ຂ່າວສານຊີອາໄອລາຍງານ ເມື່ອບໍ່ດົນມານີ້, ອົງການຮ່ວມມືເສດຖະກິດ ແລະ ການພັດທະນາ(OECD) ລາຍງານວ່າ: ອັດຕາເງິນເຟີ້ທີ່ຊັ່ງຊາດ້ວຍດັດຊະນີລາຄາຜູ້ບໍລິໂພກ (CPI) ຂອງພາກພື້ນອົງການ OECD ໄດ້ຮັກສາຄວາມໝັ້ນທ່ຽງໃນຂັ້ນພື້ນຖານໃນເດືອນສິງຫາທີ່ຜ່ານມາ ໂດຍບັນລຸເຖິງ 10,3% ສ່ວນໃນເດືອນກໍລະກົດແມ່ນ 10,2% ແລະ ໃນເດືອນມິຖຸນາແມ່ນ 10,3%.

ໃນລະຫວ່າງເດືອນກໍລະກົດ ຫາ ເດືອນສິງຫາປີນີ້, ໃນ 38 ປະເທດສະມາຊິກຂອງອົງການ OECDອັດຕາເງິນເຟີ້ໂດຍລວມຂອງ 16 ປະເທດສະມາຊິກເລີ່ມຫຼຸດຕ່ຳລົງ, ຕົ້ນຕໍແມ່ນຍ້ອນວ່າລາຄາພະລັງງານເພີ່ມຂຶ້ນຊ້າລົງ ແຕ່ລະດັບເງິນເຟີ້ຂອງ 15 ປະເທດສະມາຊິກຍັງຄົງຢູ່ໃນລະດັບສູງໃນເດືອນສິງຫາ. ໃນນັ້ນ, ໄພເງິນເຟີ້ຂອງແອສໂຕນີ, ລັດວີ, ລີຕົວນີ ແລະ ຕຸລາເຄຍ ແມ່ນຮ້າຍແຮງທີ່ສຸດ.

ອົງການ OECD ສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງປາຣີ ສ້າງຕັ້ງຂຶ້ນໃນປີ 1961, ປັດຈຸບັນມີ 38 ປະເທດສະມາຊິກ ຊຶ່ງລວມທັງອາເມຣິກາ, ອັງກິດ, ເຢຍລະມັນ, ຝຣັ່ງ, ຍີ່ປຸ່ນ, ສ ເກົາຫຼີ ແລະ ປະເທດອື່ນໆ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

LEAVE A REPLY

Please enter your comment!
Please enter your name here