ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວເຜີຍແຜ່ດໍາລັດວ່າດ້ວຍ ລົດຂອງລັດ ແລະ ຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານຊຸດທີ 9 ໃນວັນທີ 15 ສິງຫາ 2022ນີ້ ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການເຜີຍແຜ່ຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ມີຫົວໜ້າກົມ ຮອງກົມ ຫົວໜ້າພະແນກ ຮອງພະແນກ ພ້ອມດ້ວຍພະນັກງານລັດຖະກອນ ອ້ອມຂ້າງ ກະຊວງຖະ ແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວເຂົ້າຮ່ວມຮັບຟັງ

ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ມີຄໍາເຫັນວ່າ: ຈຸດປະສົງຂອງການເຜີຍແຜ່ຄັ້ງນີ້ ເພື່ອຜັນຂະຫຍາຍເນື້ອໃນຈິດໃຈຊີ້ ນໍາທີ່ກໍານົດໄວ້ ໃນມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກກ່ຽວກັບການຜັນປ່ຽນຮອບດ້ານແຂງແຮງ ແລະ ເລິກ ເຊິ່ງຂອງພະນັກງານ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຄັ້ງທີ 9 ຂອງລັດຖະບານ, ສະນັ້ນ ຈຶ່ງໄດ້ອອກດໍາລັດວ່າດ້ວຍລົດຂອງລັດໃນປັດຈຸບັນ ເພື່ອປ່ຽນແຜນດໍາລັດວ່າ ດ້ວຍການ ປະກອບ ແລະ ການຄຸ້ມຄອງລົດປະຈໍາຕໍາແໜ່ງການນໍາລະດັບສູງສະບັບເລກທີ່ 15 ຂອງຫ້ອງວ່າ ການສໍານັກງານນາຍົກລັດຖະມົນຕີ ສະບັບລົງວັນທີ 5 ມັງກອນ 2017 ແລະ ຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານຊຸດທີ 9 ສະບັບເລກທີ 41 ຂອງຫ້ອງວ່າການ ນາຍົກລັດຖະມົນຕີ ສະບັບລົງວັນທີ 30 ເມສາ 2021, ການຈັດຕັ້ງປະຕິບັດດໍາລັດວ່າດ້ວຍລົດຂອງລັດ ສະເພາະ ລົດປະຈໍາຕໍາແໜ່ງການນໍາລະດັບສູງ ປະເພດ 1 ຫາ ປະເພດ 4 ໂດຍລົງເລິກບາງມາດຕາຂອງດໍາ ລັດສະບັບນີ້ ເຊຶ່ງມີຈຸດປະສົງ ແລະ ລະດັບຄາດໝາຍ ການຜັນຂະຫຍາຍ ແລະ ແນະນໍາບາງມາດຕາຂອງດໍາລັດວ່າດ້ວຍລົດຂອງລັດ ໂດຍສະເພາະການປະກອບການຈັດສັນ, ການປົກປັກຮັກສາ ການຄຸ້ມຄອງ, ການນໍາໃຊ້ ການປະຕິບັດນະໂຍບາຍ, ການຖອນຄືນ ແລະ ການສະສາງລົດປະຈໍາຕໍາແໜ່ງການນໍາລະດັບສູງ ປະເພດ 1 ຫາ ປະເພດ 4 ໃນຂອບເຂດທົ່ວປະເທດ ເພື່ອໃຫ້ການຈັດ ຕັ້ງຂັ້ນຕ່າງໆ ທັງຢູ່ສູນກາງ ແລະ ທ້ອງຖິ່ນທົ່ວປະເທດໄດ້ຮັບຮູ້ ເຂົ້າໃຈ ແລະ ມີຄວາມເປັນເອກະພາບ, ສືບຕໍ່ສ້າງຄວາມເປັນເອກະພາບສູງໃນການຈັດຕັ້ງປະຕິບັດມາດຕະການປະຫຍັດຢ່າງຈິງຈັງ ແລະ ໃຫ້ປະກົດຜົນເປັນຈິງຢູ່ໃນທຸກການຈັດຕັ້ງ.

ຕອນທ້າຍຂອງກອງປະຊຸມ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວຍັງໄດ້ສະເໜີເອກະສານຂອງຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານຊຸດທີ 9 ທ່ານໄດ້ຍົກເອົາບາງມາດຕາທີ່ສໍາຄັນ ໂດຍສະເພາະ ມາດຕາທີ 1 ຈຸດປະສົງ ແລະ ເປົ້າໝາຍນໍາໃຊ້ ເຊຶ່ງລະບຽບການ ແລະ ກົນໄກການເຮັດວຽກສະບັບນີ້ ກໍານົດຫລັກການ, ຄວາມຮັບຜິດຊອບ, ຂອບເຂດສິດ, ວິທີການ, ລະບອບການພົວພັນ ແລະ ການແກ້ໄຂວຽກງານຂອງລັດຖະບານ, ນາຍົກລັດຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ແນໃສ່ເຮັດໃຫ້ການບໍລິຫານວຽກງານ ຂອງລັດຖະບານມີຄວາມກົມກຽວ, ວ່ອງໄວ, ໂປ່ງໃສ, ສອດຄ່ອງກັບລັດຖະທໍາມະນູນ, ກົດໝາຍ ກໍຄືລະບຽບການກ່ຽວຂ້ອງ ແລະ ມີປະສິດທິຜົນສູງ.

ໂດຍ: ບຸນຍັງ ພຸດສະຫວັດ

LEAVE A REPLY

Please enter your comment!
Please enter your name here