ່ນການຮ່ວມມືໃນລະດັບທົ່ວ​ໂລກ​ເພື່ອເລັ່ງລັດການພັດທະນາ, ຜະລິດ ແລະ ການເຂົ້າເຖິງຢ່າງເທົ່າທຽມກັນຕໍ່ເຄືອງມື​ການກວດກາ, ປິ່ນປົວ​ ແລະ ການສັກ​ວັກຊີນກັນພະຍາດ ໂຄວິດ-19​.​

ຄູ່ຮ່ວມງານຂອງ COVAX ຕ່າງໆກໍໄດ້ມີບົດບາດອັນສຳຄັນໃນການສົ່ງເສີມຄວາມສະເໝີພາບໃນການເຂົ້າເຖີງວັກຊີນກັນພະຍາດ ໂຄວິດ19 ໃນ ສປປ ລາວ ເຊັ່ນ: ອົດສະຕາລີ, ການາດາ, ສະຫະພາບເອີຣົບ, ຟິນແລນ, ຝຣັ່ງ, ເຢຍລະມັນ, ເກັຣກ, ຍີ່ປຸ່ນ, ລັກເເຊມເບີກ, ເນເທີແລນ, ສາທາລະນະລັດເກົາຫຼີ, ສວີເດນ, ສະວິດເຊີແລນ, ລາດຊະອານາຈັກອັງກິດ ແລະ ສະຫະລັດອາເມລິກາ.

LEAVE A REPLY

Please enter your comment!
Please enter your name here