ຕາມໜັງສືພິມ ຈຽນຮວາເດຣີ ຂອງກຳປູເຈຍ ລາຍງານ ​ເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ລັດຖະບານ ກຳປູເຈຍ ພວມວາງນະໂຍບາຍ ດ້ານການທ່ອງທ່ຽວ ເປັນພິເສດ ລາຍການໜຶ່ງ ເພື່ອສາມາດ ຊຸກຍູ້ ການທ່ອງທ່ຽວ ດ້ານການຄ້າ, ເພາະວ່າ ນັກທ່ອງທ່ຽວ ການຄ້າ ມັກຈະຄ້າງຄືນ ຢູ່ກຳປູເຈຍ ເປັນເວລາດົນກວ່າ ນັກທ່ອງທ່ຽວ ທຳມະດາ. ກະຊວງ ທ່ອງທ່ຽວ ກຳປູເຈຍ ໄດ້ຈັດກອງປະຊຸມ ສຳມະນາ ​ເພື່ອປຶກສາຫາລື ຢ່າງລະອຽດ ກ່ຽວກັບ ເລື່ອງທີ່ກ່ຽວຂ້ອງ ກັບການວາງ “ນະໂຍບາຍ ດ້ານການທ່ອງທ່ຽວ ເປັນພິເສດ”. ນອກນີ້, ນະໂຍບາຍ ດັ່ງກ່າວ ຍັງຈະສຸມໃສ່ ດຶງດູດ ນັກທ່ອງທ່ຽວ ທຳມະດາ ໃຫ້ກາຍມາ ເປັນນັກທ່ອງທ່ຽວ ທີ່ມີຄຸນນະພາບສູງ ເຊິ່ງໝາຍຄວາມວ່າ ປ່ຽນນັກທ່ອງທ່ຽວ ທຳມະດາ ​ເຫລົ່າ​ນີ້ ເປັນນັກທ່ອງທ່ຽວ ການຄ້າ.

(ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

LEAVE A REPLY

Please enter your comment!
Please enter your name here