Saturday, September 21, 2024
Homeຂ່າວຕ່າງປະເທດທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ

ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 17 ຕຸລາ ຜ່ານມາ ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມລາຍການ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ”. ລາຍການນີ້ແມ່ນເຫດການທີ່ມີຄວາມໝາຍດ້ານການເມືອງ, ສັງຄົມ ແລະ ມະນຸດສະທໍາຢ່າງເລິກເຊິ່ງ ເພື່ອແນໃສ່ເສີມຂະຫຍາຍມູນເຊື້ອສາມັກຄີ, ຈິດໃຈຮັກແພງຊ່ວຍເຫຼືອຊຶ່ງກັນ ແລະ ກັນຂອງປະຊາຄົມ ແນໃສ່ເອົາໃຈໃສ່ເບິ່ງແຍງດູແລຊ່ວຍເຫຼືອຄົນທຸກຍາກໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ.

ຂ່າວລະບຸວ່າ: ທ່ານ ຟ້າມມິງຈິງ ກ່າວຄຳເຫັນໃນກອງປະຊຸມ ເນັ້ນໜັກວ່າ: ຍາມໃດພັກ, ລັດ ກໍເອົາໃຈໃສ່ເປັນພິເສດຕໍ່ວຽກງານລຶບລ້າງໄພອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຖືນີ້ແມ່ນຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນ, ແມ່ນໜ້າທີ່ຈຸດສຸມ, ຍຸດທະສາດຂອງວິວັດການພັດທະນາໂດຍໄວ ແລະ ຍືນຍົງ. ຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ – ບໍ່ປະໃຫ້ຜູ້ໃດຖືກຕົກຄ້າງໄວ້ຢູ່ທາງຫຼັງ ບໍ່ພຽງແຕ່ແມ່ນຄຳຂວັນເທົ່ານັ້ນ ຫາກຍັງແມ່ນການກະທໍາລະອຽດ ແລະ ແທດຈິງອີກດ້ວຍ. ການລຶບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກແມ່ນບັນຫາທົ່ວປວງຊົນ ແລະ ທົ່ວປະເທດ ຕ້ອງມີວິທີການສຳຜັດກັບທົ່ວປວງຊົນໃນທົ່ວປະເທດ ນັ້ນແມ່ນການເຂົ້າຮ່ວມຢ່າງຕັ້ງໜ້າ, ມີການສົມທົບ, ສະໜັບໜູນຂອງທຸກຂັ້ນ, ທຸກຂະແໜງການ ແລະ ເພື່ອນມິດ, ຄູ່ຮ່ວມມືສາກົນ. ຂ້າພະເຈົ້າສະເໜີ ແລະ ຮຽກຮ້ອງໃຫ້ ບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນສືບຕໍ່ຜັນຂະຫຍາຍບັນດາແຜນນະໂຍບາຍ ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກຢ່າງຄົບຊຸດ ແລະ ມີປະສິດທິຜົນ, ເປັນຕົ້ນແມ່ນໃນ 3 ລາຍການເປົ້າໝາຍແຫ່ງຊາດ. ມີວິທີການແກ້ໄຂບັນດາຂໍ້ຕິດຂັດທີ່ເກີດຂຶ້ນໃໝ່ຢ່າງທັນການ. ເພີ່ມທະວີຄວາມຮູ້, ທັກສະການຜະລິດ, ສ້າງວຽກເຮັດງານທຳໃຫ້ແກ່ຄົນທຸກຍາກ. ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດສືບຕໍ່ຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈ, ມີບັນດາການເຄື່ອນໄຫວຢ່າງແທດຈິງ, ປະກອບສ່ວນຫຼາຍຂຶ້ນກວ່າເກົ່າເຂົ້າໃນວິວັດການຫຼຸດຜ່ອນຄວາມທຸກຍາກ ແລະ ຮັບປະກັນການຊຸກຍູ້ສັງຄົມ.

ໃນຂອບເຂດຂອງລາຍການ, ມີ 167 ອົງການຈັດຕັ້ງ, ຫົວໜ່ວຍ, ວິສາຫະກິດ, ສ່ວນບຸກຄົນຮ່ວມແຮງຮ່ວມໃຈປະກອບສ່ວນອຸປະຖຳໃຫ້ແກ່ຄົນທຸກຍາກ, ດ້ວຍຈຳນວນເງິນສະໜັບສະໜູນ ແລະ ຈົດທະບຽນສະໜັບສະໜູນ ເຖິງ 1.177 ຕື້ດົງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments