Saturday, September 21, 2024
Homeຂ່າວພາຍໃນ4 ຫ້ອງການ 1 ລັດວິສະຫະກິດ ເມືອງງອຍປະເມີນການກໍ່ສ້າງແຜນກໍານົດພະນັກງານ

4 ຫ້ອງການ 1 ລັດວິສະຫະກິດ ເມືອງງອຍປະເມີນການກໍ່ສ້າງແຜນກໍານົດພະນັກງານ

ວັນທີ 3 ຕຸລາ 2022 ນີ້ ມີຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ, ການເງິນ, ແຜນການ ການລົງທຶນ ແລະຫ້ອງການ ອຸດສາຫະກໍາ ແລະ ການຄ້າເມືອງ ໄດ້ຈັດກອງປະຊຸມປະເມີນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ(ຂັ້ນເມືອງຄຸ້ມຄອງ) ຢູ່ຫ້ອງປະຊຸມຫ້ອງການເງິນເມືອງ ໂດຍການເປັນປະທານຂອງ ສະຫາຍ ປະລິນຍາເອກ ສົມສະນິດ ແກ່ນມະນີ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ,ມີຄະນະກໍາມະການຮັບຜິດຊອບການປະເມີນສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນເມືອງ,ຫົວໜ້າ-ຮອງຫົວໜ້າຫ້ອງການ, ເລຂາໜ່ວຍ, ຮອງເລຂາໜ່ວຍພ້ອມດ້ວຍສະມາຊີກພັກ, ພະນັກງານລັດຖະກອນ ເຂົ້າຮ່ວມ.

ສະຫາຍ ຄໍາຫຼ້າ ໄພບຸນ ເລຂາໜ່ວຍພັກຫ້ອງການ-ການເງິນ ໄດ້ຕາງໜ້າເລຂາໜ່ວຍແຕ່ລະໜ່ວຍຂື້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ(ຂັ້ນເມືອງຄຸ້ມຄອງ)ຂອງແຕ່ລະໜ່ວຍພັກໃນການດໍາເນີນສ້າງແຜນພະນັກງານໄປຕາມ 3 ບາດກ່າວຄື: ບາດກ່າວ 1 ການກະກຽມ ສ້າງແຜນ, ບາດກ່າວ 2 ການຈັດຕັ້ງປະຕິບັດແຜນຕົວຈິງ, ບາດກ່າວ 3 ປະຕິບັດປະເມີນຜົນກໍານົດພະນັກງານ, ໃນນັ້ນມີຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ, ຫ້ອງການ-ການເງິນ, ຫ້ອງການແຜນການ ການລົງທຶນ, ຫ້ອງການ ອຸດສາຫະກໍາ ແລະ ການຄ້າ,ພ້ອມທັງ ປະເມີນການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ, ປະຈໍາປີ 2022 ໄດ້ມີໜ່ວຍພັກລັດວິສະຫະກິດເຂົ້າຮ່ວມປະກອບມີສູນໄຟຟ້າ, ນໍ້າປະປາ, ທະນະຄານການຄ້າ ແລະລາວໂທລະຄົມ ສາຂາປະຈໍາເມືອງງອຍ, ໃນບົດສະຫຼຸບ ກໍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ,ບົດຮຽນຖອດຖອນໄດ້ ແລະ ພາກທິດທາງແຜນການໃນຕໍ່ໜ້າ.

ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ຜັດປ່ຽນຂື້ນປະກອບຄໍາຄິດຄໍາເຫັນຕໍ່ບົດສະຫຼຸບໃຫ້ມີເນື້ອໃນຢ່າງຄົບຖ້ວມ ເພື່ອປັບປຸງບາງເນື້ອໃນໄປຈັດຕັ້ງປະຕິບັດຢູ່ບັນດາຫ້ອງການຂອງຕົນໃຫ້ໄດ້ຕາມແຜນທີ່ກໍານົດໄວ້. ພ້ອມກັນນັ້ນຍັງໄດ້ເຊື່ອມຊຶມ ມະຕິກົມການເມືອງສູນກາງພັກ ເລກທີ 032/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 292/ຄຈສພ, ລົງວັນທີ 26/4/2018 ກ່ຽວກັບການຈັດຕັ້ງປະຕິບັດ ມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ.

ວາລະກອງປະຊຸມຄັ້ງນີ້ ຄະນະຮັບຜິດຊອບ ກໍໄດ້ແຈກຢາຍລາຍຊື່ ພະນັກງານ ໃນເປົ້າໜາຍການສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ເພື່ອຄົ້ນຄ້ວາ ແລະປະເມີນຄືນ ທັງຮັບປະກັນໃຫ້ໄດ້ພະນັກງານນໍາພາຄຸ້ມຄອງທີ່ດີໃນຕໍ່ໜ້າ. ພ້ອມທັງມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂົ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ໃຫ້ 4 ໜ່ວຍພັກດັ່ງກ່າວຕື່ມອີກ.

ໂອກາດທີ່ມີຄວາມສໍາຄັນຄັ້ງນີ້ ສະຫາຍ ປະລິນຍາເອກ ສົມສະນິດ ແກ່ນມະນີ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ກໍໄດ້ເນັ້ນໃຫ້ແຕ່ລະໜ່ວຍພັກ ຈົ່ງເພີ້ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂົ້ມແຂງ, ໜັກແໜ້ນ ໃຫ້ມີຄຸນນະພາບ,ຕິດພັນກັບແຜນກໍານົດພະນັກງານນຳພາຄຸ້ມຄອງ ໃນສະເພາະໜ້າ ແລະຍາວນານໃຫ້ມີຄຸນນະພາບຖືກຕ້ອງຕາມແນວທາງປ່ຽນແປງໃໝ່ໃນແຕ່ລະໄລຍະໃຫ້ແທດເໝາະກັບຄວາມເປັນຈິ່ງ ທີ່ມີຫຼັກການຮອບດ້ານຂອງພັກໃຫ້ຢັ້ງຍືນ.

ພາບ ແລະຂ່າວ: ວືຢ່າງ ໄຊລີຈືເຢ ຫ້ອງການ ຖ.ວ.ທ ເມືອງງອຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments