Monday, September 23, 2024
Homeບຸນປະເພນີທ່ຽວບຸນທາດຫຼວງຢ່າງມີສະຕິລະມັດລະວັງມິດສາຊີບນຳໃຊ້ຊ່ອງຫວ່າງສ້າງປາກົດການຫຍໍ້ທໍ້

ທ່ຽວບຸນທາດຫຼວງຢ່າງມີສະຕິລະມັດລະວັງມິດສາຊີບນຳໃຊ້ຊ່ອງຫວ່າງສ້າງປາກົດການຫຍໍ້ທໍ້

ເຫຼືອອີກພຽງໜຶ່ງ ຫາ ສອງວັນ ກໍຈະເຖິງງານບຸນນະມັດສະການພະທາດຫຼວງ ເຊິ່ງປີນີ້ ບຸນນະມັດສະການພະທາດຫຼວງ ຈະຈັດຂຶ້ນໃນວັນທີ 4 – 8 ພະຈິກ 2022 ປີນີ້ເປັນອີກປີໜຶ່ງທີ່ພາກສ່ວນກ່ຽວຂ້ອງໄດ້ຈັດໃຫ້ມີຫຼາຍກິດຈະກຳ ເຊິ່ງຄາດວ່າໃນແຕ່ລະວັນ ຈະມີມວນຊົນເຂົ້າມາທ່ຽວຊົມຈຳນວນຫຼາຍ ໂດຍສະເພາະແມ່ນໃນໄລຍະ 2-3 ມື້ສຸດທ້າຍ ຍິ່ງຈະມີມວນຊົນຊາວນະຄອນຫຼວງວຽງຈັນ ແລະ ມວນຊົນທີ່ເດີນທາງມາຈາກແຂວງຕ່າງໆມາທ່ຽວຊົມ ແລະ ກາບໄຫວ້ພະທາດຫຼວງວຽງຈັນເປັນຈຳນວນຫຼວງຫຼາຍ ເຊິ່ງກຸ່ມຄົນບໍ່ດີອາດຈະສວຍໃຊ້ໂອກາດນີ້ ລັກຊັບ ຊີງຊັບ ລ່ວງກະເປົາ ແຫກກະເປົາ ແລະ ອື່ນໆ ສະນັ້ນ ຜູ້ທີ່ຈະພາຄອບຄົວ ຍາດພີ່ນ້ອງ ຫຼື ໝູ່ເພື່ອນມາທ່ຽວໃນງານບຸນ ຄວນເພີ່ມສະຕິລະວັງຕົວໃນການໄປ-ມາ ແລະ ທ່ຽວຊົມພາຍໃນງານບຸນ ເພື່ອບໍ່ໃຫ້ເກີດຊ່ອງຫວ່າງແກ່ກຸ່ມຄົນບໍ່ດີກໍ່ເຫດໄດ້.

ໃນແຕ່ລະປີຜ່ານມາ ບັນຫາທີ່ມັກພົບເຫັນໃນງານບຸນດັ່ງກ່າວ ຈະມີກຸ່ມຄົນຈຳນວນໜຶ່ງສວຍໂອກາດເອົາງານບຸນດັ່ງກ່າວນີ້ກໍ່ຄວາມບໍ່ສະຫງົບເຊັ່ນ: ຊິງຊັບ ລັກຊັບ ລ່ວງກະເປົາ ແຫກກະເປົາ ຜູ້ຄົນທີ່ມາທ່ຽວຊົມພາຍໃນງານ ສະນັ້ນ ເພື່ອປ້ອງກັນບໍ່ໃຫ້ຊັບສິນຂອງຕົນເສຍຫາຍໃນເວລາໄປທ່ຽວງານບຸນ ຜູ້ທີ່ຈະໄປທ່ຽວບໍ່ຄວນສວມໃສ່ເຄື່ອງປະດັບທີ່ມີລາຄາແພງ ພ້ອມທັງບໍ່ຄວນເອົາເງິນໃສ່ກະເປົາໄປຫຼາຍຈົນເກີນໄປ ນັ້ນກໍເພື່ອເປັນການປ້ອງກັນຕົນເອງບໍ່ໃຫ້ເກີດເປັນຊ່ອງຫວ່າງຂອງມິດຊາຊີບກໍ່ເຫດເກີດຂຶ້ນນັ້ນເອງ.

# ຂ່າວ – ພາບ : ເພັດສະໝອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments