Sunday, September 22, 2024
Homeຂ່າວການເມືອງລາວ-ອາເມຣິກາ ທົບທວນການຮ່ວມມື ສ້າງສະພາບແວດລ້ອມເອື້ອອຳນວຍຕໍ່ທຸລະກິດ

ລາວ-ອາເມຣິກາ ທົບທວນການຮ່ວມມື ສ້າງສະພາບແວດລ້ອມເອື້ອອຳນວຍຕໍ່ທຸລະກິດ

ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຕ້ອນຮັບ ທ່ານ Ami Bcra ສະມາຊິກສະພາຕໍ່າ ສະຫະລັດອາເມຣິກາ ປະທານອະນຸກຳມະ ການຮັບຜິດຊອບອາຊີ, ປາຊີຟິກ, ອາຊີກາງ ແລະ ບັນຫາເກືອດຫ້າມຕ່າງໆພ້ອມຄະນະ ເຂົ້າຢ້ຽມພົບປະ ເມື່ອວັນທີ 12 ຕຸລາ ນີ້ ທີ່ກະຊວງ ອຄ, ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-13 ຕຸລາ 2022 ນີ້ ໂດຍສະເພາະມາຕິດຕາມໂຄງການຊ່ວຍເຫຼືອຂອງລັດຖະບານ ສະຫະລັດອາເມລິກາ.

ໃນໂອກາດດັ່ງກ່າວ ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວ ສະແດງຄວາມຕ້ອນຮັບຊົມເຊີຍຕໍ່ ທ່ານ Ami Bcra ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ຊຶ່ງການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມື ແລະ ຊ່ວຍເຫຼືອຊຶ່ງ ແລະ ກັນ ລະຫວ່າງລາວ-ອາເມຣິກາທີ່ມີມາແລ້ວນັ້ນໃຫ້ນັບມື້ມີບາດກ້າວດີຂຶ້ນເລື້ອຍໆ

ໃນນັ້ນຍັງໄດ້ທົບທວນການຮ່ວມມື ໂດຍສະເພາະໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ (USAID Laos Business Environment – LBE) ພາຍໃຕ້ການສະໜັບສະໜູນຂອງອົງການພັດທະນາສາກົນສະຫະລັດອາເມຣິກາ (USAID) ມີເປົ້າໝາຍເພື່ອປັບປຸງຄວາມສາມາດໃນການແຂ່ງຂັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ໃນ ສປປ ລາວ ໃຫ້ສາມາດປະກອບສ່ວນເປັນຢ່າງດີເຂົ້າໃນການຂະຫຍາຍຕົວທາງດ້ານເສດຖະກິດຂອງປະເທດ. ໂຄງການມີແຜນການຈັດຕັ້ງປະຕິບັດເປັນເວລາ 5 ປີ, ຕັ້ງແຕ່ປີ 2019 – 2024 ໂດຍ ບໍລິສັດ International Business Initiatives (IBI) ປະກອບມີ 3 ອົງປະກອບຄື: ອົງປະກອບທີ 1: ປັບປຸງຄວາມສາມາດໃນການແຂ່ງຂັນທຸລະກິດຂະໜາດນ້ອຍ ແລະ ກາງ ໃຫ້ດີຂຶ້ນ, ອົງປະກອບທີ 2: ປັບປຸງການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃຫ້ຫຼາຍຂຶ້ນ, ອົງປະກອບທີ 3: ການອຳນວຍຄວາມສະດວກຕໍ່ລະບົບເສດຖະກິດຕະຫຼາດ ໃນນັ້ນບັນດາກົມທີ່ຮ່ວມຈັດຕັ້ງປະຕິບັດກິດຈະກຳກັບໂຄງການມີ: ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ປະສານງານຫຼັກສຳລັບອົງປະກອບທີ 1), ກົມແຜນການ ແລະ ການຮ່ວມມື (ປະສານງານຫຼັກສຳລັບອົງປະກອບທີ 2), ກົມນະໂຍບາຍການຄ້າຕ່າງປະເທດ (ປະສານງານຫຼັກສຳລັບອົງປະກອບທີ 3) ນອກນີ້ຍັງມີກົມການນຳເຂົ້າ ແລະ ສົ່ງອອກ, ກົມສົ່ງເສີມການຄ້າ, ກົມການຄ້າພາຍໃນ, ກົມອຸດສາຫະກຳ ແລະ ຫັດຖະກຳ, ກົມຊັບສິນທາງປັນຍາ ແລະ ຫ້ອງການກະຊວງ.

(ຂ່າວ-ພາບ: ສຳນານ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments