Monday, September 23, 2024
Homeສຶກສາສສກ ເປີດສວນ 7 ຕຸລາ ສະຫຼອງວັນຄູແຫ່ງຊາດ ລະລຶກຄຸນງາມຄວາມດີຂອງບັນດາຄູ

ສສກ ເປີດສວນ 7 ຕຸລາ ສະຫຼອງວັນຄູແຫ່ງຊາດ ລະລຶກຄຸນງາມຄວາມດີຂອງບັນດາຄູ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີເປີດສວນ 7 ຕຸລາ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 28 ປີ ເມື່ອວັນທີ 10 ຕຸລາ ຜ່ານມາ ທີ່ກະຊວງສຶກສາທິການ ແລະ ກິລາ, ໂດຍໃຫ້ກຽດຕັດແຖບຜ້າ ແລະ ເປີດປ້າຍຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນ, ສູນ ແລະ ຄະນະຮັບຜິດຊອບວຽກງານເຂົ້າຮ່ວມ.

ໃນພິທີ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ການເປີດສວນ 7 ຕຸລາ ໃນຄັ້ງນີ້, ແມ່ນເພື່ອລະລຶກເຖິງຄຸນງາມຄວາມດີ ແລະ ຜົນງານຂອງບັນດາຄູອາຈານທີ່ໄດ້ປະກອບສ່ວນທາງດ້ານເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການພັດທະນາວຽກງານການສຶກສາ ແລະ ກິລາຂອງ ສປປ ລາວ ນັບແຕ່ອະດີດຈົນມາຮອດປະຈຸບັນ ແລະ ອະນາຄົດ. ເຖິງແມ່ນວ່າ ສວນດັ່ງກ່າວຈະມີຂະໜາດນ້ອຍ ແຕ່ກໍຖືໄດ້ວ່າເປັນສວນທີ່ມີຄວາມໝາຍສໍາຄັນ ເພື່ອສົ່ງເສີມຄວາມສາມັກຄີຮັກແພງຂອງບັນດາພະນັກງານຢູ່ໃນກະຊວງສຶກສາທິການ ແລະ ກິລາ ແລະ ທັງສ່ອງແສງເຖິງການຈັດຕັ້ງປະຕິບັດຄໍາຂວັນ 5 ຫຼັກມູນຂອງກະຊວງສຶກສາທິການ ແລະ ກິລາ ໃຫ້ມີຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ. ພັກ ແລະ ລັດຖະບານ ເວລາໃດກໍໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານການສຶກສາ ແລະ ກິລາ ໂດຍສະເພາະແມ່ນຄູ ແລະ ໄດ້ຖືເອົາຄູສອນເປັນກົກໃນການຍົກສູງຄຸນນະພາບຂອງການສຶກສາ ແລະ ກິລາ ກໍຄືການພັດທະນາຊັບພະຍາກອນມະນຸດຂອງຊາດ, ຊຶ່ງຖືໄດ້ວ່າ “ຄູແມ່ນຄົນຂອງພັກ”, “ຄູແມ່ນວິສະວະກອນແຫ່ງດວງວິນຍານ”, “ຄູແມ່ນແມ່ພິມຂອງຊາດ”, “ຄູແມ່ນພໍ່ແມ່ຜູ້ທີສອງຂອງນັກຮຽນ”, “ຄູແມ່ນຜູ້ທີ່ມີຄວາມຮູ້ ແລະ ປະສົບການ ທີ່ສາມາດຖ່າຍທອດໃຫ້ແກ່ຜູ້ອື່ນ”, “ຄູຄືຜູ້ນໍາພາການປ່ຽນແປງໃໝ່, ມີໜ້າທີ່ໜັກໜ່ວງ ແລະ ມີກຽດອັນສະຫງ່າລາສີ”.

ຕະຫຼອດໄລຍະຜ່ານມາ ດ້ວຍຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ຄູອາຈານ ແລະ ຜູ້ບໍລິຫານ ການສຶກສາທີ່ໄດ້ຜ່ານຜ່າບັນດາອຸປະສັກນານາປະການ, ອຸທິດສະຕິປັນຍາ ແລະ ເຫື່ອແຮງປະຕິບັດໜ້າທີ່ຂອງຕົນດ້ວຍຄວາມພາກພຽນ ແລະ ມານະອົດທົນ ອັນໄດ້ເຮັດໃຫ້ວຽກງານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ໄດ້ຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບ ເປັນກ້າວໆມາ. ໃນພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນຍຸກປັດຈຸບັນ ມັນຮຽກຮ້ອງໃຫ້ມີຊັບພະ ຍາກອນມະນຸດທີ່ມີຄວາມຮູ້, ຄວາມສາມາດ, ມີແບບແຜນການດຳລົງຊີວິດທີ່ປອດໃສ ຂາວສະອາດ ແລະ ມີຄຸນສົມບັດທີ່ໜັກແໜ້ນ. ເພື່ອໃຫ້ໄດ້ຄືແນວນັ້ນ, ຄູອາຈານຂອງພວກເຮົາ ຍິ່ງຈະຕ້ອງໄດ້ສືບຕໍ່ພັດທະນາຕົນເອງໃຫ້ກ້າວທັນກັບການປ່ຽນແປງຂອງວິທະຍາສາດ ແລະ ເຕັກໂນໂລຊີສະໃໝໃໝ່ ເພື່ອໝູນໃຊ້ເຂົ້າໃນການພັດທະນາວຽກງານການສຶກສາຕາມວິວັດທະນາການຂອງຍຸກ 4.0 ຂອງພວກເຮົາ.

ໂດຍ ບົວລະພາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments