Saturday, September 21, 2024
Homeຂ່າວພາຍໃນປກສ ນະຄອນໄກສອນພົມວິຫານ ກຽມພ້ອມປ້ອງກັນບຸນປະເພນີອອກພັນສາຊ່ວງເຮືອ ປະຈຳປີ 2022

ປກສ ນະຄອນໄກສອນພົມວິຫານ ກຽມພ້ອມປ້ອງກັນບຸນປະເພນີອອກພັນສາຊ່ວງເຮືອ ປະຈຳປີ 2022

ໃນວັນທີ 5 ຕຸລາ 2022ນີ້, ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມກຽມແຜນປ້ອງກັນງານບຸນປະເພນີອອກພັນສາ-ຊ່ວງເຮືອ ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 07-11 ຕຸລາ ປີ 2022ນີ້ ທີ່ທ່າວັດໃຫ່ຍໄຊຍະພູມ ນະຄອນໄກສອນພົມວິຫານ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພົຈວ ສົມໝາຍ ພົມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີທ່ານ ພັທ ນວນຕາ ສີຈັນທອງທິບ ຮອງຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພ້ອມຄະນະ, ມີຄະນະຫ້ອງ, ກອງພັນປ້ອງກັນເຄື່ອນທີ, ໂຮງຮຽນ ປກສ ຊັ້ນສູງເລກ 3, ພະນັກງານວິຊາສະເພາະທີ່ຖືກມອບໝາຍເຂົ້າຮ່ວມຢ່າງພ້ອມພຽງ.

ພັທ ກາລະທອນ ຄົມທິລາດ ຮອງຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ, ໄດ້ຂຶ້ນຜ່ານແຜນປ້ອງກັນບຸນອອກພັນສາ ຊ່ວງເຮືອປະຈໍາປີ 2022, ທັງນີ້ເພື່ອເປັນການກະກຽມຄວາມພ້ອມຂອງກຳລັງປ້ອງກັນຄວາມສະຫງົບ ປກສ ນະຄອນໄກສອນພົມວິຫານ ເພື່ອຕ້ານ ສະກັດກັ້ນບໍ່ໃຫ້ສັດຕູ ກຸ່ມຄົນບໍ່ຫັວງດີສ້າງຄວາມບໍ່ສະຫງົບ ໃນງານບຸນ, ເຮັດໃຫ້ງານບຸນ ມີບັນຍາກາດຟົດຟື້ນ,ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ,ມີຄວາມເປັນລະບຽບຮຽບຮ້ອຍຈົບງາມ ແລະ ຮັບປະກັນໄດ້ ວຽກງານປ້ອງກັນຄວາມສະຫງົບໃຫ້ປອດໄພ, ປັດຈຸບັນໄດ້ແຈກຢາຍກຳລັງ 370 ກວ່າສະຫາຍເຮັດໜ້າທີ່ປ້ອງກັນຢູ່ຕາມບັນດາຈຸດຕ່າງໆທີ່ສຳຄັນ ຕາມເສັ້ນທາງສີ່ແຍກ, ສາມແຍກ ແລະ ຈຸດຫຼໍ່ແຫຼມ .

ໃນໂອກາດດຽວກັນ ທ່ານ ພົຈວ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ເນັ້ນໃຫ້ນາຍແລະພົນຕຳຫຼວດ ທຸກສະຫາຍ, ທີ່ຖືກແຕ່ງຕັ້ງ ແລະ ປະຕິບັດໜ້າທີ່ລົງປະຈຳການຢູ່ໃນແຕ່ລະຈຸດ, ຈົ່ງພ້ອມກັນເອົາໃຈໃສ່ ເຮັດໜ້າທີ່ ຢ່າງຕັ້ງໜ້າ ກຳໄດ້ທຸກສະພາບການ ,ເຄື່ອນໄຫວ ຕິດຕາມ ກວດກາພວກກຸ່ມຄົນບໍ່ດີ, ເປົ້າໜາຍທີ່ຈະເຂົ້າມາກໍ່ຄວາມບໍ່ສະຫງົບ, ໃນງານບຸນ ຮັບປະກັນໄດ້ຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ, ກຽມຄວາມພ້ອມເພື່ອແກ້ໄຂ, ຫາກມີເຫດການທີ່ກໍ່ຄວາມບໍ່ສະຫງົບເກີດຂຶ້ນ, ເປັນຕົ້ນ: ໂຄສະນາໃສ່ຮ້າຍປ້າຍສີການນຳຂອງພັກ-ລັດ, ວາງລະເບີດ, ຄາດຕະກຳ, ບໍ່ໃຫ້ເກີດມີສຽງແຕກ, ດື່ມສິ່ງມືນເມົາແລ້ວອາລະວາດຕີກັນແລະອື່ນໆ ເມື່ອພົບເຫັນສະພາບບໍ່ປົກກະຕິ,ໃຫ້ຮີບຮ້ອນລາຍງານຕໍ່ການຈັດຕັ້ງຂອງຕົນ ເພື່ອມີວິທີແກ້ໄຂທັນເວລາ ຮັບປະກັນໃຫ້ການທ່ອງທ່ຽວ ຫຼິ້ນບຸນປະເພນີໃນປີນີ້ ໃຫ້ມີແຕ່ບັນຍາການເບີກບານມື່ນຊື່ນ ຮັກສາໄດ້ຮີດຄອງປະເພນີ, ຄວາມສາມັກຄີອັນດີງາມ ແລະ ທ່ຽວງານບຸນປະເພນີອອກພັນສາ-ຊ່ວງເຮືອປະຈໍາປີ 2022 ໃຫ້ສະດວກສະບາຍມີຄວາມສະຫງົບປອດໄພ100%.

#savannakhet #medialaos

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments