Tuesday, September 24, 2024
Homeຂ່າວການເມືອງທ່ານ ສະເຫຼີມໄຊ ກົມມະສິດ ຢ້ຽມຢາມ ອົສຕຣາລີ ຢ່າງເປັນທາງການ

ທ່ານ ສະເຫຼີມໄຊ ກົມມະສິດ ຢ້ຽມຢາມ ອົສຕຣາລີ ຢ່າງເປັນທາງການ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ນາງ ເພັນນີ ວອງ (Penny WONG) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົສຕຣາລີ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນ ໄດ້ເດີນທາງໄປຢ້ຽມຢາມ ອົສຕຣາລີ ຢ່າງເປັນທາງການ ໃນວັນທີ 9-11 ຕຸລາ 2022, ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ສປປ ລາວ ແລະ ອົສຕຣາລີ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ ຊຶ່ງການເດີນທາງຢ້ຽມຢາມຄັ້ງນີ້ ເປັນໜຶ່ງໃນກິດຈະກຳ ເພື່ອສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ອົສຕຣາລີ ຄົບຮອບ 70 ປີ ໃນປີ 2022.

ພິທີພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ນາງ ເພັນນີ ວອງ ໄດ້ມີຂຶ້ນໃນຕອນແລງຂອງວັນທີ 10 ຕຸລາ 2022 ທີ່ ສະພາແຫ່ງຊາດອົສຕຣາລີ. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ-ອົສຕຣາລີ ຕະຫຼອດໄລຍະຜ່ານມາ, ພາຍຫຼັງທີ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມັງກອນ 1952 ເປັນຕົ້ນມາ, ລາວ-ອົສຕຣາລີ ສາມາດຮັກສາໄດ້ການພົວພັນ ແລະ ການຮ່ວມມືທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ສະແດງອອກໃນການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງການນຳໃນທຸກລະດັບ ຢ່າງເປັນປະຈຳ. ອັນພົ້ນເດັ່ນ ແມ່ນລັດຖະບານອົສຕຣາລີ ໄດ້ປະກາດໃຫ້ການຊ່ວຍເຫຼືອໃນໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທຳອິດ ແລະ ໄດ້ເປີດນຳໃຊ້ໃນ ເດືອນເມສາ ປີ 1994 ເປັນຕົ້ນມາ ຊຶ່ງໂຄງການດັ່ງກ່າວ ໄດ້ກາຍເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ລາວ-ອົສຕຣາລີ ມາເຖິງທຸກມື້ນີ້. ປັດຈຸບັນ ລັດຖະບານອົສຕຣາລີ ໄດ້ສືບຕໍ່ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ໃຫ້ແກ່ ສປປ ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງຈັດເປັນອັນດັບ 3 ຂອງການຊ່ວຍເຫຼືອ ODA ຢູ່ ສປປ ລາວ, ໂດຍໄດ້ສຸມໃສ່ຫຼາຍຂະແໜງການ ເປັນຕົ້ນ ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ການພັດທະນາພື້ນຖານໂຄງລ່າງ, ການພັດທະນາຊົນນະບົດ, ສາທາລະນະສຸກ, ການຈັດການໄພພິບັດທາງທຳມະຊາດ, ວຽກງານປ້ອງກັນຄວາມສະຫງົບ, ການຕ້ານການຄ້າມະນຸດ ແລະ ການເກັບກູ້ລະເບີດບໍ່ທັນແຕກ, ນອກນີ້ ລັດຖະບານ ອົສະຕຣາລີ ຍັງໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອໃນຂອບການຮ່ວມມື ອາຊຽນ, ການຮ່ວມມືແມ່ນ້ຳຂອງ-ອົສຕຣາລີ ແລະ ອື່ນໆ ຊຶ່ງໄດ້ປະກອບສ່ວນສຳຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕະຫຼອດໄລຍະຜ່ານມາ ກໍຄືເປົ້າໝາຍການຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາໃນອະນາຄົດ.

ພ້ອມນີ້, ສອງຝ່າຍ ໄດ້ປຶກສາຫາລືໃນການຍົກລະດັບການພົວພັນຮ່ວມມືສອງຝ່າຍ ເປັນ “ຄູ່ຮ່ວມມືຮອບດ້ານ” (Comprehensive Partnership) ເພື່ອສົ່ງເສີມການຮ່ວມມືສອງປະເທດ ໃຫ້ຫຼາຍຂຶ້ນ, ເຫັນດີສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃຫ້ຫຼາຍຂຶ້ນ ໂດຍສະເພາະຊຸກຍູ້ການຮ່ວມມືືກັນ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງ ສປປ ລາວ ແລະ ສະພາການຄ້າ ອົສຕຣາລີ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການລົງທຶນຂອງສອງຝ່າຍ ໃຫ້ຫຼາຍຂຶ້ນ ໂດຍສະເພາະ ໃນຂະແໜງການບໍ່ແຮ່, ກະສິກຳ, ການສຶກສາ, ການທະນາຄານ, ພະລັງງານ ແລະ ອື່ນໆ ທີ່ມີຄວາມສົນໃຈຮ່ວມກັນ. ສອງຝ່າຍ ເຫັນດີສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນຂອບສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນຕ່າງໆ; ສປປ ລາວ ໃນຖານະເປັນປະເທດປະສານງານແຫ່ງການພົວພັນ ອາຊຽນ-ອົສຕຣາລີ ປະຈຳສົກປີ 2021-2024, ຈະຮ່ວມມືກັນຢ່າງໃກ້ຊິດເພື່ອຊຸກຍູ້ສົ່ງເສີມການພົວພັນຮ່ວມມື ອາຊຽນ-ອົສຕຣາລີ ໃຫ້ມີບາດກ້າວລະດັບສູງຍິ່ງໆຂຶ້ນ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງ ລັດຖະບານ ແລະ ປະຊາຊົນ ອົສຕຣາລີ ໃຫ້ແກ່ ສປປ ລາວ ຕະຫຼອດໄລຍະຜ່ານ ມາ, ໂດຍສະເພາະການຊ່ວຍເຫຼືອ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງທັນການ ໃນໄລຍະເວລາທີ່ມີການແຜ່ລະບາດຢ່າງໜັກຢູ່ລາວ ຊຶ່ງໄດ້ຊ່ວຍເຮັດໃຫ້ການຄວບຄຸມການລະບາດຂອງພະຍາດດັ່ງກ່າວຢູ່ ສປປ ລາວ ໄດ້ດີຂຶ້ນ. ໃນຂະນະດຽວກັນ, ທ່ານ ນາງ ເພັນນີ ວອງ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ອົສຕຣາລີ ໃນເວທີພາກພື້ນ ແລະ ສາກົນ ໃນໄລຍະຜ່ານມາ, ສະແດງຄວາມຍິນດີຈະສືບຕໍ່ໃຫ້ການຮ່ວມມື, ຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ເພື່ອເຮັດໃຫ້ບັນດາຂໍ້ຕົກລົງຕ່າງໆ ປະກົດຜົນເປັນຈິງ, ທັງນີ້ ກໍເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ ອົສຕຣາລີ-ລາວ.

ໃນໂອກາດດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ນາງ ເພັນນີ ວອງ ກໍໄດ້ຮ່ວມກັນປູກຕົ້ນໄມ້ມິດຕະພາບ ລາວ-ອົສຕຣາລີ ເພື່ອລະນຶກເຖິງວັນທີ່ມີຄວາມໝາຍສຳຄັນທາງປະຫວັດສາດ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ອົສຕຣາລີ ທີ່ສວນພຶກສາສາດ.

ໃນວັນດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມຄະນະ ຍັງໄດ້ພົບປະກັບ ທ່ານ ແພັດ ຄອນຣອຍ (Pat Conroy MP) ລັດຖະມົນຕີ ເພື່ອການພັດທະນາສາກົນ ແລະ ປາຊີຟິກ ແລະ ພົບປະກັບ ທ່ານ ຣິຊາດ ມາຣີຊ (Richard Maries MP) ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ອົສຕຣາລີ ຊຶ່ງ ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບ ການເສີມຂະຫຍາຍຮ່ວມມືໃນຂະແໜງການດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນໃນອະນາຄົດ. ນອກຈາກນີ້, ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ເປັນປະທານພິທີປາຖະກະຖາ ຫົວຂໍ້: ການພົວພັນ ລາວ-ອົສຕຣາລີ ຄົບຮອບ 70 ປີ ທີ່ ມະຫາວິທະຍາໄລແຫ່ງຊາດ ອົສຕຣາລີ.

ໃນໂອກາດຢ້ຽມຢາມ ອົສຕຣາລີ ຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ເຂົ້າຮ່ວມພິທີເປີດນໍາໃຊ້ສໍານັກງານ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ອົສຕຣາລີ ຫຼັງໃໝ່ ໃນຖານະແຂກກິດຕິມະສັກ; ພ້ອມທັງ ໄດ້ໃຫ້ກຽດໂອ້ລົມຕໍ່ບັນດາພະນັກງານສະຖານທູດ ແລະ ໂອ້ລົມຄົນເຊື້ອຊາດລາວ.

ຂ່າວ-ພາບ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments