ກອງປະຊຸມລັດຖະມົນຕີທ່ອງທ່ຽວ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ຫຼື ແອັກແມັກ ຄັ້ງທີ 5 ພາຍໄຕ້ການເປັນປະທານຂອງທ່ານ ດຣ ທອງຄົນ ລັດຖະມົນຕີກະຊວງທ່ອງທ່ຽວ ແຫ່ງລາຊາອານາຈັກກຳປູເຈຍ ແລະ ກອງປະຊຸມລັດຖະມົນຕີທ່ອງທ່ຽວ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ຫລື CLMV ຄັ້ງທີ 6 ໂດຍການເປັນປະທານຂອງ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຖວງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ແຫ່ງ ສປປລາວ ໄດ້ຈັດຂື້ນທີ່ ແຂວງຊຽມລຽບ, ຣາຊະອານະຈັກກຳປູເຈຍ ໃນວັນທີ 03 ພະຈິກ 2022, ເຂົ້າຮ່ວມກອງປະຊຸມດັ່ງກ່າວມີບັນດາປະເທດສະມາຊິກ ກຳປູເຈຍ, ລາວ, ມຽນມາ, ຫວຽດນາມ ແລະ ໄທ.

ກອງປະຊຸມໄດ້ສະແດງຄວາມພຶ່ງພໍໃຈ ຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນງານຮ່ວມມືດ້ານການທ່ອງທ່ຽວ ໃນປີທີ່ຜ່ານມາ, ເປັນຕົ້ນການແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ ກ່ຽວກັບນະໂຍບາຍປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ທີ່ສົ່ງຜົນກະທົບຕໍ່ການທ່ອງ ທ່ຽວ, ນະໂຍບາຍເປີດການເປີດປະເທດຄືນໃໝ່ ເພື່ອຕ້ອນຮັບນັກທ່ອງທ່ຽວ ແນໃສ່ຮັບປະກັນທາງດ້ານສຸຂະພາບ ແລະ ຄວາມປອດໄພຂອງນັກທ່ອງທ່ຽວເປັນບັນຫາສໍາຄັນ. ມາຮອດປັດຈຸບັນ ຂົງເຂດອະນຸພາກພື້ນໄດ້ມີນະໂຍບາຍ ແລະ ມາດຕະການຜ່ອນຜັນ ອໍານວຍຄວາມສະດວກ ໃຫ້ແກ່ການເດີນທາງທ່ຽວພາຍໃນພາກພື້ນ ແລະ ການເດີນທາງທ່ຽວຂອງນັກທ່ອງທ່ຽວສາກົນ ເຂົ້າ-ອອກປະເທດ.

ບັນດາປະເທດສະມາຊິກ ກຳປູເຈຍ-ລາວ-ມຽນມາ-ໄທ-ຫວຽດນາມ ສືບຕໍ່ຮ່ວມກັນຈັດຕັ້ງແຜນປະຕິບັດງານ ເພື່ອຟື້ນຟູການທ່ອງທ່ຽວທີ່ຖືກຮັບຮອງໃນ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ໃນຕົ້ນປີ 2022 ທີ່ ຣາຊະອານາຈັກກຳປູເຈຍ ໃຫ້ເກີດເປັນຮູບປະທໍາ, ໂດຍສົມທົບກັບຂະແໜງການທີ່ກ່ຽວຂ້ອງ ລວມທັງຜູ້ປະກອບການທຸລະກິດທ່ອງທ່ຽວ ເພື່ອເຮັດໃຫ້ການທ່ອງທ່ຽວກັບຄືນມາສູ່ສະພາບປົກກະຕິ ແລະ ເພື່ອດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວນັບມື້ເພີ່ມຂຶ້ນ. ພ້ອມນີ້ ຈະສຸມໃສ່ສ້າງຜະລິດຕະພັນການທ່ອງທ່ຽວ ທີ່ມີຄວາມຫລາກຫລາຍ, ສົ່ງເສີມວຽກງານໂຄສະນາການຕະຫລາດ, ມາດຕະຖານການທ່ອງທ່ຽວ, ການທ່ອງທ່ຽວເຊື່ອມຈອດ, ຫັນການທ່ອງທ່ຽວທາງດ້ານດີຈິຕອລ ເພື່ອໃຫ້ນັກທ່ອງທ່ຽວມີຄວາມສະດວກ ໃນການເຂົ້າເຖິງຂໍ້ມູນຂ່າວສານ. ຂະແໜງການທ່ອງທ່ຽວຈະສືບຕໍ່ຮ່ວມມືກັບບັນປະເທດຄູ່ເຈລະຈາ ແລະ ການຮ່ວມກັບ ບັນດາອົງການຈັດຕັ້ງສາກົນ ແນໃສ່ເຮັດໃຫ້ການທ່ອງທ່ຽວອາຊຽນ ມີຄວາມເຂັ້ມແຂງ ແລະ ສ້າງເງື່ອນໄຂ ອໍານວຍຄວາມສະດວກ ໃຫ້ແກ່ການເດີນທາງທ່ອງທ່ຽວໄປ-ມາຫາສູ່ກັນ ມີຄວາມສະດວກຫລາຍຂຶ້ນ.  ພ້ອມດຽວກັນນັ້ນ, ຍັງໄດ້ສົ່ງເສີມວຽກງານສ້າງຜະລິດຕະພັນການທ່ອງທ່ຽວ, ການບໍລິການ, ການພັດທະ ນາບຸກຄະລາກອນ, ການໂຄສະນາສົ່ງເສີມການຕະຫຼາດ, ການທ່ອງທ່ຽວສົ່ງເສີມການປຸງແຕ່ງອາຫານ.

ນັບແຕ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຈຳນວນນັກທ່ອງທ່ຽວສາກົນທີ່ເດີນທາງມາຢ້ຽມ ຢາມປະເທດແອກແມັດ ແລະCLMV ພ້ອມທັງ ການເດີນທາງທ່ອງທ່ຽວແອກແມັກ-CLMV ດ້ວຍກັນຫລຸດລົງ ເຊິ່ງໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍຄືຜູ້ປະກອບການທຸລະກິດການທ່ອງທ່ຽວຢ່າງໃຫຍ່ຫຼວງ. ຈົນມາຮອດ 9 ເດືອນຕົ້ນປີ 2022 ຈຳນວນນັກທ່ອງທ່ຽວສາກົນທີ່ເດີນທາງມາຢ້ຽມ ຢາມປະເທດແອກແມັກ 4.7ລ້ານກວ່າເທື່ອຄົນ ການທ່ອງທ່ຽວໃນປະເທດແອກແມັກດ້ວຍກັນ 2ລ້ານກວ່າເທື່່ອຄົນ ກວມເອົາ 49% ຂອງຈຳນວນນັກທ່ອງທ່ຽວທັງໝົດ. ສ່ວນຈຳນວນນັກທ່ອງທ່ຽວສາກົນທີ່ເດີນທາງຢ້ຽມຢາມປະເທດ CLMV ມີຈຳນວນ 3.9 ລ້ານເທື່ອຄົນ ແລະ ການເດີນທາງທ່ອງທ່ຽວ CLMV ດ້ວຍກັນມີຫຼາຍກ່ວາ 600.000 ເທື່ອຄົນ ກວມເອົາ 15,7% ຂອງນັກທ່ອງທ່ຽວທັງໝົດ.

ກອງປະຊຸມຍັງໄດ້ຮ່ວມກັນທົບທວນແຜນດຳເນີນງານດ້ານການທ່ອງທ່ຽວ 5ປີ 2019-2023 ໃນຂົງເຂດແອັກແມັກ ແລະ ແຜນດໍາເນີນງານດ້ານການທ່ອງທ່ຽວ 2019-2021 ໃນຂົງເຂດ CLMV ແລະ ວາງທິດທາງແຜນການຕໍ່ໜ້າ 2023-2025 ເພື່ອສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ສຸມໃສ່ສ້າງຜະລິດຕະພັນໃຫ້ຫຼາກຫຼາຍ, ການແລກປ່ຽນຂໍ້ມູນຂ່າວສານ, ການທ່ອງທ່ຽວຮັບປະກັນຄວາມປອດໄພ, ຊຸກຍູ້ໃຫ້ມີເສັ້ນທາງເຊື່ອມຕໍ່ທາງບົກ ແລະ ສາຍການບິນໂດຍກົງ ໄປຫາເມືືອງທ່ອງທ່ຽວ ທີ່ສຳຄັນ ສົ່ງເສີມການເດີນທາງທ່ອງທ່ຽວໄປມາຫາສູ່ກັນພາຍໃນປະເທດສະມາຊິກໃຫ້ຫຼາຍຂື້ນ, ເພີ່ມທະວີການຮ່ວມມືພາກລັດ, ພາກເອກະຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ແນໃສ່ເຮັດໃຫ້ເກີດຜົນປະໂຫຍດສູງສຸດ ແລະ ພັດທະນາແບບຍືນຍົງ.

ຄະນະຜູ້ແທນລາວ ໄດ້ແຈ້ງໃຫ້ຮັບຊາບວ່າ ໃນໄລຍະຜ່ານມາ ພວກເຮົາກໍ່ໄດ້ເອົາໃຈໃສ່ເຂົ້າຮ່ວມການ ຈັດຕັ້ງປະຕິບັດຮ່ວມກັບປະເທດສະມາຊິກ ໃນຂອບການຮ່ວມມືດັ່ງກ່າວຢ່າງຕັ້ງໜ້າ. ພ້ອມດຽວກັນນັ້ນ ກໍມີແຜນການສ້າງກິດຈະກຳການທ່ອງທ່ຽວ, ເທດສະການວັດທະນະທຳຕ່າງໆຢ່າງຫຼາກຫຼາຍ ເພື່ອຟື້ນຟູການທ່ອງທ່ຽວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ເວົ້າລວມ, ເວົ້າສະເພາະ ໃນໄລຍະດັ່ງກ່າວນີ້ ລັດຖະບານລາວ ຍັງໄດ້ພັດທະນາໂຄ່ງລ່າງພື້ນຖານ, ສ້າງເສັ້ນທາງແຫຼ່ງທ່ອງທ່ຽວ, ສ້າງສິ່ງອຳນວຍຄວາມສະດວກຕ່າງໆ ແລະ ນັບແຕ່ລັດຖະບານລາວ ໄດ້ມີນະໂຍບາຍເປີດການທ່ອງທ່ຽວ ໃນຮູບແບບເຂດການທ່ອງທ່ຽວສີຂຽວ ໂດຍໃຫ້ມີການບໍລິການຂອງ ບໍລິສັດທ່ອງທ່ຽວຂອງລາວເຮົາ, ແລະ ໄດ້ປະກາດເປີດປະເທດເຕັມຮູບແບບຢ່າງເປັນທາງການ ເຫັນໄດ້ວ່າ ໃນ 9 ເດືອນຕົ້ນປີ 2022, ສາມາດຕ້ອນຮັບນັກທ່ອງທ່ຽວສາກົນ 6ແສນກວ່າເທື່ອຄົນ ແລະ ຄາດວ່າໃນທ້າຍປີນີ້ ຈະມີນັກທ່ອງທ່ຽວສາກົນ ມາທ່ຽວລາວນັບມື້ເພີ່ມຂຶ້ນ.

LEAVE A REPLY

Please enter your comment!
Please enter your name here