Tuesday, September 24, 2024
Homeບຸນປະເພນີເປີດຕະຫລາດນັດ ສືບສານຕຳນານບຸນອອກພັນສາ ໄຫລເຮືອໄຟປະຈຳປີ 2022

ເປີດຕະຫລາດນັດ ສືບສານຕຳນານບຸນອອກພັນສາ ໄຫລເຮືອໄຟປະຈຳປີ 2022

ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ນະຄອນ ຫລວງວຽງຈັນ ຮ່ວມກັບ ສູນການຄ້າວຽງຈັນເຊັນເຕີ ເປີດຕະຫລາດນັດ ສືບສານຕຳນານບຸນອອກພັນສາ ໄຫລເຮືອໄຟ ປະຈຳປີ 2022 ໃນລະຫວ່າງວັນທີ 6-10 ຕຸລາ 2022 ນີ້, ຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ, ໃຫ້ກຽດເຂົ້າຮ່ວມເປີດງານດັ່ງກ່າວ, ມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມພິທີເປີດງານດັ່ງກ່າວ.

ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ວ່າ: ການຈັດງານໃນຄັ້ງນີ້, ເປັນການອະນຸລັກ ຮັກສາວິຖີດຳລົງຊີວິດ ຂອງປະຊາຊົນລາວ ຕັ້ງແຕ່ບູຮານນະການ ໃຫ້ຄົນຮຸ່ນຫລັງໄດ້ສືບສານ, ຮຽນຮູ້ ແລະ ສ້າງຄວາມສຳນຶກ, ພາກພູມໃຈໃນຄວາມເປັນລາວ ຕິດພັນກັບງານບຸນປະເພ, ວັດທະນະທຳອັນດີງາມຂອງຊາດເຮົາ ທີ່ໄດ້ຍຶດຖືປະຕິບັດຢ່າງເປັນປົກກະຕິໃນແຕ່ລະປີ, ອີກດ້ານໜຶ່ງກໍ່ເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ ໃຫ້ມີຫລາກຫລາຍກິດຈະກຳ, ສ້າງບັນຍາກາດດ້ານການທ່ອງທ່ຽວ ໃຫ້ກັບຄືນສູ່ສະພາບໃໝ່ທີ່ດີຂຶ້ນພາຍຫລັງທີ່ລັດຖະບານໄດ້ມີນະໂຍບາຍ ເປີດຕ້ອນຮັບນັກທ່ອງທ່ຽວ ໃນຕົ້ນປີ 2022 ແລະ ເປີດປະເທດຢ່າງເຕັມຮູບແບບ ນັບແຕ່ເດືອນ ພຶດສະພາ 2022 ເປັນຕົ້ນມາ.

ໂອກາດດຽວກັນ, ທ່ານນາງ ອໍລະໄທ ສັນຕິຄົງຄາ ຮອງປະທານສະພາບໍລິຫານ ບໍລິສັດ ສູນພັດທະນາເສດຖະກິດຄົບວົງຈອນ ໜອງຈັນ ຕອນເໜືອ ຈຳກັດ ກໍໄດ້ໃຫ້ຮູ້ວ່າ: ການຈັດງານໃນຄັ້ງນີ້, ນອກຈາກເປັນການອະນຸລັກ ຮັກສາວິຖີດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ທີ່ມີມາແຕ່ບູຮານນະການ ຕິດພັນກັບການສົ່ງເສີມວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງລາວເຮົາ ໃຫ້ຄົງຢູ່ຕະຫລອດໄປ, ຍັງເປັນການ ດຶງດູດໃຫ້ປະຊາຊົນຊາວນະຄອນຫລວງວຽງຈັນ ກໍຄື ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ມີການໄປມາຫາສູ່, ຈັບຈ່າຍໃຊ້ສອຍ ແລະ ທ່ອງທ່ຽວ ເພື່ອຟື້ນຟູເສດຖະກິດ, ການທ່ອງທ່ຽວໃຫ້ກັບຄືນສູ່ບັນຍາກາດທີ່ດີຂຶ້ນ ພາຍຫລັງປະສົບກັບວິກິດການລະບາດຂອງພະຍາດ ໂຄວິດ-19 ໃນໄລຍະຜ່ານມາ.

ຂ່າວ: ທະນູທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments