Saturday, September 21, 2024
Homeຂ່າວຕ່າງປະເທດງານວາງສະແດງຮູບແຕ້ມ ແລະ ຮູບຖ່າຍ “ສານຝັນໃນຍຸກໃໝ່ຂອງຈີນ” ໄດ້ຮັບຄວາມສົນໃຈຈາກມວນຊົນ

ງານວາງສະແດງຮູບແຕ້ມ ແລະ ຮູບຖ່າຍ “ສານຝັນໃນຍຸກໃໝ່ຂອງຈີນ” ໄດ້ຮັບຄວາມສົນໃຈຈາກມວນຊົນ

ງານວາງສະແດງຮູບແຕ້ມ ແລະ ຮູບຖ່າຍ ພາຍໃຕ້ຫົວຂໍ້ “ສານຝັນໃນຍຸກໃໝ່ຂອງຈີນ” ທີ່ຄະນະໂຄສະນາສູນກາງພັກກອມມູນິດຈີນ ແລະ ສະຫະພັນວົງການສິລະ ປະວັນນະຄະດີຈີນ ຮ່ວມກັນຈັດຂຶ້ນຢູ່ຫໍວາງສະແດງປະ ຫວັດສາດພັກກອມມູນິດຈີນ ຢູ່ນະຄອນຫລວງປັກກິ່ງຂອງຈີນ ໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງພັກກອມມູນິດຈີນ ຄັ້ງທີ 20 ທີ່ເລີ່ມຕົ້ນມາແຕ່ວັນທີ 1 ຕຸລາ 2022 ເປັນຕົ້ນມາ ໄດ້ຮັບຄວາມສົນໃຈຫລາຍ ເນື່ອງຈາກມີຜູ້ໄປທ່ຽວຊົມເປັນຈໍານວນຫລວງຫລາຍໃນແຕ່ລະວັນ.

ງານວາງສະແດງຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຜົນສຳ ເລັດອັນຍິ່ງໃຫຍ່ໃນການສ້າງສາ ແລະ ພັດທະນາປະເທດຈີນ ຕະຫລອດໄລຍະ 10 ປີ ກໍຄື ນັບແຕ່ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກກອມມູນິດຈີນ ເປັນຕົ້ນມາ ເຫັນວ່າ ປະເທດຈີນໄດ້ຮັບການພັດທະນາເຕີບໃຫຍ່ຂະຫຍາຍຕົວໃນທຸກດ້ານ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ມີຄວາມສຸກ, ຢູ່ດີກິນດີ ແລະ ອີ່ມໜໍາສໍາລານ. ເຊີ່ງພາຍໃນງານໄດ້ວາງສະ ແດງສິລະປະຫລາຍກວ່າ 150 ຜົນງານຜ່ານຮູບແບບຕ່າງໆ ເຊັ່ນ: ຮູບແຕ້ມຈີນ, ຮູບແຕ້ມນ້ຳມັນ, ຮູບແກະສະຫຼັກ ແລະ ອື່ນໆ, ນອກຈາກນີ້ ຍັງມີຮູບຖ່າຍຫລາຍກວ່າ 150 ແຜ່ນ, ລວມເຖີງຜົນງານຕ່າງໆ ທີ່ສ່ອງແສງໃຫ້ເຫັນເຖີງການປ່ຽນແປງຂອງຍຸກສະໄໝ, ຄວາມກ້າວໜ້າຂອງຈີນ ແລະ ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ, ສັນລະເສີນອຸດົມການແຫ່ງການບາກບັ່ນສູ້ຊົນ, ກຳລັງແຫ່ງການປະດິດສ້າງ ແລະ ໝາກຜົນຂອງການພັດທະນາ, ສະແດງໃຫ້ເຫັນເຖິງຈິດໃຈຂອງປະຊາ ຊົນຈີນໃນການບາກບັ່ນສູ້ຊົນສ້າງຜົນງານໃນຍຸກສະໄໝໃໝ່ ແລະ ອື່ນໆ.

ສໍາລັບງານວາງສະແດງຮູບແຕ້ມ ແລະ ຮູບຖ່າຍ ພາຍ ໃຕ້ຫົວຂໍ້ “ສານຝັນໃນຍຸກໃໝ່ຂອງຈີນ” ໃນຄັ້ງນີ້ ຈະດໍາເນີນໄປຮອດເດືອນທັນວາປີ 2022 ຈິ່ງຈະສໍາເລັດ, ສ່ວນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນ ຄັ້ງທີ 20 ຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 16 ຕຸ ລາ 2022 ນີ້ ທີ່ນະຄອນຫລວງປັກກິ່ງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments