ເມື່ອວັນທີ 15 ສິງຫາ 2022 ທ່ານ ກົງຈັກ ສີສະຫວາດ ຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື ໃຫ້ຮູ້ວ່າ: ພາຍຫຼັງທີ່ລັດຖະບານໄດ້ປະກາດເປີດຕ້ອນຮັບນັກທ່ອງທ່ຽວ ເມື່ອຕົ້ນເດືອນພຶດສະພາປີ 2022 ເປັນຕົ້ນມາ ແຂວງອັດຕະປື ກໍ່ຄືພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ກໍ່ໄດ້ມີການສ້າງແຜນເພື່ອຟື້ນຟູການທ່ອງທ່ຽວ ກໍ່ຄືແຜນຮອງຮັບນັກທ່ອງທ່ຽວ ພາຍຫຼັງທີ່ສະພາບ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ມີການຜ່ອນຄາຍລົງ,ເຊິ່ງການສ້າງແຜນດັ່ງກ່າວ ແມ່ນແບ່ງອອກເປັນ 3 ໄລຍະແຕ່ປີ 2022-2025 ຄື: ໄລຍະສັ້ນແຕ່ເດືອນມັງກອນ ຫາ ເດືອນ ມິຖຸນາປີ 2022 ມີ 15 ກິດຈະກໍາ,ໄລຍະກາງແຕ່ເດືອນ ກໍລະກົດປີ 2022 ຫາ ເດືອນມິຖຸນາປີ 2023 ມີ 22 ກິດຈະກໍາ ແລະ ໄລຍະຍາວແຕ່ເດືອນ ກໍລະກົດປີ 2022 ຫາ ປີ 2025 ມີ 6 ກິດຈະກໍາ, ຄຽງຄູ່ກັນນັ້ນ ກໍ່ໄດ້ຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດບໍລິການດ້ານການທ່ອງທ່ຽວພາຍໃນແຂວງ ປະຕິບັດຄາດໝາຍພະນັກງານ ແລະ ເຈົ້າຂອງທຸລະກິດ ໃຫ້ໄດ້ຮັບການສັກວັກຊິນຄົບໂດດສ໌ ກວມເອົາ 90%.

ນອກຈາກນັ້ນຍັງໄດ້ລົງຜັນຂະຫຍາຍມາດຕະຖານ ທ່ອງທ່ຽວໃຫ້ມີຄວາມປອດໄພ ຢູ່ບັນດາແຫຼ່ງທ່ອງທ່ຽວ ແລະ ຫົວໜ່ວຍທຸລະກິດບໍລິການການດ້ານການທ່ອງທ່ຽວ ເຊັ່ນ: ຮ້ານອາຫານ, ຮ້ານກິນດື່ມ,ເຮືອນພັກ,ໂຮງແຮມ ແລະ ສະຖານບໍລິການການດ້ານການທ່ອງທ່ຽວອຶ່ນໆ,ຈາກນັ້ນກໍ່ໄດ້ປະເມີນບັນດາຫົວໜ່ວຍຕາມມາດຕະຖານດັ່ງກ່າວ ໂດຍມີການສົມທົບກັບພະແນກສາທາລະນະສຸກແຂວງ ອອກໃບຢັ້ງຢືນຫົວໜ່ວຍທຸລະກິດບໍລິການທ່ອງທ່ຽວສະອາດ ແລະ ປອດໄພໄດ້ 7 ຫົວໜ່ວຍ,ໄດ້ມີການປັບປຸງສ້າງສິ່ງອຳນວຍຄວາມສະດວກຢູ່ຕາມສະຖານທີ່ທ່ອງທ່ຽວ ທີ່ສຳຄັນຂອງແຂວງ ແລະ ບັນດາເມືອງ ໂດຍພະແນກ ຖວທ ແຂວງ ໄດ້ສົມທົບກັບພາກທຸລະກິດໂດຍສະເພາະຜູ້ສຳປະທານແຫຼ່ງທ່ອງທ່ຽວ ໃນການປັບປຸງ ແລະ ສ້າງສິ່ງອໍານວຍຄວາມສະດວກ ເພື່ອຕ້ອນຮັບນັກທ່ອງທ່ຽວ ໂດຍເນັ້ນໃສ່ນະໂຍບາຍການທ່ອງທ່ຽວພາຍໃນ “ ລາວທ່ຽວລາວ ” ເຊັ່ນ: ແຫຼ່ງທ່ອງທ່ຽວຕາດຈໍ, ຕາດແຊພະ, ແຊປ້ອງໄລ,ວັດສະແຄະ, ອະນຸສາວະລີພະເຈົ້າໄຊຍະເຊດຖາທິຣາດ, ວັດທາດພະໄຊ, ວັດຫຼວງ ແລະ ແຫ່ງອຶ່ນໆ ໄດ້ຊຸກຍູ້ສະມາຄົມທຸລະກິດທ່ອງທ່ຽວຂອງແຂວງ ເພື່ອໃຫ້ໄດ້ເຄື່ອນໄຫວຕາມພາລະບົດບາດຂອງສະມາຄົມ ໃນການຊ່ວຍເຫຼືອຊຶ່ງກັນ ແລະ ກັນພາຍໃນສະມາຊິກ ຫຼື ກຸ່ມຂອງສະມາຄົມໃຫ້ມີຄວາມເຂັ້ມແຂງຂື້ນເລື້ອຍໆ.

ພ້ອມນັ້ນກໍໃຫ້ມີການຮ່ວມມືກັບສະມະຄົມທຸລະກິດທ່ອງທ່ຽວຂອງແຂວງໄກ້ຄຽງ ແລະ ບັນດາແຂວງໃນທົ່ວປະເທດ ເພື່ອຈັບຄູ່ຮ່ວມມື ຫຼື ເຈລະຈາທາງທຸລະກິດໃນການແລກປ່ຽນລູກຄ້າ ແລະ ຊື້ຂາຍລາຍການທ່ອງທ່ຽວຮ່ວມ ກັນ,ໄດ້ສຳເລັດການຜ່ານແບບ ແລະແນວຄວາມຄິດພັດທະນາແຫຼ່ງທ່ອງທ່ຽວ 3 ແຫ່ງຄື: ພູສະພອງ,ຕາດຫົວຄົນ, ຕາດຕາມຫ້ວຍສະໝອງຂອງບໍລິສັດແມ່ຂອງຄອນກີດ,ໄດ້ຄົ້ນຄວ້າພິຈາລະນາການສະເໜີສຳປະທານແຫຼ່ງທ່ອງທ່ຽວໃໝ່ອີກ 3 ບໍລິສັດຄື: ບໍລິສັດສູນທອນການທ່ອງທ່ຽວ ຕາດດາກຂະໜາດ,ບໍລິສັດທ່ານຄໍາຕັນ ອ່າງເກັບນໍ້າເຂື່ອນເຊກະໝານ 1,ບໍລສັດໂຊກຊັບໄຊ ຕາດສາມພັກ,ຕາດແສງຈັນ,ຕາດກົ່ວພູ,ຕາດຕະຫຼຸງ ແລະຕາດສິນໄຊ,ພ້ອມດຽວກັນນັ້ນໄລຍະຜ່ານມາຍັງໄດ້ໂຄສະນາຜະລິດທ່ອງທ່ຽວ ສຳຄັນຂອງແຂວງ ໂດຍພາກລັດ ແລະ ພາກທຸລະກິດທ່ອງທ່ຽວ ຜ່ານໂທລະ ພາບ,ວິທະຍຸ,ສື່ສັງຄົມອອນລາຍ,ປ້າຍໂຄສະນາ ແລະ ສື່ສິ່ງພີມປະເພດຕ່າງໆ. ທ່ານ ກົງຈັກ ສີສະຫວາດ ໄດ້ລາຍງານ ໃຫ້ຮູ້ຕື່ມວ່າ: ໄລຍະ 6 ເດືອນຕົ້ນປີ 2022 ແຂວງອັດຕະປື ສາມາດດຶງດູດນັກທ່ອງທ່ຽວເຂົ້າມາແຂວງ ໄດ້ທັງໝົດ 24.265 ຄົນ,ຊຶ່ງຄາດຄະເນການກະຈ່າຍລາຍໄດ້ຈາກນັກທ່ອງທ່ຽວເຂົ້າມາແຂວງ,ກໍຄືໃຫ້ແກ່ຊຸມຊົນຂອງແຂວງໄດ້ເຖິງ 8 ຕື້ກວ່າກີບ.

ຂ່າວ: ວັດທະນາ

LEAVE A REPLY

Please enter your comment!
Please enter your name here