Home ຂ່າວກິລາ ນັກກິລາເທັນນິດທີມຊາຍລາວ ເຂົ້າຮ່ວມແຂ່ງຂັນເທັນນິດ ຊີງແຊັມໂລກ

ນັກກິລາເທັນນິດທີມຊາຍລາວ ເຂົ້າຮ່ວມແຂ່ງຂັນເທັນນິດ ຊີງແຊັມໂລກ

0
319

ສະຫະພັນກິລາເທັນນິດແຫ່ງຊາດລາວ ສົ່ງຄະນະນັກກິລາ ຈຳນວນ 6 ຄົນ, ຄູຝຶກ 2 ຄົນ ແລະ ນັກກິລາ 4 ຄົນ ເຂົ້າຮ່ວມແຂ່ງຂັນກິລາເທັນນິດທີມຊາຍ ຊີງແຊັມໂລກ ຫຼື ລາຍການ Davis Cup ຄັ້ງທຳອິດ ທີ່ປະເທດບາເຣນ ນຳໂດຍ ທ່ານ ວົງສະຫວັດ ຈັນສົມພູ ຫົວໜ້າທີມ ພ້ອມດ້ວຍຄູຝຶກຊາວສິງກະໂປ ທ່ານ ອາລັນ ວ໋ອງ ແລະ ນັກກິລາ 4 ຄົນ ປະກອບມີ ທ້າວ ວິທະຍາ ຣາຊາວະດີ, ທ້າວ ສະຖາພອນ ສິມມາລາວົງ, ທ້າວ ສົມພອນ ຊົງວິໄລ ແລະ ທ້າວ ໄຊສະຫວັດ ຈັນສົມພູ.

ເມື່ອບໍ່ດົນຜ່ານມາ ທີ່ສະໜາມກິລາເທັນນິດວຽງຈັນ ນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບ ເງິນອຸດໜູນການເດີນທາງຂອງຄະນະນັກກິລາເທັນນິດລາວ ເພື່ອເປັນກຳລັງໃຈໃນການເຂົ້າຮ່ວມແຂ່ງຂັນລາຍການນີ້ ຊຶ່ງເປັນຄັ້ງປະຫວັດສາດ ທີ່ທີມນັກກິລາເທັນນິດລາວ ໄດ້ເຂົ້າຮ່ວມ ລາຍການ Davis Cup ຈາກທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນເທັນນິດແຫ່ງຊາດລາວມີຄະນະບໍລິຫານງານສະຫະພັນ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດນັກກິລາເທັນນິດຮຸ່ນອາວຸໂສ ແລະ ສື່ມວນຊົນບາງພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້, ທ່ານ ດາວວອນ ພະຈັນທະວົງ ໃຫ້ຮູ້ວ່າ: ລາຍການນີ້ ສະຫະພັນພວກເຮົາເຄີຍສົ່ງນັກກິລາຍິງເຂົ້າຮ່ວມແຂ່ງຂັນມາກ່ອນ ຊຶ່ງນັກກິລາຊາຍເນື່ອງຈາກພວກເຮົາເປັນສະມາຊິກຊັ້ນສອງ ຈຶ່ງໄດ້ສິດເຂົ້າຮ່ວມແຂ່ງຂັນ ແລະ ກໍເປັນຄັ້ງທຳອິດທີ່ໄດ້ເຂົ້າຮ່ວມລາຍການນີ້ ໂດຍໄດ້ຮັບທຶນສະໜັບສະໜູນຈາກສະຫະພັນເທັນນິດສາກົນ ຫຼື ໄອທີເອັບ ລາຍການດັ່ງກ່າວ ປີໜຶ່ງຈະມີແຂ່ງຂັນ 3 ຫາ 4 ລາຍການ ແລະ ຕໍ່ໄປພວກເຮົາກໍຈະໄດ້ໄປຮ່ວມ ສິ່ງທີ່ພາກພູມໃຈທີ່ສຸດຄືເຫັນທຸງຊາດລາວ ປິວສະບັດຜ່ານສາຍຕາມວນຊົນໃນເວທີໂລກ ຊຶ່ງເປັນກຽດ ແລະ ຊື່ສຽງຂອງປະເທດຊາດ. ແນວໃດກໍຕາມ, ສຳລັບນັກກິລາຊຸດນີ້ ກໍເຫັນວ່າມີຄວາມພ້ອມຫຼາຍດ້ານ ໂດຍມີຄູຝຶກຕ່າງປະເທດມາປະຈຳ ທີ່ເຄີຍນຳທີມເຂົ້າຮ່ວມແຂ່ງຂັນງານກິລາຊີເກມ ທີ່ ສສ ຫວຽດນາມ ກໍສາມາດຍາດໄດ້ 1 ຫຼຽນທອງ ແລະ ພໍ່ແມ່ຜູ້ປົກຄອງກໍໄດ້ເອົາໃຈໃສ່ປະກອບສ່ວນຢ່າງເຕັມທີ່ ແລະ ພວກເຮົາຊາວລາວທຸກຄົນຂໍເປັນກຳລັງໃຈທີ່ດີໃຫ້ທຸກຄົນນຳເອົາກຽດຊື່ສຽງມາສູ່ປະເທດຊາດດ້ວຍຄວາມພາກພູມໃຈ. ສ່ວນ ທ່ານ ວົງສະຫວັດ ຈັນສົມພູ ຫົວໜ້າທີມຊາດລາວຊຸດນີ້ ກໍໄດ້ໃຫ້ຮູ້ວ່າ: ຄະນະນັກກິລາລາວທຸກຄົນ ແມ່ນມີຄວາມພ້ອມເຕັມຮ້ອຍ ທັງພະລະກຳລັງ ແລະ ຈິດໃຈ ພ້ອມສູ້ຊົນສ້າງຜົນງານໃຫ້ດີທີ່ສຸດ ເພື່ອເກັບຄະແນນອັນດັບໂລກທີ່ດີກັບມາ. ທ້າວ ວິທະຍາ ຣາຊາວະດີ ນັກເທັນນິດ ມື 1 ຂອງລາວ ກໍສະແດງຄວາມດີໃຈ ທີ່ໄດ້ເປັນຕົວແທນຂອງທີມຊາດລາວ ເຂົ້າຮ່ວມລາຍການນີ້ຄັ້ງທຳອິດ ຈະພະຍາຍາມສູ້ສຸດຄວາມສາມາດ ເພື່ອຍາດແຍ່ງຜົນງານໃຫ້ດີທີ່ສຸດ. ການແຂ່ງຂັນເທັນນິດ ທີມຊາຍຊີງແຊັມໂລກ ຫຼື ລາຍການ Davis Cup ແມ່ນມີມາແຕ່ປີ 1900 ໂດຍມີການຈັດລະດັບແຂ່ງຂັນໃນແຕ່ລະຂົງເຂດ ຕາມຜົນງານອັນດັບໂລກ ຫຼື Ranking ຂອງແຕ່ລະຊາດ ເພື່ອຄັດເຂົ້າສູ່ຮອບສຸດທ້າຍ ຫຼື ລະດັບສູງສຸດ. ສຳລັບນັກກິລາເທັນນິດ ທີມຊາດລາວ ໃນຖານະເປັນນ້ອງໃໝ່ ໄດ້ແຂ່ງຂັນໃນຂົງເຂດອາຊີ-ໂອຊີເນຍ ຢູ່ລະດັບກຸ່ມທີ 4 ຂອງຂົງເຂດ ຊຶ່ງມີ 17 ທີມເຂົ້າຮ່ວມ ແບ່ງການແຂ່ງຂັນອອກເປັນ 2 ສ່ວນ ໂດຍທີມຊາດລາວ ຢູ່ສ່ວນທີ 2 ປະກອບມີ 9 ປະເທດ ຄື: ເຕີກເມນິສຖານ, ຄູເວດ, ກຳປູເຈຍ, ເກາະກວມ, ມົງໂກລີ, ສິງກະໂປ, ບູຖານ ແລະ ບາເຣນ ເຈົ້າພາບ. ສ່ວນຮູບແບບການແຂ່ງຂັນຈະແບ່ງເປັນ 2 ກຸ່ມ ແຂ່ງພົບກັນໝົດໃນກຸ່ມ ແບບດີສຸດ 2 ໃນ 3 ຄູ່ ກໍຄື ດ່ຽວ ມື 1 ມື 2 ແລະ ຄູ່ຊາຍ, ແລ້ວຄັດເລືອກເອົາທີ 1 ຂອງສອງກຸ່ມ ມາພົບກັນ ເພື່ອເອົາທີມຊະນະ ເລື່ອນຊັ້ນສູ່ກຸ່ມທີ 3 ຂອງຂົງເຂດ ແລະ ຄ່ອຍໄຕ່ເຕົ້າໄປສູ່ລະດັບສູງສຸດ ຫຼື World Group Finals ເພື່ອລຸ້ນຊີງແຊັມ, ສ່ວນທີມທີ່ບໍ່ຕິດອັນດັບ 1 ຂອງກຸ່ມໃນຂົງເຂດອາຊີ-ໂອຊີເນຍ ໄປແຂ່ງຂັນຈັດອັນດັບ ເກັບຄະແນນອັນດັບໂລກ ໂດຍຈະແຂ່ງຂັນໃນລະຫວ່າງວັນທີ 17-22 ຕຸລາ 2022 ລາຍການດັ່ງກ່າວຖືວ່າເປັນໂອກາດທີ່ດີຂອງວົງການເທັນນິດລາວ ກໍຄື ນັກກິລາເທັນນິດລາວ ຈະໄດ້ຖອດຖອນບົດຮຽນ ແລະ ແລກປ່ຽນປະສົບການອັນໃໝ່ໆ ເພື່ອຍົກລະດັບສີມື, ທັກສະຄວາມສາມາດ ໄປເທື່ອລະກ້າວ.

ຂ່າວ-ພາບ: ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here