Monday, September 23, 2024
Homeບຸນປະເພນີຊາວໜຸ່ມ ນວ ວາງກໍາລັງກວດຄົນເຂົ້າງານບຸນທາດຫຼວງ 300 ຄົນຕໍ່ວັນ

ຊາວໜຸ່ມ ນວ ວາງກໍາລັງກວດຄົນເຂົ້າງານບຸນທາດຫຼວງ 300 ຄົນຕໍ່ວັນ

ງານບຸນນະມັດສະການພະທາດຫຼວງວຽງຈັນ ເປັນປາງບຸນໃຫຍ່ຂອງມວນຊົນລາວທົ່ວປະເທດ ໂດຍສະເພາະຊາວນະຄອນຫຼວງວຽງຈັນ ເຊິ່ງງານບຸນດັ່ງກ່າວ ໄດ້ມີຄົນຫຼັ່ງໄຫຼເຂົ້າມາທ່ຽວຊົມເປັນຈຳນວນຫຼວງຫຼາຍ ສະນັ້ນເພື່ອຄວາມເປັນລະບຽບຮຽບຮ້ອຍ ຊາວໜຸ່ມນະຄອນຫຼວງວຽງຈັນ (ນວ) ໄດ້ວາງກໍາລັງຊາວໜຸ່ມເຂົ້າກວດຄົນເຂົ້າງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2022 ປະມານ 300 ຄົນຕໍ່ວັນ.

ທ່ານ ພັນປະສົງ ໄຊຍະວົງສາ ຮອງເລຂາຊາວໜຸ່ມ ປະຊາຊົນ ປະຕິວັດລາວ ນະຄອນຫຼວງວຽງຈັນ ໃຫ້ສໍາພາດວັນທີ 2 ພະຈິກ 2022 ວ່າ ໂດຍປະຕິບັດຕາມທິດຊີ້ນໍາ ແລະ ແຜນປ້ອງກັນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2022 ຄະນະບໍລິຫານງານຊາວໜຸ່ມ ນະຄອນຫຼວງວຽງຈັນ ໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບເພື່ອກະກຽມກໍາລັງຊາວໜຸ່ມ ແລະ ອາສາສະໝັກທີ່ມາຈາກເມືອງ ແລະ ໂຮງຮຽນຕ່າງໆ ເພື່ອເຂົ້າຊ່ວຍປ້ອງກັນໃນງານບຸນຄັ້ງນີ້ ໃນນັ້ນ ແມ່ນໄດ້ຮັບມອບໝາຍກວດຄົນເຂົ້າງານບຸນຈໍານວນ 16 ຈຸດໃຫ່ຍ ໃນຂອບເຂດບໍລິເວນເດີ່ນສະໜາມຫຼວງ ເຊິ່ງໃຊ້ກໍາລັງຊາວໜຸ່ມປະມານ 300 ກວ່າຄົນ ເພື່ອຮັບປະກັນມວນຊົນທີ່ເຂົ້າຮ່ວມງານ ທັງຮັກສາໄດ້ຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍພາຍໃນງານບຸນ.

ໃນຈໍານວນ 16 ຈຸດ ແມ່ນມີ 2 ຈຸດໃຫ່ຍທີ່ໄດ້ວາງກໍາລັງຊາວໜຸ່ມໃສ່ຂ້ອນຂ້າງຫຼາຍເຊັ່ນ ທາງເຂົ້າປະຕູໂຂງໃຫຍ່ເບື້ອງທາງ 4 ເລນ ໄດ້ຈັດວາງກໍາລັງຊາວໜຸ່ມຂອງເມືອງໄຊເສດຖາ 40 ຄົນຕໍ່ວັນ ສ່ວນຈຸດປະຕູໂຂງເບື້ອງໜອງສະພັງເລນ ໄດ້ຈັດກໍາລັງຊາວໜຸ່ມມຂອງໂຮງຮຽນ ມສ ວຽງຈັນປະມານ 50 ຄົນຕໍ່ວັນ ສໍາລັບກໍາລັງຊາວໜຸ່ມ ແລະ ອາສາະໝັກທີ່ເຂົ້າຮ່ວມງານ ແມ່ນມາຈາກເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ນອກຈາກນີ້ ຍັງມີຊາວໜຸ່ມໂຮງຮຽນວິທະຍາໄລເຕັກນິກວິຊາຊີບ ມສ ວຽງຈັນ ແລະ ກໍາລັງຂອງຄະນະຊາວໜຸ່ມ ນວ ສຳລັບຊາວໜຸ່ມທີ່ໄດ້ຮັບການມອບໝາຍໃນການປ້ອງກັນ ແມ່ນໄດ້ຮັບການແນະນຳກົດລະບຽບ ວິທີປ້ອງກັນ ຂໍ້ຫ້າມຕ່າງໆຈາກຄະນະກຳມະການແຕ່ລະຂັ້ນກ່ອນເຂົ້າປະຕິບັດໜ້າທີ່.

ນອກຈາກນີ້ ໃນມື້ແຫ່ຜາສາດເຜີ້ງ ແລະ ມື້ໃສ່ບາດ ແມ່ນຈະໄດ້ເພີ່ມກໍາລັງຊາວໜຸ່ມເຂົ້າຊ່ວຍຕື່ມອີກປະມານ 100 ກວ່າຄົນ ເນື່ອງຈາກເປັນມື້ທີ່ສໍາຄັນຂອງການຈັດງານບຸນ ແລະ ເປັນມື້ທີ່ມວນຊົນຈະເດີນທາງເຂົ້າຮ່ວມງານຫຼາຍທີ່ສຸດ ສ່ວນການປະຕິບັດໜ້າທີ່ ແມ່ນຈະໄດ້ເລີ່ມແຕ່ເວລາ ວັນທີ 4-8 ພະຈິກ 2022 ເວລາ 16:00 ໂມງເປັນຕົ້ນໄປ ໂອກາດນີ້ ຮຽກຮ້ອງມາຍັງຜູ້ທີ່ມາທ່ຽວຊົມງານບຸນ ຈົ່ງພ້ອມກັນເປັນເຈົ້າການໃນການຮັກສາຄວາມສະຫງົບ ປອດໄພ ປະຕິບັດຂໍ້ຫ້າມຕ່າງໆທີ່ຄະນະກຳມະການວາງອອກຢ່າງເຂັ້ມງວດ ທັງຮັກສາໄດ້ຮີດຄອງປະເພນີ ແລະ ຊາວໜຸ່ມຜູ້ທີ່ເຮັດໜ້າທີ່ໃນການປ້ອງກັນ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ປະສົບຜົນສຳເລັດ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments