Monday, September 23, 2024
Homeຂ່າວຕ່າງປະເທດຈີນ ປະກາດຮັບມືສຸກເສີນລະດັບ4ຄວບຄຸມອຸ​ທົກ​ກະ​ໄພ

ຈີນ ປະກາດຮັບມືສຸກເສີນລະດັບ4ຄວບຄຸມອຸ​ທົກ​ກະ​ໄພ

ຕາມ​ຂ່າວ​ຈາກ​ ຊິນ​ຮວາ,ວັນ​ທີ18 ​ສິງຫາ​ນີ້,ສຳນັກ ງານໃຫຍ່ ດ້ານຄຸ້ມຄອງ ອຸທົກກະໄພ ແລະ ບັນເທົາ ໄພແຫ້ງແລ້ງ ແຫ່ງລັດ ຂອງຈີນ ປະກາດ ຮັບມື ສຸກເສີນ ລະດັບ 4 ເພື່ອຄວບຄຸມ ອຸທົກກະໄພ ​ເນື່ອງ​ຈາກ ​ຝົນຕົກ​ໜັກ ຈະ​ກະທົບ​ ພື້ນ​ທີ່ ທາງ​ພາກ​ເໜືອ ຂອງ​ປະ​ເທດ ​ໂດຍ​ສະ​ເພາະ ນະຄອນ ຫລວງ ປັກກິ່ງ, ທຽນຈິນ, ເຮີເປຍ, ຊານຊີ, ມອງໂກເລຍ​ໃນ, ຫລຽວ​ໜິງ, ເຮຍຫລົງຈຽງ,ສານ​ຊີ ແລະ ການຊູ່ ​ເນື່ອງ​ຈາກ ພື້ນ​ທີ່​ ເຫລົ່າ​ນີ້ ຈະ​ຜະ​ເຊີນ ​ຝົນຕົກ​ ຢ່າງ​ໜັກ ​ໃນ​ລະຫວ່າງ​ ວັນ​ທີ 17-19 ສິງຫາ​ນີ້.

ດັ່ງນັ້ນ ຈຶ່ງ​ຮຽກຮ້ອງ​ໃຫ້​ໜ່ວຍ​ງານທີ່​ກ່ຽວຂ້ອງຍົກ​ລະດັບການ​ເຝົ້າລະວັງຕິ​ດຕາມ​ຢ່າງ​ໃກ້ຊິດ ​ແລະ ​ແຈ້ງ​ເຕືອນ​ໄພລ່ວງ​ໜ້າຄຽງ​ຄູ່​ກັບການ​ກຽມວຽກ​ງານປ້ອງ​ກັນນ້ຳ​ຖ້ວມ.

(ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments