Sunday, September 22, 2024
Homeຂ່າວຕ່າງປະເທດWHO ເຕືອນເອີຣົບ ອາດຈະພົບກັບການແຜ່ລະບາດໂຄວິດຮອບໃໝ່

WHO ເຕືອນເອີຣົບ ອາດຈະພົບກັບການແຜ່ລະບາດໂຄວິດຮອບໃໝ່

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 12 ຕຸລາທີ່ຜ່ານມານີ້, ອົງການອະນາໄມໂລກ (WHO) ແລະ ສູນປ້ອງກັນ ແລະ ຄວບຄຸມພະຍາດເອີຣົບໄດ້ເປີດເຜີຍວ່າ: ການຕິດເຊື້ອພະຍາດໂຄວິດ-19 ຮອບໃໝ່ອາດຈະເລີ່ມຂຶ້ນແລ້ວໃນເອີຣົບ ເນື່ອງຈາກຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນທົ່ວພາກພື້ນ.

ທ່ານ ຮັນ ຄຣູດ ຜູ້ອຳນວຍການ WHO ປະຈໍາພາກພື້ນເອີຣົບ ແລະ ທ່ານນາງ ແອນເດຣຍ ແອນມອນ ຜູ້ອຳນວຍການສູນປ້ອງກັນ ແລະ ຄວບຄຸມພະຍາດເອີຣົບ (ECDC) ໄດ້ອອກຖະແຫຼງການຮ່ວມເຖິງແມ່ນວ່າສະຖານະການບໍ່ເໝືອນເດີມກັບເມື່ອປີທີ່ຜ່ານມາ ແຕ່ເປັນທີ່ແນ່ນອນວ່າ ການລະບາດຂອງພະຍາດໂຄວິດ-19 ຍັງບໍ່ທັນຈົບ. ໂດຍອີງຕາມຂໍ້ມູນຂອງ WHO ລະບຸວ່າ ໃນຕົ້ນເດືອນຕຸລາທີ່ຜ່ານມາມີແຕ່ເອີຣົບເທົ່ານັ້ນທີ່ຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນ ໂດຍລວມແລ້ວເພີ່ມຂຶ້ນ 8% ຈາກອາທິດກ່ອນໜ້າ. ບັນດາຜູ້ຊ່ຽວຊານດ້ານສາທາລະນະສຸກໄດ້ກ່າວເຕືອນວ່າ ຄວາມອິດເມື່ອຍຈາກການສັກວັກຊິນປ້ອງກັນພະຍາດໂຄວິດ-19 ແລະ ສັບສົນເລື່ອງຂໍ້ມູນ ມີທ່າອ່ຽງເຮັດໃຫ້ຄົນໃນເອີຣົບບໍ່ອອກມາສັກວັກຊິນເຂັມກະຕຸ້ນ.

ປັດຈຸບັນ, ຍັງມີຄົນອີກຫຼາຍລ້ານຄົນທົ່ວເອີຣົບທີ່ບໍ່ໄດ້ສັກວັກຊິນປ້ອງກັນພະຍາດໂຄວິດ-19 ຊຶ່ງທັງ WHO ແລະ ECDC ຂໍໃຫ້ປະເທດເອີຣົບສັກວັກຊິນໄຂ້ຫວັດໃຫຍ່ ແລະ ພະຍາດໂຄວິດ-19 ກ່ອນທີ່ຜູ້ຕິດເຊື້ອໄຂ້ຫວັດໃຫຍ່ຕາມລະດູການຈະເພີ່ມຂຶ້ນຕາມທີ່ຄາດຄະເນໄວ້ ຊຶ່ງບຸກຄົນທີ່ຢູ່ໃນກຸ່ມສ່ຽງເຊັ່ນ ຜູ້ທີ່ມີອາຍຸເກີນ 60 ປີ, ແມ່ຍິງຖືພາ ແລະ ຜູ້ທີ່ມີພະຍາດປະຈໍາໂຕຄວນໄດ້ຮັບການສັກວັກຊິນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments