Home ຂ່າວພາຍໃນ ຊາວໜຸ່ມບັນດາກົມກອງອ້ອມຂ້າງກອງພົນທີ 2 ເຂົ້າຢ້ຽມຊົມຫໍມູນເຊື້ອ

ຊາວໜຸ່ມບັນດາກົມກອງອ້ອມຂ້າງກອງພົນທີ 2 ເຂົ້າຢ້ຽມຊົມຫໍມູນເຊື້ອ

0
280

ເພື່ອເຮັດໃຫ້ຊາວໜຸ່ມ ກໍຄືພະນັກງານ – ນັກຮົບ ໃນທົ່ວກອງພົນທີ2 ຮັບຮູ້ໄດ້ຜົນງານ ແລະ ໄຊຊະນະ ຂອງກອງພົນທີ2 ທີ່ຍາດມາໄດ້ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ໂດຍປະຕິບັດຕາມ ແຜນການໂຄສະນາ ປາຖະກະຖາມູນເຊື້ອ ຂອງກອງທັບປະຊາຊົນລາວ, ອີງຕາມທິດຊີ້ນໍາ ຂອງຄະນະພັກ – ຄະນະບັນຊາກອງພົນ ວ່າດ້ວຍການໂຄສະນາ ຮໍ່າຮຽນມູນເຊື້ອ ຂອງກອງພົນທີ2 ທີ່ຍາດມາໄດ້ຕະຫຼອດໄລຍະ 41 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ. ດັ່ງນັ້ນ, ພະແນກໂຄສະນາ – ອົບຮົມ ຈິ່ງໄດ້ສ້າງແຜນການ ໃຫ້ບັນດາອົງ ການ, ກົມກອງ ຈັດຕັ້ງນໍາພາພະນັກງານ – ນັກຮົບ ສະມາຊິກຊາວໜຸ່ມ ເຂົ້າຢ້ຽມຊົມຫໍມູນເຊື້ອ ຂອງກອງພົນທີ 2, ປະກອບມີຊາວໜຸ່ມ ສູນຝຶກອົບຮົມ, ກອງພັນ 409, ກອງພັນ 627 ແລະ ກອງພັນ 422 ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 212 ສະຫາຍ, ໂດຍແມ່ນຄະນະບໍລິຫານງານຊາວໜຸ່ມ ກົມກອງດັ່ງກ່າວເປັນຜູ້ນໍາພາ. ສະຫາຍພັນຕີ ນ ລັດສະໝີ ບຸດທິສອນ ຄະນະຮັບຜິດຊອບຫໍມູນເຊື້ອ ໄດ້ອະທິບາຍ ເລົ່າຄືນມູນເຊື້ອການກໍາເນີດ ເຕີບໃຫຍ່ ແລະ ຂະຫຍາຍຕົວຂອງກອງພົນທີ2 ໃຫ້ພະນັກງານ – ນັກຮົບ ທີ່ມາທັດສະນະສຶກສາ ໄດ້ຮັບຮູ້ ແລະ ເຂົ້າໃຈ ເຖິງປະຫວັດມູນເຊື້ອ, ຜົນງານ ແລະ ໄຊຊະນະ ຂອງກອງພົນທີ2. ເພື່ອເປັນການໂຄສະນາ ສຶກສາອົບຮົມ ໃຫ້ພະນັກງານ – ນັກຮົບຂອງຕົນ ໄດ້ສຶກສາຮໍ່າຮຽນເອົາມູນເຊື້ອວິລະກໍາດັ່ງກ່າວ. ທັງເປັນການເຄື່ອນໄຫວສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສໍາຄັນທາງປະຫວັດສາດຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ໂດຍສະເພາະແມ່ນວັນສ້າງຕັ້ງກອງພົນທີ2 ຄົບຮອບ 41 ປີ ທີ່ຈະມາເຖິງນີ້ ໃຫ້ເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ.

ໂດຍ: ຄໍາຮັກ ໄຊວັນທອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here