Saturday, September 21, 2024
Homeຂ່າວດ່ວນເຫດການຄົນໄປລັກຮົ້ວກັ້ນລົດໄຟ

ເຫດການຄົນໄປລັກຮົ້ວກັ້ນລົດໄຟ

ໃນວັນທີ 16 ສິງຫາ 2022 ມີຄົນໄປລັກຮົ້ວປ້ອງກັນຄວາມປອດໄພທາງລົດໄຟອີກ ເຊິ່ງກ່ອນໜ້ານີ້ກໍໄດ້ມີເຫດການຄົນໄປລັກຮົ້ວກັ້ນລົດໄຟເປັນຈຳນວນຫຼາຍຄັ້ງ, ຫຼັງຈາກກວດພົບກໍໄດ້ຮີບໃຫ້ ເຈົ້າຫນ້າທີ່ ເຂົ້າໄປກວດສອບຄວາມເສຍຫາຍ ແລະ ສືບຕໍ່ຕິດຕາມສືບສວນເພື່ອຈັບເອົາຄົນຜິດມາລົງໂທດ ເນື່ອງຈາກການລັກ, ມ້າງເພ, ທຳລາຍຮົ້ວກັ້ນຄວາມປອດໄພລົດໄຟ ແລະ ອຸປະກອນທາງລົດໄຟທຸກຊະນິດ ແມ່ນມີຄວາມຜິດຕາມກົດໝາຍການລົດໄຟທີ່ໄດ້ວາງອອກ.

ຕາມການລາຍງານໃຫ້ຮູ້ວ່າຮົ້ວກັ້ນຄວາມປອດໄພລົດໄຟໄດ້ຖືກລັກເປັນຄວາມຍາວກວ່າ 26 ແມັດ, ເຊິ່ງເປັນອັນຕະລາຍຕໍ່ການເດີນລົດໄຟ ແລະ ຊີວິດຜູ້ໂດຍສານເທິງລົດໄຟແລະ ຍັງເປັນການທຳລາຍຊັບສິນຂອງບ້ານເມືອງ. ສະນັ້ນ, ຈິ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນໃຫ້ຄວາມຮ່ວມມື, ຮ່ວມແຮງຮ່ວມໃຈກັນ, ປະຕິບັດຕາມລະບຽບກົດໝາຍ, ຫາກພົບເຫັນຜູ້ຈະກະທຳຜິດຄືດັ່ງເຫດການດັ່ງກ່າວ ແມ່ນສາມາດໂທຫາສາຍດ່ວນ 021 891000 ຫຼື 021 891010 ເພື່ອແຈ້ງເຫດສຸກເສີນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments