Home ຂ່າວໜ້າໜຶ່ງ ກະຊວງ ຖວທ ສໍາເລັດຝຶກອົບຮົມ ໄລຍະສັ້ນ 45 ວັນ ຊຸດທີ XII

ກະຊວງ ຖວທ ສໍາເລັດຝຶກອົບຮົມ ໄລຍະສັ້ນ 45 ວັນ ຊຸດທີ XII

0
433

ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດພິທີມອບໃບຢັ້ງຢືນໃຫ້ຜູ້ສໍາເລັດຝຶກອົບຮົມທິດສະດີການເມືອງ-ການປົກຄອງໄລຍະສັ້ນ 45 ວັັນ ຊຸດທີ XII ໃນວັນທີ 5 ຕຸລາ ໃຫ້ແກ່ສະມາຊິກພັກ-ພະນັກງານຫລັກແຫລ່ງ ອ້ອມຂ້າງກະຊວງ ຖວທ ຈໍານວນ 40 ສະ ຫາຍ ຍິງ 20 ສະຫາຍ ໂດຍການໃຫ້ກຽດເຂົ້າຮ່ວມມອບໃບຢັ້ງຢືນ ຂອງທ່ານ ນາງ ສວນສະຫັວນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ພູວົງ ອຸ່ນຄໍາແສນ ຫົວໜ້າສະຖາບັນການ ເມືອງ-ການປົກຄອງແຫ່ງຊາດ ມີບັນດາ ຫົວໜ້າກົມ, ຮອງກົມ, ຫົວໜ້າສະຖາບັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄຳຫລ້າ ຍອຍສາຍຄຳ ຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ: ສຳມະນາກອນ ກໍຄື ພະນັກງານຫລັກແຫລ່ງຂອງກະຊວງ ຖວທ ໄດ້ຮຽນຫລັກມູນພື້ນຖານ, ທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ຮຽນຮູ້ແນວທາງນະໂຍບາຍຂອງພັກ, ບັນດາກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ຕາມໂຄງການຫລັກສູດຂອງສະຖາບັນການເມືອງການປົກຄອງແຫ່ງຊາດ ຊຶ່ງເປັນການບຳລຸງຍົກລະດັບ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ທັດສະນະຫລັກໝັ້ນຂອງສະມາຊິກພັກ, ພະນັກງານແຕ່ລະກົມກອງອ້ອມຂ້າງກະຊວງໃຫ້ສູງຂຶ້ນ. ສ່ວນການຮຽນ-ການສອນ ຊຶ່ງປະກອບມີ 5 ພາກວິຊາຄື: ພາກວິຊາປັດຊະຍາ, ພາກວິຊາເສດຖະສາດ-ການເມືອງ, ລັດທິສັງຄົມນິຍົມວິທະຍາສາດ, ພາກວິຊາບໍລິຫານສາດ ແລະ ພາກວິຊາກໍ່ສ້າງພັກ, ນອກຈາກຄົ້ນຄວ້າຮ່ຳຮຽນຕາມຫລັກສູດແລ້ວ ບັນດາສຳມະນາກອນຍັງຈະໄດ້ລົງທັດສະນະສຶກສາຕົວຈິງ ອີກດ້ວຍ.

ໂອກາດນີ້, ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ, ຄູ-ອາຈານ ນັກສໍາມະນາກອນທັງໝົດ ໄດ້ເອົາໃຈໃສ່ປະຕິ ບັດໜ້າທີ່ຕາມພາລະບົດບາດດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ການຝຶກອົບຮົມດັ່ງກ່າວໄດ້ຮັບຜົນສໍາເລັດຕາມລະດັບຄາດ ໝາຍທີ່ວາງໄວ້. ພ້ອມນີ້ ທ່ານກໍໄດ້ເນັ້ນບາງບັນໃຫ້ນັກສໍາມະນາກອນ ນໍາເອົາທິດສະດີທີ່ໄດ້ຮຽນໄປຈັດຕັ້ງປະຕິບັດໃຫ້ກາຍເປັນຮູບປະທໍາ ບາງບັນຫາດັ່ງນີ້: ຕ້ອງສືບຕໍ່ຄົ້ນຄວ້າທົບທວນຄືນເລື້ອຍໆ ເພື່ອກໍາແໜ້ນບັນດາບົດຮຽນທີ່ຄູ-ອາຈານຖ່າຍທອດໃຫ້ ໂດຍສະເພາະ ທິດສະດີມາກ-ເລນິນ ແລະ ອຸດົມການສັງຄົມນິຍົມ ໃຫ້ຮູ້ຈັກໝູນໃຊ້ບັນດາກົງຈັກຫລັກເກນຕ່າງໆເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງຕົນ ຢ່າງປະດິດສ້າງ ແລະ ແທດເໝາະ; ຢຶດໝັ້ນ ແລະ ເປັນເອກະພາບຕໍ່ແນວທາງປ່ຽນແປງໃໝ່ຂອງພັກ ຄົ້ນຄວ້າເຊືື່ອມຊຶມແນວທາງນະໂຍບາຍຂອງພັກ ກົດໝາຍຂອງລັດ ແລະ ນິຕິກໍາຕ່າງໆຂອງລັດຖະບານ ກໍຄື ຂອງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ເລິກເຊິ່ງບົນພື້ນຖານຄວາມເປັນຈິງ ຈຶ່ງຈະເຮັດໃຫ້ການປະຕິບັດໜ້າທີ່ວຽກງານໄດ້ເປັນຢ່າງດີ ແກ້ໄຂບັນຫາຕ່າງໆໄດ້ຢ່າງທັນການ; ສືບຕໍ່ຍົກສູງຄຸນທາດການ ເມືອງຝຶກຝົນຫລໍ່ຫລອມ ຄຸນສົມບັດ ສິນທໍາປະຕິວັດ, ຄວາມຮູ້ຄວາມສາມາດຢ່າງບໍ່ຢຸດຢັ້ງ ເຊີດຊູຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ ກ້າຫານຕໍ່ຕ້ານຂະບວນການຫຍໍ້ທໍ້ ແນວຄວາມຄິດ ແລະ ການກະທໍາຂອງຕົນເອງ ພ້ອມທັງສະກັດກັ້ນການສວຍໃຊ້ໜ້າທີ່ວຽກງານສໍ້ລາດບັງຫລວງ ເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ ຖ້າປະຕິບັດໄດ້ຄືດັ່ງນີ້ແມ່ນບັນດາສະຫາຍຈະກາຍເປັນພະນັກງານສືບທອດປ່ຽນແທນທີ່ດີເດັ່ນ ແລະ ໜຸ່ມນ້ອຍຂອງການຈັດຕັ້ງ.

ຂ່າວ-ພາບ: ຍຸພິທອງ

Medialaos MMD

NO COMMENTS

LEAVE A REPLY

Please enter your comment!
Please enter your name here