Sunday, September 22, 2024
Homeຂ່າວຕ່າງປະເທດນັກຮຽນຈາກປະເທດສະມາຊິກອາຊຽນ ຮຽນຮູ້ກ່ຽວກັບດ້ານອະວະກາດຂອງຈີນ

ນັກຮຽນຈາກປະເທດສະມາຊິກອາຊຽນ ຮຽນຮູ້ກ່ຽວກັບດ້ານອະວະກາດຂອງຈີນ

ນັກຮຽນຫລາຍກວ່າ 100 ຄົນ ຈາກປະເທດສະມາຊິກອາຊຽນ ເຂົ້າຮ່ວມກອງປະຊຸມພົບປະສົນທະນາທາງໄກກັບນັກບິນອະວະກາດຂອງຈີນ ເຊີ່ງຈັດຂຶ້ນໃນວັນທີ 1ພະຈິກ 2022 ທີ່ໂຮງຮຽນ ປັກກິ່ງ ໂຣໂຢ ໃນນະຄອນຫລວງປັກກິ່ງ ແຫ່ງ ສປ ຈີນ ໂດຍແມ່ນສູນອາຊຽນ-ຈີນ ແລະ ບໍລິສັດ ຂ່າວສານໂລກ ຈໍາກັດ ຮ່ວມກັດຈັດຂຶ້ນ.

ນັກບິນອະວະກາດຈີນ ທັງ 3 ທ່ານ ລວມມີ: ທ່ານ Chen Dong, ທ່ານ ນາງ Liu Yang ແລະ ທ່ານ Cai Xuzhe. ສໍາລັບ Liu Yang ແມ່ນນັກບິນອະວະກາດຍິງຄົນທຳອິດຂອງຈີນ ເຊີ່ງນີ້ແມ່ນການເດີນທາງໄປອະວະກາດຄັ້ງທີ 2 ຫຼັງ ຈາກໄລຍະຫ່າງກັນເປັນເວລາ 10 ປີ.

ຈຸດປະສົງ ເພື່ອໃຫ້ນັກຮຽນຈາກປະເທດອາຊຽນ ໄດ້ຮັບຮູ້ ແລະ ເຂົ້າໃຈຫລາຍຂຶ້ນກ່ຽວກັບດ້ານອະວະກາດ ກໍຄືດ້ານວິທະຍາສາດ, ທັງເປັນການສ້າງແຮງບັນດານໃຈໃຫ້ເຂົາເຈົ້າສົນໃຈຮຽນຮູ້ໃນດ້ານນີ້ຫລາຍຂຶ້ນ ເພື່ອກາຍເປັນນັກວິທະຍາສາດ ຫລື ນັກບິນອະວະກາດຮຸ່ນສືບທອດໃນຕໍ່ຫນ້າ. ນອກຈາກນີ້ ຍັງເປັນການສະແດງໃຫ້ເຫັນຄວາມກ້າວຫນ້າຂອງຈີນໃນການຄົ້ນຄວ້າດ້ານອະວະກາດ ເຊີ່ງຖືເປັນຫນຶ່ງໃນຫລາຍປະເທດທີ່ປະສົບຜົນສໍາເລັດສູງໃນດ້ານນີ້.

ໃນການພົບປະຄັ້ງນີ້ ນັກຮຽນທີ່ເຂົ້າຮ່ວມ, ໃນນີ້ ລວມທັງນັກຮຽນຈາກ ສປປ ລາວ ໄດ້ຕັ້ງຄຳຖາມຫລາຍຢ່າງເພື່ອຮຽນຮູ້ ແລະ ເຂົ້າໃຈກ່ຽວກັບພາລະກິດທີ່ນັກບິນອະວະ ກາດຈີນທັງ 3 ທ່ານພວມປະຕິບັດຢູ່ອະວະກາດໃນປັດຈຸ ບັນ ເປັນຕົ້ນ: ການກິນຢູ່, ການຕິດຕໍ່ສື່ສານກັບບຸກຄົນອື່ນ ຫລື ຄອບຄົວຂອງຕົນຢູ່ພື້ນດິນ, ຄວາມຫຍຸ້ງຍາກໃນການເຮັດວຽກຢູ່ອະວະກາດ ແລະ ອື່ນໆ.

ທ່ານ Shi Zhoujun, ເລຂາທິການໃຫຍ່ສູນອາຊຽນ-ຈີນ ກ່າວໃນການພົບປະຄັ້ງນີ້ວ່າ: ຈີນ ແລະ ອາຊຽນ ມີຄວາມຝັນຮ່ວມກັນໃນການສໍາຫລວດອະວະກາດ. ໃນຖານະເປັນອົງການຈັດຕັ້ງຂອງລັດຖະບານ, ສູນອາຊຽນ-ຈີນ ຈະສືບຕໍ່ສະແດງບົດບາດເປັນຂົວຕໍ່ທີ່ສໍາຄັນເພື່ອຊຸກຍູ້ການຮ່ວມມືໃນດ້ານນີ້ໃຫ້ນັບມື້ເພີ່ມຂຶ້ນ ແລະ ເລິກເຊີ່ງກວ່າເກົ່່າ, ພ້ອມນີ້ ທ່ານຍັງໄດ້ສະແດງຄວາມເຊື່ອຫມັ້ນວ່າ ການຈັດກອງປະຊຸມພົບປະທາງໄກກັບນັກບິນອະວະກາດຈີນທັງ 3 ທ່ານໃນຄັ້ງນີ້ ຈະເປັນການເພີ່ມຄວາມຮູ້-ຄວາມເຂົ້າໃນ ແລະ ກະຕຸກຊຸກຍູ້ຄວາມສົນໃຈຂອງນັກຮຽນໃນການຮຽນຮູ້ກ່ຽວກັບວິທະຍາສາດໃນດ້ານນີ້ນັບມື້ຫລາຍຂຶ້ນກວ່າເກົ່າ.

ສໍາລັບ ທ່ານ Chen Dong, ທ່ານ ນາງ Liu Yang ແລະ ທ່ານ Cai Xuzhe ແມ່ນນັກບິນອະວະກາດຈີນ ທີ່ປະຕິບັດຫນ້າທີ່ບິນອະວະກາດຍານເສິນໂຈ່ວ-14 (Shen Zhou-14) ເພື່ອໄປປະຕິບັດຫນ້າທີ່ຢູ່ສະຖານີອະວະກາດ ‘Tiangong’ ຂອງຈີນ ເປັນເວລາ 6 ເດືອນ, ນັບເດືອນເດືອນມິຖຸນາ ຫາທ້າຍປີ 2022 ນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments