ກະຊວງ​ ພະລັງງານ​ ແລະ​ ບໍ່ແຮ່​ ອອກແຈ້ງການດ່ວນ ສະບັບເລກທີ່ 1661/ພບ ລົງວັນທີ 16.08.2022 ເລື່ອງ: ການກະກຽມຮັບມື ເນື່ອງຈາກເຂື່ອນໄຟຟ້ານ້ຳລີກ 1/2​ ຈະໄດ້ເປີດປະຕູລະບາຍນ້ຳນອງ ໃນວັນທີ​ 18.08.2022.

ເຝົ້າລະວັງ ການລະບາຍນ້ຳເຂື່ອນນ້ຳລິກ 1/2 ເມືອງເຟືອງ ແຂວງວຽງຈັນ ປະຊາຊົນທີ່ອາໄສແຄມນ້ຳລິກ, ເຂດບໍລິການ ການທ່ອງທ່ຽວ ເຊັ່ນ: ຮ້ານອາຫານ, ເຮືອແພ ລວມເຖິງກິດຈະກຳອື່ນໆ ທີ່ຢູ່ແຄມນ້ຳລິກ ໃຫ້ກະກຽມມ້ຽນເຄື່ອງຂອງ ແລະ ຍົກຍ້າຍສິ່ງຂອງທີ່ຈຳເປັນ ໄວ້ບ່ອນທີ່ສູງ ພ້ອມທັງໃຫ້ເຝົ້າຕິດຕາມລະດັບນ້ຳຢ່າງຕໍ່ເນື່ອງ.

#Medialaos MMD

LEAVE A REPLY

Please enter your comment!
Please enter your name here