Tuesday, September 24, 2024
Homeສາລະໜ້າຮູ້ຊ່ຽວຊານຄົ້ນຄວ້າຊະນິດຂອງຫອຍ ໃນປະເທດລາວ ຊີ້ແຈງຕໍ່ກໍລະນີ ຫອຍຊະນິດທີ່ກໍາລັງເປັນຂ່າວໃນສື່ສັງຄົມອອນລາຍ ສາມາດສ້າງ "ມຸກເມໂລ" ໄດ້ແທ້ ຫລື ບໍ່!?

ຊ່ຽວຊານຄົ້ນຄວ້າຊະນິດຂອງຫອຍ ໃນປະເທດລາວ ຊີ້ແຈງຕໍ່ກໍລະນີ ຫອຍຊະນິດທີ່ກໍາລັງເປັນຂ່າວໃນສື່ສັງຄົມອອນລາຍ ສາມາດສ້າງ “ມຸກເມໂລ” ໄດ້ແທ້ ຫລື ບໍ່!?

ເປັນປະເດັນທີ່ສື່ສັງຄົມອອນລາຍ ໄດ້ແບ່ງປັນ ແລະ ສະແດງຄວາມຄິດເຫັນຢ່າງຫລວງຫລາຍ ຕໍ່ກໍລະນີ ທີ່ບຸກຄົນ ຫລື ເພຈສື່ຈໍານວນໜຶ່ງ ອ້າງວ່າ: “ພົບ ມຸກເມໂລ ລາຄາຫລາຍຮ້ອຍລ້ານ ໃນວັນທີ 5/10/2022 ເວລາປະມານ 10.00 ໂມງ ຢູ່ບ້ານແສງສະຫວ່າງ ເຂດສະໜາມມ້າ ເມືອງໄຊເສດຖານະຄອນຫລວງວຽງຈັນ. ໂດຍເນື້ອໃນ ໄວ້ອ້າງວ່າ: ມຸກນີ້ ພົບຈາກຫອຍລາຍ ຂຶ້ນມາໄຂ່ໃສ່ເຕົ້າດອກໄມ້ ເມື່ອກວດເບິ່ງ ຈາກອິນເຕີເນັດ ພົບວ່າ ເປັນມຸກ ເມໂລ ແລະ ຖືເປັນຄັ້ງທໍາອິດ ໃນ ສປປ ລາວ ຈາກຂ່າວປະເທດເພື່ອນບ້ານ ຖ້າເປັນຈິງ ແມ່ນມີລາຄາສູງທີ່ສຸດ ….”

ທີມງານສຳນັກຂ່າວສານປະເທດລາວ ໄດ້ຕິດຕໍ່ໄປເຖິງພາກສ່ວນກ່ຽວຂ້ອງຄື ທ່ານ ດຣ. ຄຳຫລ້າ ອິນຄະວິໄລ ອາຈານຄະນະວິທະຍາສາດທຳມະຊາດ ຜູ້ຄົ້ນຄວ້າວິໄຈກ່ຽວກັບ ຊະນິດຫອຍຕ່າງໆ ໃນປະເທດລາວ ໄດ້ອະທິບາຍວ່າ: “ໄດ້ເຫັນຂ່າວ ທາງສື່ສັງຄົມອອນລາຍເຊັ່ນກັນ, ຄວາມຈິງແລ້ວ ຫອຍຊະນິດນີ້ ມີຊື່ວິທະຍາສາດ ຄື: African Snail ຫລື Achatina fulica ຈັດເປັນຫອຍ ປະເພດບຸກລຸກ ບໍ່ແມ່ນຫອຍປະຈຳທ້ອງຖິ່ນຂອງລາວ ມີຕົ້ນກໍາເນີດມາຈາກທະວີບອາຟຣິກກາ, ເປັນຫອຍທາງບົກ ບໍ່ມີຝາອັດ ຈັດຢູ່ໃນປະເພດ ຫອຍສັດຕູພືດ. ຖືກນຳເຂົ້າມາແພ່ຢູ່ໃນປະເທດລາວ, ໄທ, ຫວຽດນາມ ແລະ ປະເທດອື່ນໆ ຕັ້ງແຕ່ສະໄໝສົງຄາມໂລກຄັ້ງທີ 2 ເຊິ່ງໃນປັດຈຸບັນ ມີຢູ່ເກືອບທົ່ວໂລກ.

ໄຂ່ຂອງຫອຍປະເພດນີ້ ກໍເປັນສີເຫລືອງ ແຕ່ບໍ່ສາມາດສ້າງເປັນມຸກໄດ້ ສ່ວນຫລາຍຈະໃຊ້ເປັນທາງເສດຖະກິດດ້ານອື່ນ ເຊັ່ນ: ອາຫານ, ນຳໃຊ້ເມືອກຂອງມັນ ຜະລິດເປັນເຄື່ອງສຳອາງຄວາມງາມ cosmetic.

ສ່ວນພາບຂອງມຸກ ຕາມທີ່ຢູ່ສື່ສັງຄົມອອນລາຍນັ້ນ ບໍ່ຮູ້ວ່າ ເອົາມາຈາກໃສ? ແຕ່ປັດຈຸບັນ ຍັງບໍ່ທັນມີການວິໄຈທີ່ພົບວ່າ ຫອຍຊະນິດນີ້ ສາມາດສ້າງມຸກໄດ້. ຍົກເວັ້ນ ຫອຍບາງປະເພດໃນນ້ຳຈືດເທົ່ານັ້ນ ທີ່ພວກເຮົາສາມາດລ້ຽງມຸກ ຫລື ຝັງມຸກເຂົ້າໄປໃນໂຕຂອງມັນ. ທັງນີ້ທັງນັ້ນ ພວກເຮົາກໍຕ້ອງ ຄົ້ນຄວ້າຄືນວ່າ ຮູບພາບນີ້ ຫລື ເຫດການນີ້ ມາຈາກໃສ!?”

#ຂປລ

#ມຸູກເມໂລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments