ເນື່ອງໃນໂອກາດສະຫລອງວັນຄູແຫ່ງຊາດ ຄົບຮອບ 28 ປີ, ທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ສຳພາດວ່າ: ຄູ ຄືຜູ້ທີ່ສ້າງບຸກຄະລາກອນທີ່ມີຄຸນນະພາບອອກສູ່ສັງຄົມ ເພື່ອປະກອບສ່ວນໃນການສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າ.

ທ່ານ ຄຳຮຸ່ງ ຈັນທະວົງ ໃຫ້ຮູ້ວ່າ: ສະຖາບັນຂົງຈື້ ມີການຮຽນ-ການສອນພາສາຈີນ 6 ລະດັບ, ນັບແຕ່ສ້າງຕັ້ງສະຖາບັນມາ ສາມາດສ້າງບຸກຄະລາກອນນັກສຶກສາ ໄດ້ທັງໝົດ 28.701 ຄົນ; ມີຫ້ອງຮຽນຂົງຈື້ ຢູ່ລາວ 5 ແຫ່ງ ຄື: ຢູ່ ມສ ສາທິດ, ມສ ວຽງຈັນ, ມສ ຊົນເຜົ່າກິນນອນວັງວຽງ, ສະຖາບັນການເມືອງການປົກຄອງທ່າງ່ອນ ແລະ ຢູ່ວິທະຍຸກະຈາຍສຽງແຫ່ງຊາດ ໂດຍໄດ້ສ້າງບຸກຄະລາກອນຢູ່ຫ້ອງຮຽນຂົງຈື້ໄດ້ 5.291 ຄົນ; ພ້ອມນີ້, ທາງສະຖາບັນຍັງໄດ້ສົ່ງຄູ-ອາຈານ ໄປສິດສອນພາສາຈີນຕາມອົງກອນຂອງລັດ ແລະ ຝຶກອົບຮົບໃຫ້ຄູທ້ອງຖິ່ນ ໄດ້ 293 ຄົນ ເຊິ່ງແມ່ນພາລະບົດບາດ ແລະ ໜ້າທີ່ຂອງສະຖາບັນຂົງຈື້ ໃນການປະກອບສ່ວນໃນວຽກງານສ້າງບຸກຄະລາກອນ ທີ່ຕອບສະໜອງໃຫ້ແກ່ສັງຄົມ. ນອກຈາກນັ້ນ ສະຖາບັນຂົງຈື້ ໄດ້ຖືກກຳນົດຢູ່ໃນສັນຍາການຈັດຕັ້ງປະຕິບັດ ຄູ່ຮ່ວມຊະຕາກຳດຽວກັນຂອງ ສອງຊາດ ລາວ-ຈີນ ໃນມາດຕາສີ່ຂໍ້ສອງ ໂດຍມີໜ້າທີ່ໃນການພັດທະນາບຸກຄະລາກອນມະນຸດ ໃນການຮັບໃຊ້ໃນໂຄງການທີ່ສຳຄັນຂອງລັດຖະບານ ເປັນຕົ້ນແມ່ນໂຄງການທາງລົດໄຟ, ໂຄງ ການທາງດ່ວນ ແລະ ໂຄງການທີ່ສຳຄັນອື່ນໆອີກ.

ທ່ານ ຄຳຮຸ່ງ ຈັນທະວົງ ໃຫ້ຮູ້ອີກວ່າ: ສະຖາບັນຂົງຈື້ມີໜ້າທີ່ເປັນເສນາທິການ ໃຫ້ແກ່ຄະນະອະທິການຂອງມະຫາວິທະຍາໄລແຫ່ງຊາດ ໂດຍສະເພາະແມ່ນວຽກງານການພັດທະນາ, ການຮຽນ-ການສອນ, ການພັດທະນາບຸກຄະລາກອນ, ການຍາດແຍ່ງການຊ່ວຍເຫລືອຈາກທາງລັດຖະບານຈີນ ແລະ ໄດ້ເປັນຂົວຕໍ່ເລື່ອງວຽກງານການສຶກສາຂອງມະຫາວິທະຍາໄລແຫ່ງຊາດ ແລະ ສປ ຈີນ ເຊິ່ງສະຖາບັນ ຂົງຈື້ແມ່ນສ້າງຕັ້ງຂຶ້ນບົນພື້ນຖານການຮ່ວມມື ຂອງມະຫາວິທະຍາໄລແຫ່ງຊາດ ສປປ ລາວ ແລະ ມະ ຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ.

ຂ່າວ ສົມຫວັງ; ພາບ ຂັນໄຊ (ນັກຂ່າວ ສຳນັກຂ່າວສານປະເທດລາວ)

Medialaos MMD

LEAVE A REPLY

Please enter your comment!
Please enter your name here