ໃນວັນທີ 18 ສິງຫາ 2022 ນີ້, ທ່ານ ສຸດສະກະ ບຸນມະນິດ ວ່າການຫົວໜ້າກົມແຜນການ ແລະ ຮ່ວມມືກັບຕ່າງປະເທດ ອົງການໄອຍະການປະຊາຊົນສູງສຸດໄດ້ຕ້ອນຮັບ ທ່ານ ອາກເຊັນ ນອຍເບີດ (Dr. Axel Neubert) ຜູ້ຕາງໜ້າມູນນິທິຮັນໄຊເດນ ປະຈໍາ ໄທ ແລະ ສປປ ລາວ ເພື່ອປຶກສາຫາລື ແລະ ສືບຕໍ່ຈັດຕັ້ງປະຕິບັດກິດຈະ ກຳທີ່ໄດ້ລົງນາມຮ່ວມກັນ ໃນຂໍ້ຕົກລົງປະຈໍາປີ 2023 ໃຫ້ເກີດດອກອອກຜົນ, ປະກອບ ສ່ວນເຂົ້າໃນການຍົກສູງ ການສ້າງລັດປົກຄອງດ້ວຍກົດໝາຍຢູ່ ສປປ ລາວ ແລະ ຍົກສູງຄຸນນະພາບການຕິດຕາມກວດກາ ການປະຕິບັດກົດໝາຍຂອງ ອົງການໄອຍະການປະຊາ ຊົນ ເຮັດໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຍຸຕິທຳ ແລະ ສີວິໄລ.

ທ່ານ ສຸດສະກະ ບຸນມະນິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ອາກເຊັນ ນອຍເບີດ ແລະ ຫວນຄືນເຖິງການຮ່ວມມືຂອງສອງຝ່າຍ ໃນໄລຍະຜ່ານມາ ເຊິ່ງເລີ່ມຕັ້ງແຕ່ປີ 2011 ເປັນຕົ້ນມາ, ມູນນິທິຮັນໄຊເດນ ເປັນມູນນິທິຂອງປະເທດ ເຢຍລະມັນ ຕັ້ງຢູ່ເມືອງມິວນິກ ປະເທດເຢຍລະມັນ ໄດ້ເຮັດວຽກໃນ ສປປ ລາວ ເປັນເວລາຫລາຍກວ່າ 1 ທົດສະວັດແລ້ວ, ມີຈຸດປະສົງ ເພື່ອປັບປຸງການພັດທະນາເສດຖະກິດ-ສັງຄົມ ໂດຍສຸມໃສ່ການຄຸ້ມຄອງແບບຍືນຍົງ, ຄວາມຮັບຜິດຊອບທາງສັງຄົມ ແລະ ການເຕີບໂຕສີຂຽວ ໂດຍສະເພາະ ການປະກອບສ່ວນຢ່າງສຳຄັນ ເຂົ້າໃນການເສີມສ້າງຂີດຄວາມສາມາດ ຂອງອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ.

ຂ່າວ: ອອປສ

LEAVE A REPLY

Please enter your comment!
Please enter your name here