ຫ້ອງການ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ອອກແຈ້ງການ ເລກທີ 3760/ຫກລົງວັນທີ 30 ກັນຍາ 2022 ເຖິງ ຫົວໜ້າຫ້ອງການ, ກົມ, ສະຖາບັນ, ອົງການທຽບເທົ່າກົມ ແລະ ສູນ, ອະທິການບໍດີ ມະຫາວິທະຍາໄລ 4 ແຫ່ງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ; ຜູ້ອໍານວຍການ ສຳນັກພິມສຶກສາ ແລະ ກິລາ, ຫົວໜ້າຫ້ອງການກຳມາທິການສຶກສາສົງສູນກາງ, ປະທານສະມາຄົມການສຶກສາພາກເອກະຊົນ, ຜູ້ອຳນວຍການ ວິທະຍາໄລ ແລະ ໂຮງຮຽນ ທັງພາກລັດ ແລະ ເອກະຊົນໃນທົ່ວປະເທດ, ພໍ່ແມ່ ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາ ໃຫ້ມີການຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 28 ປີ (7 ຕຸລາ 1994 – 7 ຕຸລາ 2022).

ໃນແຈ້ງການສະບັບດັ່ງກ່າວ, ໄດ້ລະບຸວ່າ: ເພື່ອເຮັດໃຫ້ການຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 28 ປີ (7 ຕຸລາ 1994 – 7 ຕຸລາ 2022) ມີເນື້ອໃນ ແລະ ມີຄວາມໝາຍອັນເລິກເຊິ່ງ ເປັນການຈາລຶກເຖິງບຸນຄຸນ ແລະ ຜົນງານຂອງຄູ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາການສຶກສາ ແລະ ກິລາ ກໍຄື ພັດທະນາຊັບພະຍາກອນມະນຸດຂອງຊາດ. ພ້ອມກັນນີ້, ກໍເພື່ອຮັບປະກັນເຮັດໃຫ້ການຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດ ໄປຕາມທິດປະຢັດມັດທະຍັດ, ເປັນການສຸມໃສ່ຈັດຕັ້ງປະຕິບັດການຮຽນການສອນ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19.

ດັ່ງນັ້ນ, ກະຊວງສຶກສາທິການ ແລະ ກິລາ ຈຶ່ງອອກແຈ້ງການໃຫ້ຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດໃນຂັ້ນຂອງຕົນ ໂດຍເຊີນຄະນະນໍາຂອງຕົນ, ອົງການປົກຄອງທ້ອງຖິ່ນ, ຜູ້ປະກອບການ, ສະມາຄົມພໍ່ແມ່ຜູ້ປົກຄອງນັກຮຽນ-ນັກສຶກສາ, ຄະນະພັດທະນາການສຶກສາຂັ້ນບ້ານ, ຕົວແທນຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາເຂົ້າຮ່ວມ ໂດຍມີຈຸດປະສົງເພື່ອເຊີດຊູກຽດ ແລະ ຄຸນງາມຄວາມດີຂອງຄູ ສ້າງຈິດສຳນຶກໃຫ້ສັງຄົມ, ພໍ່ແມ່ຜູ້ປົກຄອງ, ນັກຮຽນ-ນັກສຶກສາ ເຫັນໄດ້ຄວາມໝາຍສໍາຄັນຂອງຄູອາຈານ ແລະ ເອົາໃຈໃສ່ປະກອບສ່ວນຕໍ່ການສຶກສາ ແລະ ຄົ້ນຄວ້າຮໍ່າຮຽນຝຶກຝົນຫຼໍ່ຫຼອມໃຫ້ມີຄວາມຮູ້ຄວາມສາມາດ ແລະ ຄຸນສົມບັດ ສິນທຳປະຕິວັດ ກາຍເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບຂອງຊາດ; ຈັດຕັ້ງການຢ້ຽມຢາມອວຍພອນຄະນະນຳ, ຜູ້ບໍລິຫານການສຶກສາຕາມສຳນັກງານອົງການ ແລະ ອະດີດນັກວິຊາການ, ຄູອາວຸໂສບໍານານ ຕະຫຼອດຮອດຄູສອນໃນເຂດຫ່າງໄກສອກຫຼີກ ຕາມສະພາບເງື່ອນໄຂຕົວຈິງຂອງແຕ່ລະພາກສ່ວນ; ສ້າງຂະບວນການແຂ່ງຂັນຖາມ-ຕອບວິທະຍາສາດ, ກິດຈະກໍາກິລາ ເພື່ອສຸຂະພາບ ແລະ ແຂ່ງຂັນສິລະປະ-ວັນນະຄະດີ ທີ່ສະແດງໃຫ້ເຫັນເຖິງມູນເຊື້ອຂອງພັກປະຊາຊົນປະຕິວັດລາວໃນການພັດທະນາຊັບພະຍາກອນມະນຸດ ແລະ ການປະກອນສ່ວນຂອງຖັນແຖວຄູອາຈານຕໍ່ວຽກງານດັ່ງກ່າວ ຕາມເງື່ອນໄຂຕົວຈິງຂອງແຕ່ລະພາກສ່ວນ.

ສຳລັບທ້ອງຖິ່ນໃດທີ່ມີຈຳນວນນັກຮຽນປະລະສູງ ແລະ ຜົນການຮຽນຕໍ່າໃຫ້ເອົາໃຈໃສ່ເປັນພິເສດ ໂດຍປະສານສົມທົບກັບອົງການປົກຄອງທ້ອງຖິ່ນ, ຄະນະພັດທະນາການສຶກສາແຕ່ລະຂັ້ນ, ຊຸມຊົນ ແລະ ສະມາຄົມພໍ່ແມ່ນັກຮຽນ ເປີດບັ້ນປຸກລະດົມຂົນຂວາຍ ແລະ ຈັດຕັ້ງການບໍາລຸງນັກຮຽນຕາມຈຸດພິເສດ ແລະ ຄວາມສອດຄ່ອງຂອງແຕ່ລະບ່ອນ.

ການສະເຫຼີມສະຫຼອງໃຫ້ຢູ່ບົນພື້ນຖານຈິດໃຈປະຢັດມັດທະຍັດ, ມີເນື້ອໃນ, ເປັນກິດຈະກໍາທີ່ເປັນຮູບປະທຳ ແລະ ສອດຄ່ອງກັບສະພາບດິນຟ້າອາກາດຂອງແຕ່ລະທ້ອງຖິ່ນ. ພາຍຫຼັງສຳເລັດໃຫ້ແຕ່ລະພາກສ່ວນລາຍງານສະພາບການຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດ (7 ຕຸລາ 2022) ມາຍັງ ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານການຈັດຕັ້ງແຕ່ລະຂັ້ນຂອງຕົນ.

LEAVE A REPLY

Please enter your comment!
Please enter your name here