Monday, September 23, 2024
HomeUncategorizedເຊີນທ່ຽວງານບຸນນະມັດສະການພະທາດຫຼວງວຽງຈັນ

ເຊີນທ່ຽວງານບຸນນະມັດສະການພະທາດຫຼວງວຽງຈັນ

ເຊີນຊວນປວງຊົນລາວບັນດາເຜົ່າທັງພາຍໃນ ແລະ ຕ່າງປະເທດ ທ່ຽວງານບຸນນະມັດສະການພະທາດຫຼວງວຽງຈັນ ເພື່ອສືບສານປະເພນີ, ວັດທະນະທຳອັນດີງາມຂອງຊາດ ພ້ອມທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວໃຫ້ມີຄວາມເຂັ້ມແຂງ ຮັກສາໄດ້ຄວາມສະຫງົບ, ປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ເປັນເຈົ້າການຮັກສາສິ່ງແວດລ້ອມບໍ່ຖິ້ມຂີ້ເຫຍື້ອຊະຊາຍ. ເພື່ອເຮັດໃຫ້ງານບຸນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ພ້ອມທັງຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດໄວ້ໃຫ້ຍືນຍົງ.

ງານບຸນນະມັດສະການພະທາດຫຼວງວຽງຈັນ ຖືເປັນປາງບຸນໃຫຍ່ຂອງຊາວລາວ ຊຶ່ງໃນປີນີ້ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ພາຍຫຼັງທີ່ພະຍາດໂຄວິດ-19 ໄດ້ຜ່ອນຄາຍລົງ ຊຶ່ງປີນີ້ໄດ້ຈັດຂຶ້ນເປັນເວລາ 5 ວັນ, ນັບແຕ່ວັນທີ 4-8 ພະຈິກ. ເຫັນວ່າມີຫຼາຍກິດຈະກຳປິ່ນອ້ອມ, ນອກຈາກພິທີທາງສາສະໜາ, ຍັງມີການວາງສະແດງຂາຍສິນຄ້້າທີ່ຕິດພັນກັບງານບຸນ ງານປະເພນີທີ່ຂາດບໍ່ໄດ້ເຊັ່ນ: ເຂົ້າຫຼາມ, ປີ້ງໄກ່, ເຂົ້າປຸ້ນ ແລະ ອາຫານພື້ນເມືອງທີ່ເປັນເອກະລັກປະເພດຕ່າງໆ, ສິ່ງທີ່ພົ້ນເດັ່ນກວ່າໝູ່ແມ່ນໃນບ້ານເຮືອນລາວ ຊຶ່ງມີກິດຈະກຳໃຫ້ເຊົ່າຊຸດເຄື່ອງນຸ່ງຊົນເຜົ່າຕ່າງໆຂອງລາວ ກິດຈະກຳນີ້ມີມວນຊົນໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈຳນວນຫຼາຍ ໂດຍສະເພາະເພດຍິງໄດ້ພາກັນເຊົ່າຊຸດຊົນເຜົ່າຂອງລາວເພື່ອນຸ່ງຖືຖ່າຍພາບໄວ້ເປັນທີ່ລະນຶກ ນີ້ແມ່ນການສະແດງເຖິງຄວາມເປັນເອກະລັກຂອງລາວຜ່ານການນຸ່ງຖືຂອງແມ່ຍິງລາວ, ນອກຈາກນີ້ຍັງມີການປະດັບປະດາເອ້ໂຄມໄຟ ແລະ ອື່ນໆຢ່າງຈົບງາມ ເພື່ອດຶງດູດມວນຊົນເຂົ້າມາທ່ອງທ່ຽວພາຍໃນງານບຸນ.

ມາຮອດປັດຈຸບັນ ເຖິງແມ່ນວ່າງານບຸນພະທາດຫຼວງຍັງບໍ່ທັນໄດ້ເລີ່ມເປີດງານຢ່າງເປັນທາງການ ແຕ່ບັນດາຮ້ານຄ້າ, ເຄື່ອງຫຼິ້ນຕ່າງໆໄດ້ມີການຫ້າງຫາກະກຽມບໍລິການປະຊາຊົນເປັນທີ່ຮຽບຮ້ອຍແລ້ວ ຊຶ່ງມວນຊົນໄດ້ໃຫ້ຄວາມສົນໃຈເຂົ້າຮ່ວມໃນແຕ່ລະວັນຢ່າງເບີກບານມ່ວນຊື່ນ ທຸກຄົນຍັງຮັກສາໄດ້ມາດຕະການຂັ້ນພື້ນຖານທີ່ກະຊວງສາທາລະນະສຸກວາງອອກໃນການປ້ອງກັນໂຕເອງຈາກພະຍາດໂຄວິດ-19 ເຊັ່ນໃສ່ຜ້າອັດປາກ-ດັງ, ສະແດງໃຫ້ເຫັນເຖິງການຄອງຄອຍຂອງມວນຊົນທີ່ຢາກໃຫ້ງານບຸນພະທາດຫຼວງວຽງຈັນເປີດຂຶ້ນຢ່າງເປັນທາງການໃນໄວໆນີ້, ເພື່ອໃຫ້ພວກເຂົາເຈົ້າໄດ້ເຂົ້າຮ່ວມກິດຈະກຳຕ່າງໆຢ່າງເບີກບານມ່ວນຊື່ນ ພາຍຫຼັງທີ່ງຽບເຫງົາຍ້ອນການລະບາດຂອງພະຍາດໂຄວິດ-19.

ໂດຍ: ພູວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments