Tuesday, September 24, 2024

ສື່ມວນຊົນລາວ-ໄທ ພົບປະແລກປ່ຽນຂໍ້ມູນຂ່າວສານ

ຂປລ. ໃນວັນທີ 11 ຕຸລາ 2022 ນີ້, ຄະນະສື່ມວນຊົນລາວ-ໄທ ພົບປະແລກປ່ຽນຂໍ້ມູນຂ່າວສານ ເຊິ່ງກັນ ແລະ ກັນ ຢູ່ນະຄອນຫລວງວຽງຈັນ ເພື່ອຮັດແໜ້ນການພົວພັນຮ່ວມມື ວຽກງານດ້ານສື່ມວນຊົນ ລະຫວ່າງສອງປະເທດ ລາວ-ໄທ ໃຫ້ໄດ້ຮັບການພັດ ທະນາ ເຊິ່ງຝ່າຍລາວນຳໂດຍ ທ່ານ ອຳຄາ ວົງໝື່ນກ້າ ຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວ, ທ່ານ ຄຳເຜີຍ ພິລາພາ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ, ທ່ານ ສັງຂານ ຈູມຄໍາພັນ ຮອງຜູ້ອຳນວຍການສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ຝ່າຍໄທນຳໂດຍ ທ່ານ ພົນໂທ ສັນເສີນ ແກ້ວກຳເນີດ ອະທິບໍດີກົມປະຊາສຳພັນ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ.

ການພົບປະໃນຄັ້ງນີ້, ຄະນະສື່ມວນຊົນຂອງລາວ ແລະ ໄທ ກໍໄດ້ພັດປ່ຽນກັນລາຍງານໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ການເຄື່ອນໄຫວຂອງສື່ມວນຊົນຂອງແຕ່ລະປະເທດໃຫ້ກັນຊາບພ້ອມນັ້ນ, ທັງສອງຝ່າຍກໍໄດ້ປຶກສາຫາລື ເພື່ອຊອກຫາແນວ ທາງແລກປ່ຽນຂໍ້ມູນຂ່າວສານຕ່າງໆ ໃນຕໍ່ໜ້າ ໂດຍສະເພາະ ການຜະລິດລາຍການທີ່ນຳສະເໜີກ່ຽວກັບ ວິທີຊີວິດຂອງພໍ່-ແມ່ປະຊາຊົນ, ວັດທະນະທຳ, ທ່ອງທ່ຽວລວມໄປເຖິງການຄ້າ ແລະ ການລົງທຶນ ໂດຍຜ່ານໂທລະພາບ, ວິທະຍຸ ແລະ ສື່ສິ່ງພິມຕ່າງໆຂອງທັງສອງ ປະເທດ ແນໃສ່ເຮັດໃຫ້ປະຊາຊົນຂອງສອງປະເທດ ມີຄວາມເຂົ້າອົກເຂົ້າໃຈກັນຫລາຍຂຶ້ນ.

ການພົບປະກັນໃນຄັ້ງນີ້, ເປັນການປະກອບສ່ວນເຂົ້າໃນການຮັດແໜ້ນ ການພົວພັນຮ່ວມມື ລະຫວ່າງຂະແໜງສື່ມວນຊົນຂອງ ສປປ ລາວ ແລະ ຣາຊະອານາໄທ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ, ແລກປ່ຽນຂໍ້ມູນຂ່າວ ສານໃນດ້ານຕ່າງໆ ເຊິ່ງກັນ ແລະ ກັນຕະຫລອດໄປ ໃນອະນາຄົດ ແລະ ຍາວນານ ທັງເປັນການຮັດແໜ້ນ ການພົວພັນຮ່ວມມືລະຫວ່າງປະຊາຊົນຂອງປະເທດ ລາວ-ໄທ, ໄທ-ລາວ ຖານບ້ານໃກ້ເຮືອນຄຽງ ໃຫ້ແໜ້ນແຟ້ນຂຶ້ນໄປເລື້ອຍໆ.

ຂ່າວ: ກິດຕາ

ພາບ: ຂັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments