Sunday, September 22, 2024
Homeຂ່າວຕ່າງປະເທດຈີນ ເປີດເສັ້ນທາງລົດໄຟໃໝ່ ຫລາຍກວ່າ 2.300 ກິໂລແມັດ

ຈີນ ເປີດເສັ້ນທາງລົດໄຟໃໝ່ ຫລາຍກວ່າ 2.300 ກິໂລແມັດ

ສຳນັກຂ່າວ ຊິນຮວາຂອງ ສປຈີນ ລາຍງານ ເມື່ອບໍ່ດົນມານີ້ວ່າ: ບໍລິສັດການລົດໄຟ ແຫ່ງປະເທດ ຈີນ ຈຳກັດ ເປີດເຜີຍ ວ່າ: ຈີນ ໄດ້ເປີດເສັ້ນທາງລົດໄຟ ສາຍໃໝ່ ດ້ວຍໄລຍະທາງລວມ 2.381 ກິໂລແມັດ ຢູ່ທົ່ວປະເທດ ໃນໄລຍະ 3 ໄຕມາດທຳອິດ ຂອງປີນີ້. ໃນນັ້ນ ເສັ້ນທາງລົດໄຟ ຄວາມໄວສູງ ລວມມີ 1.198 ກິໂລແມັດ. ໃນໄລຍະ 9 ເດືອນຜ່ານມາ, ຈີນ ໄດ້ລົງທຶນເຂົ້າໃນຂະແໜງການທາງລົດໄຟ ລວມມີ 4,75 ແສນລ້ານຢວນ. ນອກນັ້ນ ກະຊວງ ຄົມມະນາຄົມ ຈີນ ຍັງລະບຸວ່າ: ຈີນ ວາງແຜນ ຈະເປີດເສັ້ນທາງລົດໄຟ ສາຍໃໝ່ 3.300 ກິໂລແມັດ ໃນປີນີ້, ໂດຍແມ່ນເຄືອຂ່າຍ ທາງລົດໄຟ ຄວາມໄວສູງ ທີ່ໃຫ້ບໍລິການ ໃນຈີນນັ້ນ ມີຄວາມຍາວ ຫລາຍກວ່າ 40.000 ກິໂລແມັດ ເມື່ອປີກາຍຜ່ານມາ.

(ບັນນາທິການຂ່າວຕ່າງປະເທດ, ຮຽບຮຽງໂດຍ: ນ ດາວັນ).

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments