Saturday, September 21, 2024
Homeຂ່າວຕ່າງປະເທດໂຮງໝໍມະໂຫສົດ ສ່ອງແສງໃຫ້ເຫັນເຖິງຂໍ້ລິເລີ່ມການພັດທະນາຂອງໂລກ

ໂຮງໝໍມະໂຫສົດ ສ່ອງແສງໃຫ້ເຫັນເຖິງຂໍ້ລິເລີ່ມການພັດທະນາຂອງໂລກ

ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ໂຮງໝໍມະໂຫສົດ ແມ່ນໂຮງໝໍສັງລວມທີ່ມີຂະໜາດໃຫຍ່ທີ່ສຸດ ແລະມີພະແນກສົມບູນທີ່ສຸດຂອງລາວ, ໄດ້ມີປະຫວັດສາດ 110 ກວ່າປີແລ້ວ. ໃນຊຸມປີມໍ່ໆມານີ້, ຄຽງຄູ່ກັບເສດຖະກິດສັງຄົມຂອງລາວ ໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງ, ອຸປະກອນການແພດເກົ່າຂອງໂຮງໝໍຍາກທີ່ຈະຕອບສະໜອງກັບຄວາມຕ້ອງການດ້ານການປິ່ນປົວພະຍາດ.

ວັນທີ 11 ພະຈິກ 2021 ພິທີມອບ-ຮັບໂຄງການໂຮງໝໍມະໂຫສົດ ໂດຍແມ່ນລັດຖະບານຈີນ ຊ່ວຍເຫລືອລາວ ໄດ້ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລາວ ຍ້ອງຍໍວ່າ: ໂຄງການໂຮງໝໍສັງລວມມະໂຫສົດ ແມ່ນໂຄງການທີ່ມີຄວາມໝາຍສຳຄັນເປັນພິເສດຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ຈະໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າເຂົ້າໃນການປັບປຸງເງື່ອນໄຂສາທາລະນະສຸກ, ຍົກລະດັບເຕັກນິກຂອງພະນັກງານການແພດຂອງລາວ ແລະຈະມີຜົນດີຕໍ່ການຮັບໃຊ້ປະຊາຊົນລາວຜູ້ເປັນພະຍາດ.

ຕໍ່ກັບກໍລະນີທີ່ປະເທດພວມພັດທະນາຈຳນວນໜຶ່ງປະສົບຄວາມຫຍຸ້ງຍາກດ້ານທຶນຮອຍໃນດ້ານພື້ນຖານໂຄງລ່າງ ຊີວິດການເປັນຢູ່ ແລະ ຂົງເຂດອື່ນໆ, ຈີນໄດ້ໃຊ້ການກະທຳຕົວຈິງຊ່ວຍເຫລືອດ້ານທຶນຮອນ ແລະ ເຕັກໂນໂລຊີ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ, ຊຸກຍູ້ການພັດທະນາແບບຍືນຍົງ.

“ການພັດທະນາແມ່ນຂໍກຸນແຈໃນການບັນລຸຄວາມສຸກຂອງປະຊາຊົນ. ເມື່ອຜະເຊີນໜ້າກັບຜົນກະທົບອັນໜັກໜ່ວງຈາກການແພ່ລະບາດຂອງພະຍາດໂຄວິດ-19, ພວກເຮົາຕ້ອງຮ່ວມກັນຊຸກຍູ້ການພັດທະນາຂອງໂລກໃຫ້ກ້າວໄປສູ່ໄລຍະໃໝ່ທີ່ມີລັກສະນະດຸນດ່ຽງ ປະສານງານ ແລະ ການມີສ່ວນຮ່ວມ.” ກ່ອນການມອບ-ຮັບໂຄງການໂຮງໝໍມະໂຫສົດ ບໍ່ດົນ, ຄືວັນທີ 21 ກັນຍາ 2021, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ສະເໜີຂໍ້ລິເລີ່ມການພັດທະນາຂອງໂລກໃນການອະພິປາຍທົ່ວໄປຂອງກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 76, ໂດຍໄດ້ຊຸກຍູ້ບັນຫາການພັດທະນາກັບຄືນສູ່ວາລະແກນກາງຂອງສາກົນ.

ຄວາມໝາຍໃຈກາງຂອງຂໍ້ລິເລີ່ມການພັດທະນາຂອງໂລກຄື ຍຶດໝັ້ນຖືການພັດທະນາເປັນບຸລິມະສິດ, ຖືປະຊາຊົນເປັນໃຈກາງ, ຍຶດໝັ້ນການສ້າງຜົນປະໂຫຍດທົ່ວໄປແບບມີສ່ວນຮ່ວມ, ຍຶດໝັ້ນການຂັບເຄື່ອນດ້ວຍການປະດິດສ້າງໃໝ່, ຍຶດໝັ້ນມະນຸດກັບ ທຳມະຊາດຢູ່ຮ່ວມກັນຢ່າງກົມກຽວກັນ, ຍຶດໝັ້ນໃຊ້ການເຄື່ອນໄຫວຕົວຈິງ. ເນັ້ນການຊຸກຍູ້ການຮ່ວມມືໃນຂົງເຂດສຳຄັນຕ່າງໆເຊັ່ນ: ຫລຸດຜ່ອນຄວາມທຸກຍາກ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການຕ້ານກັບພະຍາດ ແລະວັກຊິນ, ລະດົມທຶນເພື່ອການພັດທະນາ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາຕາມທິດສີຂຽວ, ການຫັນເປັນອຸດສາຫະກຳ, ເສດຖະກິດດີຈີຕອນ, ການເຊື່ອມໂຍງເຊື່ອມຈອດກັນ ແລະອື່ນໆ, ເລັ່ງລັດຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2036 ຂອງອົງການສະຫະປະຊາຊາດ, ສ້າງປະຊາຄົມຮ່ວມຊາຕາກຳແຫ່ງການພັດທະນາຂອງໂລກ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments