ຕາມ​ຂ່າວ​ຈາກ VOVWORLD, ສະມາຄົມປະຊາຊາດ ອາຊີຕາເວັນອອກສຽງໃຕ້ (ອາຊຽນ) ພວມສ້າງ ຍຸດທະສາດ ພັດທະນາເສດຖະກິດ-ສັງຄົມ ຫລັງຈາກໂຄວິດ -19 ເພື່ອຮັບມືກັບໄພນາບຂູ່ຈາກພາຍນອກ, ເຊັ່ນ: ພະຍາດລະບາດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ບັນຫາພູມສາດການເມືອງ, ໃນນັ້ນ ຂົງເຂດສິ່ງແວດລ້ອມ ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ສວມບົດບາດສຳຄັນໃນການພັດທະນາເສດຖະກິດໃນພາກພື້ນ. ພາຍຫລັງ ຈັດກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ກ່ຽວກັບສິ່ງແວດລ້ອມ ຄັ້ງທີ 33 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນວັນທີ 5 ຕຸລາ, ຢູ່ແຂວງ ຊຽມຣຽບ ຂອງກຳປູເຈຍ.

ໃນ​ໂອກາດ​ນີ້ ທ່ານ Tin Ponlok, ລັດຖະມົນຕີ ກະຊວງສິ່ງແວດລ້ອມ ກຳປູເຈຍ, ໃຫ້ຮູ້ວ່າ: ດ້ວຍຖານະເປັນປະທານ ອາຊຽນ 2022, ກຳປູເຈຍ ແລະ ບັນດາປະເທດອາຊຽນ ພວມເພີ່ມທະວີ ການຮ່ວມມືແນໃສ່ແກ້ໄຂບັນຫາສິ່ງແວດລ້ອມໃນພາກພື້ນ ແລະ ທົ່ວໂລກ ດ້ວຍຫົວຂໍ້: “ອາຊຽນ ພ້ອມກັນແກ້ໄຂສິ່ງທ້າທາຍ”. ລັດຖະບານ ຂອງບັນດາປະເທດສະມາຊິກອາຊຽນພວມມຸ້ງໄປເຖິງເປົ້າໝາຍປົກປັກຮັກສາສິ່ງແວດລ້ອມ, ພັດທະນາເສດຖະກິດສີຂຽວ, ກໍ່ສ້າງຕົວເມືອງອັດສະລິຍະ, ພັດທະນາພື້ນຖານໂຄງລ່າງໃຫ້ຢືນຍົງ. ໃນໄລຍະທີ່ຈະມາເຖິງ, ວຽກງານສິ່ງແວດລ້ອມ ຈະສຸມໃສ່ 7 ຍຸດທະສາດຫລັກ: ການສຶກສາສິ່ງແວດລ້ອມ, ການຄຸ້ມຄອງສິ່ງແວດລ້ອມເຂດແຄມທະເລ, ຕົວເມືອງຖາວອນ, ການຄຸ້ມຄອງສານເຄມີ ແລະ ຊັບພະຍາກອນນ້ຳ, ການປ່ຽນແປງ ດິນຟ້າອາກາດ, ການອະນຸລັກຊັບພະຍາກອນທຳມະຊາດ ແລະ ຊີວະນາໆພັນ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

LEAVE A REPLY

Please enter your comment!
Please enter your name here