“ບົດນຳ”

ວັນຄູແຫ່ງຊາດ, ວັນທີ 7 ຕຸລາ ໝູນວຽນມາຄົບຮອບ 28 ປີ (7 ຕຸລາ 1994- 7 ຕຸລາ 2022) ແລະ ໃນໂອກາດນີ້ ກໍ່ເປັນໄລຍະຕົ້ນການສິດສອນ ແລະ ຮໍ່າຮຽນ ສົກຮຽນ 2022-2023 ທີ່ພວມດໍາເນີນໄປ ຢ່າງເປັນຂະບວນຟົດຟື້ນ ໃນຂອບເຂດທົ່ວປະເທດພາຍຫລັງທີ່ໄດ້ໂຈະການຮຽນ-ການສອນແບບເຊິ່ງໜ້າ ເປັນເວລາເກືອບສອງປີ ແລ້ວຫັນປ່ຽນໄປສູ່ຮູບແບບ ການຮຽນແບບອອນລາຍ ຍ້ອນການລະບາດ ຂອງພະຍາດໂຄວິດ-19. ໃນສົກຮຽນ ພາຍຫລັງການລະບາດຂອງພະຍາດເບົາບາງລົງບັນດາຄູ-ອາຈານ, ຜູ້ບໍລິຫານການສຶກສາ, ບັນດານັກຮຽນ-ນັກສຶກສາ ແລະ ທົ່ວປວງຊົນລາວໃນທົ່ວປະເທດກໍ່ພວມຕັ້ງໜ້າກະກຽມ ແລະ ສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນວັນຄູແຫ່ງຊາດຢ່າງຟົດຟື້ນ, ພ້ອມກັນແຂ່ງຂັນຍາດເອົາຜົນງານດີເດັ່ນໃນແຕ່ລະດ້ານ, ຮັບປະກັນ 3 ລັກສະນະ ແລະ  5 ຫລັກມູນຂອງການສຶກສາ.

ໃນປີນີ້ ປະເທດເຮົາມີຄວາມຫຍຸ້ງຫລາຍດ້ານ ຍ້ອນໄດ້ຮັບຜົນກະທົບຈາກຄວາມຫຍຸ້ງຍາກດ້ານເສດຖະກິດ, ໄພທໍາມະຊາດ ແຕ່ພາຍໃຕ້ການນໍາພາຂອງພັກ ແລະ ລັດຖະບານ ບວກໃສ່ຄວາມເອົາໃຈໃສ່ຂອງຜູ້ບໍລິຫານການສຶກສາ ແລະ ກິລາ, ຄູ-ອາຈານ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງທຸກພາກສ່ວນໃນສັງຄົມທັງພາກລັດ ແລະ ພາກເອກະຊົນ, ພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະແມ່ນ ຄູ່ຮ່ວມພັດທະນາ ຕໍ່ການພັດທະນາການສຶກສາ ແລະ ກິລາ, ເຮັດໃຫ້ຖັນແຖວຄູ-ອາຈານ ມີໂອກາດໄດ້ພັດທະນາຕົນເອງຫລາຍຂຶ້ນ ແລະ ກາຍເປັນກໍາລັງແຮງທີ່ສໍາຄັນໜຶ່ງໃນການພັດທະນາການສຶກສາ ແລະ ກິລາ ໃຫ້ມີການຫັນປ່ຽນໃໝ່ທີ່ດີຂຶ້ນເປັນລໍາດັບ, ນັບທັງດ້ານປະລິມານ ແລະ ຄຸນະພາບ ເພື່ອເຮັດໃຫ້ການຈັດຕັ້ງສະເຫລີມສະຫລອງ ວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 28 ປີ ໃຫ້ມີເນື້ອໃນ ແລະ ມີຄວາມໝາຍອັນເລິກເຊິ່ງ, ເປັນການຈາລຶກເຖິງບຸນຄຸນ ແລະ ຜົນງານຂອງຄູທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາການສຶກສາ ແລະ ກິລາ ກໍຄືພັດທະນາ ຊັບພະຍາກອນມະນຸດຂອງຊາດ. ສິ່ງສຳຄັນ ແມ່ນເພື່ອຮັບປະກັນເຮັດໃຫ້ການສະເຫລີມສະຫລອງວັນຄູແຫ່ງຊາດປີນີ້ ໄປຕາມທິດປະຢັດມັດທະຍັດ, ເປັນການສຸມໃສ່ຈັດຕັ້ງປະຕິບັດ ການຮຽນ-ການສອນໃຫ້ມີຄຸນນະພາບ ເພື່ອທົດແທນໄລຍະທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງກະຊວງສຶກສາທິການ ແລະ ກິລາ ໄດ້ແຈ້ງການໃຫ້ມີການຈັດຕັ້ງສະເຫລີມມສະຫລອງວັນຄູແຫ່ງຊາດໃນຂັ້ນຂອງຕົນໂດຍເຊີນຄະນະນຳຂອງຕົນ, ອົງການປົກຄອງທ້ອງຖິ່ນ, ຜູ້ປະກອບການ, ສະມາຄົມພໍ່ແມ່ຜູ້ປົກຄອງ ນັກຮຽນ-ນັກສຶກສາ, ຄະນະພັດທະນາການສຶກສາຂັ້ນບ້ານ, ຕົວແທນຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາເຂົ້າຮ່ວມ ເພື່ອເຊີດຊູກຽດ ແລະ ຄຸນງາມຄວາມດີຂອງຄູສ້າງຈິດສຳນຶກໃຫ້ສັງຄົມ, ພໍ່ແມ່ຜູ້ປົກຄອງ, ນັກຮຽນ-ນັກສຶກສາ ເຫັນໄດ້ຄວາມໝາຍສຳຄັນຂອງຄູ-ອາຈານ ແລະ ເອົາໃຈໃສ່ປະກອບສ່ວນຕໍ່ການສຶກສາ ແລະ ຄົ້ນຄວ້າຮ່ຳຮຽນ, ຝຶກຝົນຫລໍ່ຫລອມໃຫ້ມີຄວາມຮູ້ຄວາມສາມາດ ແລະ ຄຸນສົມບັດສິນທຳປະຕິວັດກາຍເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບຂອງຊາດ; ພ້ອມນັ້ນ, ຄວນຈັດຕັ້ງການຢ້ຽມຢາມອວຍພອນຄະນະນໍາ, ຜູ້ບໍລິຫານການສຶກສາຕາມສໍານັກງານອົງການ ແລະ ອະດີດນັກວິຊາການ, ຄູອາວຸໂສບຳນານຕະຫລອດຮອດຄູສອນໃນເຂດຫ່າງໄກສອກຫລີກຕາມສະພາບເງື່ອນໄຂຕົວຈິງຂອງແຕ່ລະພາກສ່ວນ.

ນອກນີ້ ໃຫ້ສ້າງຂະບວນການແຂ່ງຂັນຖາມ-ຕອບວິທະຍາສາດ, ກິດຈະກຳກິລາເພື່ອສຸຂະພາບ ແລະ ແຂ່ງຂັນສິລະປະທີ່ສະແດງໃຫ້ເຫັນເຖິງມູນເຊື້ອຂອງພັກ ປະຊາຊົນ ປະຕິວັດລາວ ໃນການພັດທະນາຊັບພະຍາກອນ ວັນນະຄະດີມະນຸດ ແລະ ການປະກອນສ່ວນຂອງຖັນແຖວຄູ-ອາຈານຕໍ່ວຽກງານດັ່ງກ່າວ ຕາມເງື່ອນໄຂຕົວຈິງຂອງແຕ່ລະພາກສ່ວນ.

ສຳລັບທ້ອງຖິ່ນ ໃດທີ່ມີຈໍານວນນັກຮຽນປະລະສູງ ແລະ ຜົນການຮຽນຕໍ່າ ໃຫ້ເອົາໃຈໃສ່ເປັນພິເສດ ໂດຍປະສານສົມທົບ ກັບອົງການປົກຄອງທ້ອງຖິ່ນ, ຄະນະພັດທະນາການສຶກສາແຕ່ລະຂັ້ນ, ຊຸມຊົນສະມາຄົມພໍ່ແມ່ນັກຮຽນເປີດບັ້ນປຸກລະດົມຂົນຂວາຍ ແລະ ຈັດຕັ້ງການບຳລຸງນັກຮຽນຕາມຈຸດພິເສດ ແລະ ຄວາມສອດຄ່ອງຂອງແຕ່ລະບ່ອນ; ການສະເຫລີມ ສະຫລອງໃຫ້ຢູ່ບົນພື້ນຖານຈິດໃຈປະຢັດມັດທະຍັດ, ມີເນື້ອໃນ, ເປັນກິດຈະກຳທີ່ເປັນຮູບປະທຳ ແລະ ສອດຄ່ອງກັບສະພາບດິນຟ້າອາກາດຂອງແຕ່ລະທ້ອງຖິ່ນ.

ຈົ່ງພ້ອມກັນພັດທະນາການຮຽນ-ການສອນ ຕ້ອນຮັບວັນຄູແຫ່ງຊາດຄົບຮອບ 28 ປີ ຢ່າງສຸດໃຈ!

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

LEAVE A REPLY

Please enter your comment!
Please enter your name here