Saturday, September 21, 2024
Homeທ່ອງທ່ຽວການແຜ່ລະບາດຂອງພະຍາດໂຄວິດ- 19 ສົ່ງຜົນກະທົບຕໍ່ເສດຖະກິດ ແລະ ຂະແໜງການທ່ອງທ່ຽວພາຍໃນປະເທດຢ່າງໜັກໜ່ວງ

ການແຜ່ລະບາດຂອງພະຍາດໂຄວິດ- 19 ສົ່ງຜົນກະທົບຕໍ່ເສດຖະກິດ ແລະ ຂະແໜງການທ່ອງທ່ຽວພາຍໃນປະເທດຢ່າງໜັກໜ່ວງ

ກ່ອນປີ 2020, ການທ່ອງທ່ຽວແມ່ນຂະແໜງການເສດຖະກິດໜຶ່ງຂອງປະເທດເຮົາ ທີ່ມີແຫຼ່ງລາຍຮັບເປັນເງິນຕາຕ່າງປະເທດ ຮອງຈາກລາຍຮັບຈາກການຂາຍກະແສໄຟຟ້າ ແລະ ບໍ່ແຮ່. ໃນປີ 2019 ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວ ສປປ ລາວ ສູງເຖິງ 4,79 ລ້ານຄົນ (ນັກທ່ອງທ່ຽວກຸ່ມໃຫຍ່ທີ່ເຂົ້າມາທ່ອງທ່ຽວລາວ ມີໄທ 45%, ຈີນ 21,3%, ຫວຽດນາມ 19,3% ແລະ ສ ເກົາຫຼີ 4,2%) ມີລາຍຮັບທັງໝົດ 934 ລ້ານໂດລາ, ລາຍຮັບຈາກການທ່ອງທ່ຽວເຕີບໂຕ 15%. ຈາກໂຕເລກດັ່ງກ່າວສະແດງໃຫ້ເຫັນວ່າການທ່ອງທ່ຽວໄດ້ປະກອບສ່ວນທີ່ສໍາຄັນຕໍ່ການພັດທະນາເສດຖະກິດ – ສັງຄົມ ຂອງປະເທດ 9,1% ຂອງເສດຖະກິດລວມ, ສາມາດສ້າງວຽກເຮັດງານທໍາໄດ້ຫຼາຍກວ່າ 300.000 ຄົນ.

ຈາກສະຖິຕິຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ (UN) ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ເສດຖະກິດ ແລະ ການທ່ອງທ່ຽວຢູ່ປະເທດເຮົາຫຼຸດລົງໄປຕາມໆກັນເຊັ່ນ: ໃນປີ 2020 ນັກທ່ອງທ່ຽວຈາກປະເທດໄທຫຼຸດລົງ 77%, ຈີນ47%, ຫວຽດນາມ 73% ແລະ ສ ເກົາຫຼີ 70%. ລາຍຮັບຈາກການທ່ອງທ່ຽວຫຼຸດລົງ 41%, ລາຍຮັບ ຈາກສະຖານທີ່ພັກ 79%, ລາຍຮັບຈາກບໍລິສັດທ່ອງທ່ຽວ 79%, ລາຍຮັບຈາກການເຂົ້າຊົມສະຖານທີ່ທ່ອງທ່ຽວ 81%, ລາຍຮັບຈາກຮ້ານອາຫານ ແລະ ຮ້ານບັນເທີງ 72%, ຈໍານວນຜູ້ໂດຍສານຂອງສາຍການບິນລາວຫຼຸດລົງ 66,3% ເຮັດໃຫ້ທຸລະກິດການທ່ອງທ່ອງທ່ຽວຢຸດສະຫງັກ, ໂຕເລກນັກທ່ອງທ່ຽວຕ່າງປະເທດຫຼຸດລົງ 74%, ຂາດລາຍຮັບເຖິງ 70-80% ຈາກລາຍຮັບຂອງການທ່ອງທ່ຽວທັງໝົດ, ແຮງງານໃນຂະແໜງການທ່ອງທ່ຽວທັງທາງກົງ ແລະ ທາງອ້ອມ ບໍ່ໄດ້ຮັບຄ່າແຮງ, ຖືກພັກວຽກ, ໂຮງແຮມ,ເຮືອນພັກ, ຮ້ານບັນເທີງ, ທຸລະກິດຂາຍຍ່ອຍ, ຮ້ານອາຫານ, ຮ້ານນວດ ແລະ ສະປາ ຈໍານວນບໍ່ໜ້ອຍປິດກິດຈະການ.

ໃນໄລຍະທີ່ລັດຖະບານປະກາດມາດຕະການຜ່ອນຜັນ ມີທຸລະກິດຈໍານວນຫຼາຍທີ່ຍັງສືບຕໍ່ດໍາເນີນກິດຈະການ ແຕ່ມີທຸລະກິດປະມານ 65% ໄດ້ຫຼຸດພະນັກງານລົງ ເຊັ່ນ: ແຂວງຫຼວງພະບາງ ແລະ ຢູ່ເມືອງວັງວຽງ ແຂວງວຽງຈັນ ທຸລະກິດທ່ອງທ່ຽວຫຼາຍກວ່າ 80% ແມ່ນໄດ້ປົດພະນັກງານຂອງຕົນອອກ 50%, ສົ່ງຜົນກະທົບຕໍ່ສະພາບເສດຖະກິດຄອບຄົວພົບຄວາມຫຍຸ້ງຍາກ, ບັນຫາໜີ້ສິນເພີ່ມຂຶ້ນ ພ້ອມກັນນັ້ນຍັງເຮັດໃຫ້ຄວາມຕ້ອງການຂອງພາຍໃນຫຼຸດລົງ. ນອກຈາກນັ້ນ,ຍັງສູນເສຍລາຍໄດ້ຈາກການໂອນເງິນມາຈາກຕ່າງປະເທດຫຼາຍກວ່າ 136 ລ້ານໂດລາ ຍ້ອນຜູ້ທີ່ໄປອອກແຮງງານຢູ່ຕ່າງປະເທດກັບຄືນມາປະເທດຫຼາຍກວ່າ 130.500 ກວ່າຄົນ.

ໃນໄລຍະການລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດເຮົາ ເຮັດໃຫ້ເກີດການວ່າງງານກວມເອົາ 23,4% (ໂຕເລກເດືອນກໍລະກົດ 2020) ເນື່ອງຈາກຄວາມຕ້ອງການພາຍໃນປະເທດຫຼຸດລົງຢ່າງຫຼວງຫຼາຍ ເຮັດໃຫ້ທຸລະກິດຈໍານວນໜຶ່ງສືບຕໍ່ປິດກິດຈະການພາຍຫຼັງມີມາດຕະການຜ່ອນຜັນຂອງລັດຖະບານ. ອັດຕາເງິນເຟີ້ຈາກ 3,3% ໃນປີ 2019 ຂຶ້ນເປັນ 6,1% ໃນຕົ້ນປີ 2020. ເຮັດໃຫ້ລາຄາອາຫານ,ເຄື່ອງນຸ່ງຫົ່ມເຄື່ອງໃຊ້ສອຍພາຍໃນເຮືອນ, ຄ່າປິ່ນປົວ ແລະ ອື່ນໆ ເພີ່ມຂຶ້ນໃນໄລຍະສອງປີນີ້.

ປະຊາຊົນ ຈໍານວນ 361.000 ຄົນ ມີຄວາມສ່ຽງຕົກຢູ່ໃນສະພາບຄວາມທຸກຍາກ ຍ້ອນຜົນກະທົບຈາກພະຍາດໂຄວິດ-19 ຊຶ່ງຈະເຮັດໃຫ້ໂຕເລກອັດຕາຄວາມທຸກຍາກແຫ່ງຊາດເພີ່ມຂຶ້ນປະມານ 5,2% ຊຶ່ງສ່ວນໃຫຍ່ຈະແມ່ນປະຊາຊົນທີ່ອາໄສຢູ່ໃນເຂດຊົນນະບົດ. ນີ້ເປັນພຽງໂຕເລກສ່ວນໜຶ່ງທີ່ມີຜົນກະທົບຕໍ່ເສດຖະກິດ ແລະ ການທ່ອງທ່ຽວພາຍໃນປະເທດເຮົາ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ແຕ່ຍັງມີຂະແໜງການອື່ນໆອີກກໍມີຜົນກະທົບເຊັນດຽວກັນ. ແຕ່ພັກ ແລະ ລັດຖະບານ ກໍໄດ້ມີວິທີການ,ມາດຕະການແກ້ໄຂຊ່ວຍເຫຼືອຜູ້ປະກອບການສ່ວນໄດ້ສ່ວນໜຶ່ງ, ອອກມາດຕະການຜ່ອນຜັນກະຕຸກຊຸກຍູ້ເຮັດໃຫ້ທຸລະກິດການທ່ອງທ່ຽວພາຍໃນປະເທດຄ່ອຍໆຟື້ນຕົວຂຶ້ນເປັນລໍາດັບ.

ຮຽບຮຽງໂດຍ: ວັນໄຊ ຕະວິນຍານ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments