ເມືອງງອຍ ແຂວງຫລວງພະບາງ ເປັນເມືອງທີ່ງຽບສະຫງົບ, ມີສະເໜ່ເໝາະສຳລັບການທ່ອງທ່ຽວແບບສຳຜັດກັບທຳມະຊາດ ແລະ ວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ, ເປັນເມືອງທີ່ຕັ້ງຢູ່ແຄມແມ່ນໍ້າອູ, ອ້ອມຮອບດ້ວຍພູຜາປ່າໄມ້ ແລະ ທຳມະຊາດທີ່ສວຍສົດງົດງາມ. ເປັນສະຖານທີ່ທ່ອງທ່ຽວໜຶ່ງທີ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງເທດໃຫ້ຄວາມສົນໃຈທີ່ສຸດອີກແຫ່ງໜຶ່ງ.

ເມືອງງອຍ ຕັ້ງຢູ່ແຄມນໍ້າອູ ທາງທິດຕາເວັນຕົກສ່ຽງເໜືອຂອງແຂວງຫລວງພະບາງ ຊຶ່ງນັກທ່ອງທ່ຽວສ່ວນຫລາຍຈະເດີນທາງຈາກຫລວງພະບາງ ໄປປະມານ 140 ກິໂລແມັດ ແລະ ໃຊ້ເວລາເດີນທາງດ້ວຍລົດປະມານ 3 ຊົ່ວໂມງ ຈົນຮອດເມືອງໜອງຂຽວ ( ເທສະບານເມືອງງອຍປັດຈຸບັນ ). ຕະຫລອດເສັ້ນທາງຈາກນະຄອນຫລວງພະບາງ ໄປຫາໜອງຂຽວ ຈະມີບ້ານຊົນນະບົດຕັ້ງຢູ່ກະແຈກກະຈາຍລຽບຕາມສອງຂ້າງທາງ ໂດຍມີພູຜາ ແລະ ແມ່ນໍ້າອູ ທີ່ເປັນທິວທັດງົດງາມຕະຫລອດທາງຈົນຮອດເມືອງໜອງຂຽວທີ່ຕັ້ງຢູ່ແຄມແມ່ນໍ້າອູ ເປັນເມືອງທີ່ພວມໄດ້ຮັບການພັດທະນາ ແລະ ເປັນອີກສະຖານທີ່ທ່ອງທ່ຽວທີ່ງົດງາມ, ບັນຍາກາດສົດຊື່ນ ແລະ ມີສະຖານທີ່ທ່ອງທ່ຽວຫລາຍແຫ່ງທີ່ໄດ້ຮັບຄວາມສົນໃຈເຊັ່ນ: ຜາຊົມນາງ, ຜາແດງ, ຖໍ້າຜາຖອກ ແລະ ອື່ນໆ

ແຕ່ໃນນີ້ສິ່ງທີ່ດຶງດູດໃຈນັກທ່ອງທ່ຽວໃຫ້ຫລົງໄຫລທີ່ສຸດແມ່ນການຂີ່ເຮືອລ່ອງໄປຕາມລໍານໍ້າອູຊົມທຳມະຊາດພູຫີນປູນທີ່ສວຍງາມ ຊຶ່ງຕະຫລອດໄລຍະການລ່ອງເຮືອ ຈະໄດ້ຊົມວິຖີການດຳລົງຊີວິດຂອງປະຊາຊົນທີ່ອາໄສຕາມແຄມນໍ້າອູແບບລຽບງ່າຍ ແຕ່ແຝງດ້ວຍມົນສະເໜ່ທີ່ດຶງດູດໃຈ ໂດຍສະເພາະແມ່ນການຊອກຢູ່ຫາກິນຕາມລໍາແມ່ນໍ້າອູທີ່ເໝືອນສາຍນໍ້າຫລໍ່ລ້ຽງຜູ້ຄົນ ແລະ ສິ່ງມີຊີວິດໃນເມືອງແຫ່ງນີ້.

ບັນຍາກາດໃນຍາມເຊົ້າຂອງເມືອງງອຍແຫ່ງນີ້ຍິ່ງໜ້າຫລົງໄຫລ ເພາະອາກາດຈະເຢັນສົດຊື່ນ, ມີໝອກປົກຄຸມບາງສ່ວນ ແລະ ຈະມີພະສົງ-ສາມະເນນ ອອກມາບິນທະບາດທຸກເຊົ້າ ເໝາະສຳລັບນັກທ່ອງທ່ຽວທີ່ໜີຄວາມວຸ້ນວາຍມາຢູ່ຢ່າງສະຫງົບແບບຊົນນະບົດ ເຊື່ອວ່າເມື່ອທ່ານໄດ້ໄປສຳຜັດຈະຕິດໃຈຈົນບໍ່ຢາກກັບບ້ານກໍເປັນໄດ້.

#Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

LEAVE A REPLY

Please enter your comment!
Please enter your name here