Monday, September 23, 2024
Homeຂ່າວພາຍໃນທ່ານຮອງນາຍົກລັດຖະມົົນຕີ ພົບປະໂອ້ລົມການນຳຫຼັກແຫຼ່ງແຂວງ ໄຊສົມບູນ

ທ່ານຮອງນາຍົກລັດຖະມົົນຕີ ພົບປະໂອ້ລົມການນຳຫຼັກແຫຼ່ງແຂວງ ໄຊສົມບູນ

ໃນລະຫວ່າງວັນທີ 05-06 ຕຸລາ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ພ້ອມດ້ວຍຄະນະ ໄດ້ເຄື່ອນ ໄຫວເຮັດວຽກ ແລະ ພົບປະໂອ້ລົມ ກັບການນຳແຂວງໄຊສົມບູນ ໂດຍການຕ້ອນຮັບ ແລະ ນຳພາຄະນະພັກ-ຄະນະນໍາຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ຂອງທ່ານ ພອຍຄໍາ ຮຸ່ງບຸນຍ່ວງ ເຈົ້າແຂວງໆໄຊສົມບູນ.

ທ່ານເຈົົ້າແຂວງໆໄຊສົມບູນ ໄດ້ລາຍງານໃຫ້ ຕໍ່ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຊາບກ່ຽວກັບ ສະ ພາບພົ້ນເດັ່ນໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ຕິດພັນກັບການຈັດຕັ້ງປະຕິ ບັດດໍາລັດ 414/ລບ ຢ່າງຕັ້ງໜ້າ ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເຂົ້າສູ່ວຽກງານຕົວຈິງ ເຮັດໃຫ້ທົ່ວສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບ ປະກັນໄດ້ຄວາມສະຫງົບປອດໄພໂດຍພື້ນຖານ ອັນໄດ້ສ້າງສະພາບແວດລ້ອມອັນດີ ແລະ ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການສ້າງສາພັດທະນາແຂວງ ເຊິ່ງຕະຫຼອດໄລຍະ 9 ເດືອນທ່ີຜ່ານມາ ອັນພົ້ນເດັ່ນແມ່ນ ເສດຖະກິດຂອງແຂວງ ສືບຕໍ່ມີບາດກ້າວຂະຫຍາຍຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ຕາມທິດຫັນເປັນອຸດສາຫະກໍາ- ທັນ ສະໄໝ ຢູ່ໃນລະດັບ 7%, ໃນນີ້ ສາ ມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 423,39 ຕື້ກີບ, ເທົ່າກັບ 75,87% ຂອງແຜນປີ, ລາຍຈ່າຍປະຕິບັດໄດ້ 224,60 ຕື້ກີບ, ເທົ່າກັບ 62,15% ຂອງແຜນປີ; ໄດ້ເອົາໃຈໃສ່ໃນວຽກງານສົ່ງເສີມການລົງທຶນຕາມ 5 ທ່າແຮງ, ການບໍລິການເຊື່ອມໂຍງ-ເຊື່ອມຈອດ ແລະ ການຄຸ້ມຄອງວຽກງານງົບປະມານ-ການເງິນ ແລະ ກອງທຶນພັດທະນາແຂວງ ເພື່ອໃຫ້ມີປະສິດທິຜົນ ແລະ ເປັນຮູບປະທໍາດີຂື້ນເປັນກ້າວໆ; ການລົງທຶນພາຍໃນ ແລະ ຕ່າງປະເທດ ທຽບໃສ່ປີ 2020 ເພີ່ມຂຶ້ນ 244,39%, ມູນຄ່າການລົງທຶນ 463,09 ຕື້ກີບ.

ມາຮອດປະຈຸບັນ ໄດ້ອະນຸມັດໂຄງການລົງທຶນທັງໝົດ 99 ໂຄງການ ຂັ້ນສູນກາງອະນຸຍາດ 34 ໂຄງການ; ຂັ້ນແຂວງ ອະນຸຍາດ 65 ໂຄງ ການ, ສະເພາະຂັ້ນແຂວງ ຂົງເຂດກະສິກໍາ ມີ 9 ໂຄງ ການ, ດ້ານບໍລິການ ແລະ ທ່ອງທ່ຽວ 7 ໂຄງການ, ດ້ານພະລັງງານໄຟຟ້າ 13 ໂຄງ ການ, ດ້ານບໍ່ແຮ່ 36 ໂຄງການ. ນອກຈາກນັ້ນ ການຜະລິດເປັນສິນຄ້າຂອງປະຊາ ຊົນ ຕົ້ນຕໍແມ່ນການປູກຝັງ-ລ້ຽງສັດ ໄດ້ຮັບການຊຸກຍູ້ສົ່ງເສີມ ເປັນຂະບວນກວ້າງ ຂວາງ ໂດຍສະເພາະແມ່ນ ການປູກຢາງພາລາ, ປູກພືດຜັກອິນຊີ, ໝາກນັດ, ມັນສະຄູ, ມັນຕົ້ນ, ສາລີ, ລ້ຽງງົວ, ໝູ ແລະ ອື່ນໆ; ໄດ້ສໍາເລັດການປະກາດຈົບຊັ້ນມໍຕົ້ນບໍາລຸງທົ່ວແຂວງ ໃນເດືອນມັງກອນ ປີ 2022; ໄດ້ຂະຫຍາຍຕາໜ່າງສາທາລະນະສຸກລົງສູ່ບ້ານ, ກຸ່ມບ້ານຢ່າງກວ້າງຂວາງ ແລະ ມີຄຸນນະພາບດີຂຶ້ນເປັນກ້າວໆ, ປະຊາຊົນໄດ້ເຂົ້າເຖິງການບໍລິການດ້ານສາທາລະນະສຸກຢ່າງທົ່ວເຖິງ; ສຸມໃສ່ວຽກງານພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ມີການປັບປຸງດີຂື້ນເທື່ອລະກ້າວ;

ສຳລັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໄດ້ສຸມໃສ່ມາດຕະການຊຸກຍູ້ການຈັດເກັບລາຍຮັບເຂົ້າງົບປະມານ ດ້ວຍການກວດກາ, ຊອກຄົ້ນທຸກແຫຼ່ງລາຍຮັບທີ່ມີ, ການຄົ້ນຄວ້າສ້າງຖານລາຍຮັບໃໝ່ທີ່ຍືນຍົງ ເພີ່ມທະວີມາດຕະການອັດຊ່ອງຫວ່າງການຮົ່ວໄຫຼຂອງງົບປະມານ ໂດຍສະເພາະໄດ້ເພີ່ມປະສິດທິພາບການຈັດເກັບ ລາຍຮັບ-ຄຸ້ມຄອງລາຍຈ່າຍ ໄປສູ່ລະບົບທັນສະໄໝເທື່ອລະກ້າວ, ຊຸກຍູ້ສົ່ງເສີມທຸລະກິດຂະໜາດນ້ອຍ, ຂະໜາດກາງ, ສຸມໃສ່ມາດຕະການປະຢັດມັດທະ ຍັດ, ຫຼຸດຜ່ອນການໃຊ້ຈ່າຍເງິນບໍລິຫານຂອງລັດ ດ້ວຍການປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນ ໃຫ້ກະທັດຮັດ, ເໝາະ ສົມ ກັບສະພາບຕົວຈິງຂອງແຂວງ; ສຳ ລັບການແກ້ໄຂບັນຫາຢາເສບຕິດ ໄດ້ສ້າງແຜນດໍາເນີນງານ, ກໍານົດເປົ້າໝາຍ ໃນການການແກ້ໄຂ ຢ່າງລະອຽດ ແລະ ໄດ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ພ້ອມກັນນີ້ ໄດ້ສືບຕໍ່ຫັນລົງຮາກຖານປະຈໍາຢູ່ຈຸດຕ່າງໆ ເພື່ອແກ້ໄຂບັນຫາການເຄື່ອນ ໄຫວຂອງພົນລະເມືອງຢູ່ຕາມຊາຍແດນ; ແກ້ ໄຂບັນຫາການລັກລອບການປູກຝິ່ນ, ຈັດກຳລັງປະຈໍາປ້ອງກັນ ຕາມຈຸດຕ່າງໆ; ສໍາລັບການສະເຫຼີມສະຫຼອງ 2 ວັນປະ ຫວັດສາດ ສອງຊາດ ລາວ-ຫວຽດນາມ ໄດ້ສ້າງແຜນການເຄື່ອນໄຫວ ແລະ ເຂົ້າຮ່ວມແລກປ່ຽນບັນດາກິດຈະກໍາປິ່ນອ້ອມ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ມີທິດຊີ້ນໍາ ຕໍ່ການນໍາຫຼັກແຫຼ່ງຂອງແຂວງ, ກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄວາມພະຍາຍາມຂອງອໍານາດການປົກຄອງແຂວງ ເຊິ່ງມີຜົນສໍາເລັດຫຼາຍດ້ານ ແລະ ພົ້ນເດັ່ນ ຕະຫຼອດໃນໄລຍະຜ່ານມາ. ອັນສຳຄັນ ທ່ານໄດ້ມີຄໍາເຫັນຊີ້ນໍາພະນັກງານຫຼັກແຫຼ່ງ ພາຍໃນອໍານາດການປົກຄອງແຂວງ ເອົາໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ເພື່ອເສີມຂະຫຍາຍມູນເຊື້ອປະຕິວັດຄວາມຮັກຊາດ, ມູນເຊື້ອດຸໝັ່ນຂະຫຍັນພຽນ, ມີຄວາມສາມັກ ຄີ: ເປັນປຶກແຜ່ນ ແລະ ເດັດດ່ຽວເອກະພາບ ໃນການປະຕິບັດແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານ; ຍົກສູງສະຕິລະວັງຕົວຕ້ານປະກົດການທີ່ບໍ່ຖືກຕ້ອງ; ມີສະຕິຕໍ່ອິດທິກໍາລັງປໍລະປັກ ແລະ ຄົນທີ່ບໍ່ຫວັງດີຕໍ່ພັກ-ລັດ, ກໍາໄດ້ຫາງສຽງສັງຄົມ, ບໍລິໂພກຂໍ້ມູນຂ່າວສານຜ່ານສື່ອອນລາຍຕ່າງໆ ຢ່າງມີສະຕິ; ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການປະຕິບັດສອງວາລະແຫ່ງຊາດຂອງແຂວງ ແລະ ການຈັດຕັ້ງປະຕິບັດດໍາລັດ 414/ລບ ເປັນຕົ້ນແມ່ນການສຸມໃສ່ຈັດເກັບລາຍຮັບໃຫ້ດີກວ່າເກົ່າ ພ້ອມທັງຄຸ້ມຄອງລາຍຈ່າຍຢ່າງຮັດກຸມ, ມີປະສິດທິຜົນ ຕາມທິດປະຢັດ.

ໂດຍສະເພາະ ປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີີີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງງົບປະມານຂອງລັດ, ດໍາລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ; ດໍາລັດວ່າດ້ວຍລົດຂອງລັດ; ການແກ້ໄຂບັນຫານຳເຂົ້າ ແລະ ນຳໃຊ້ພາຫະນະທີ່ບໍ່ຖືກຕ້ອງ ແລະ ເອົາໃຈໃສ່ການປະຕິບັດບັນດານິຕິກໍາລຸ່ມກົດໝາຍທີີີ່ກ່ຽວຂ້ອງໃຫ້ເຂັ້ມງວດ, ເປັນຮູບປະທໍາຫຼາຍຂຶ້ນ; ເອົາໃຈໃສ່ແກ້ໄຂບັນຫາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຕິດພັນກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ທີ່ເປັນສາເຫດຂອງການເກີດປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ໂດຍມີມາດຕະການແກ້ໄຂຢ່າງເດັດຂາດ ແລະ ສອດຄ່ອງຕາມກົດໝາຍກ່ຽວຂ້ອງ; ສືບຕໍ່ຊຸກຍູ້ສົ່ງເສີມການປູກ, ການລ້ຽງທີ່ປະຊາຊົນແຕ່ລະທ້ອງຖິ່ນມີທ່າແຮງໃຫ້ຫຼາຍຂຶ້ນ ເພື່ອທົດແທນການນຳເຂົ້າ ລວມທັງຄຸ້ມຄອງລາຄາສິນຄ້າຢ່າງເໝາະສົມ; ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອສືບຕໍ່ກວດກາ ແລະ ປັບປຸງປະສິດທິຜົນໂຄງການລົງທຶນຂອງລັດໃຫ້ດີຂຶ້ນ, ຢຸດການຈັດສັນທຶນໃສ່ໂຄງການໃໝ່ ທີ່ບໍ່ມີປະສິດທິຜົນ ແລະ ສຸມໃສ່ໂຄງການລົງທຶນ ເພື່ອແກ້ໄຂຄວາມທຸກຍາກເປັນບູລິມະສິດ; ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ຂອງສູນກາງ ແລະ ທ້ອງຖິ່ນ ໃນການປະຕິບັດກິດຈະກຳສະເຫຼີມສະຫຼອງສອງວັນປະຫວັດສາດຂອງສອງຊາດ ລາວ-ຫວຽດນາມ ໃຫ້ມີເນື້ອໃນເລິກເຊິ່ງຮອບດ້ານ, ເປັນຂະບວນຟົດຟື້ນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການຮ່ວມມືຂອງສອງຝ່າຍ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້.

ໃນໄລຍະການເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ ໃນຄັ້ງນີ້, ທ່ານຮອງນາ ຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ລົງຕິດຕາມຊຸກຍູ້ໂຄງການກໍ່ສ້າງເຂື່ອນນໍ້າງື່ມ 3 ຢູ່ເມືອງລ້ອງແຈ້ງ, ເຂດພັດທະນາຈຸດສຸມກຸ່ມບ້ານເມືອງອອມ, ໄດ້ໄປຊຸກຍູ້ການຜະລິດ ແລະ ການດຳເນີນທຸລະກິດຕົວຈິງ ຢູ່ໂຮງງານປຸງແຕ່ງຜະລິດກະສິກຳໄຊສົມບູນ, ຢູ່ເມືອງອານຸວົງ. ພ້ອມດຽວ ກັນນີ້ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ມອບທຶນສົມທົບຈໍານວນໜຶ່ງ ເພື່ອປະກອບສ່ວນເຂົ້າໃນ ກອງທຶນພັດທະນາເສດຖະກິດ-ສັງຄົມ ແລະ ລຶບລ້າງຄວາມທຸກຍາກ ຂອງເຂດພັດທະນາຈຸດສຸມບ້ານເມືອງອອມ ແລະ ແຂວງ ຕື່ມອີກ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments